ເຊີນທ່ຽວຊົມຮູບພາບເສັ້ນທາງ ຕຳນານມະຫັດສະຈັນແຫ່ງໄຊຊະນະ
ເສັ້ນທາງໂຮ່ຈີມິງ (ເສັ້ນທາງສາຍພູຫຼວງ) ໄດ້ເລີ່ມກໍ່ສ້າງໃນກາງເດືອນພຶດສະພາ 1955 ປະກອບມີ 3 ເສັ້ນຄື: ເສັ້ນທາງລຳລຽງຂົນສົ່ງສາຍພູຫຼວງເບື້ອງຕາເວັນອອກ ເສັ້ນທາງຂົນສົ່ງທາງທະເລ ແລະ ເສັ້ນທາງລຳລຽງຂົນສົ່ງສາຍພູຫຼວງເບື້ອງຕາເວັນຕົກ ປັດຈຸບັນ ເສັ້ນທາງດັ່ງກ່າວ ໄດ້ຮັບການພັດທະນາ ແລະ ເປັນເສັ້ນທາງຕຳນານມະຫັດສະຈັນແຫ່ງໄຊຊະນະ ແລະ ສາຍພົວພັນພິເສດໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມຍັງເປັນເສັ້ນທາງທີ່ຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງສອງຊາດ ລາວ-ຫວຽດນາມ.
ວັນທີ 23 ກັນຍາ 2016 ກະຊວງປ້ອງກັນປະເທດຮ່ວມກັບສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດພິທີຖະແຫຼງຂ່າວກ່ຽວກັບງານວາງສະແດງຮູບພາບ ເສັ້ນທາງໂຮ່ຈີມິງ ມະຫັດສະຈັນບົນດິນແດນລາວ ສະໄໝ 1961-1975 ຂຶ້ນທີ່ພິພິທະພັນປະຫວັດສາດ ກອງທັບປະຊາຊົນລາວ ມີທ່ານ ຫງວຽນ ແມັງຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.
ທ່ານ ພັອ. ສາຍສະໝອນ ສະຫຼັບແສງ ຫົວໜ້າກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບປະຊາຊົນລາວ ກ່າວວ່າ: ງານວາງສະແດງດັ່ງກ່າວ ຈະໄດ້ຈັດຂຶ້ນລະຫວ່າງວັນທີ 26 ກັນຍາ-ວັນທີ 6 ຕຸລາ 2016 ທີ່ພິພິທະພັນປະຫວັດສາດກອງທັບປະຊາຊົນລາວ ໂດຍຈະນຳເອົາຮູບພາບມາວາງສະແດງຫຼາຍກວ່າ 80 ຮູບພາບ ເພື່ອເປັນການລະນຶກຫວນຄືນມູນເຊື້ອວັນເປີດການກໍ່ສ້າງ ແລະ ນຳໃຊ້ເສັ້ນທາງໂຮ່ຈີມິງ (ສາຍພູຫຼວງ) ເບື້ອງຕາເວັນຕົກດິນແດນລາວ ຄົບຮອບ 55 ປີ (1961-2016) ພ້ອມທັງເປັນການຢັ້ງຢືນຕີລາຄາ ຄຸນຄ່າທາງປະຫວັດສາດ ການປະກອບສ່ວນອັນໃຫຍ່ຫຼວງຂອງເສັ້ນທາງໂຮ່ຈີມິງ-ສາຍພູຫຼວງ ຕາເວັນຕົກບົນດິນແດນລາວຕໍ່ພາລະກິດປະຫວັດສາດ ຕໍ່ສູ້ປົດປ່ອຍປະເທດຊາດຂອງ 3 ຊາດ ອິນດູຈີນ ໂດຍສະເພາະ ຕໍ່ພາລະກິດຕໍ່ສູ້ປົດປ່ອຍຊາດ ທ້ອນໂຮມປະເທດຊາດເປັນເອກະພາບ ອັນໜຶ່ງອັນດຽວກັນຂອງຊາດຫວຽດນາມ ພ້ອມນັ້ນ ເພື່ອຈົດຈຳລ້ຳລຶກເຖິງຜົນງານມູນເຊື້ອໄຊຊະນະແຫ່ງການປະກອບສ່ວນອັນລ້ຳຄ່າ ການຊ່ວຍເຫຼືອອັນໃຫຍ່ຫຼວງຂອງພັກ-ລັດ ກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ຕໍ່ພາລະກິດຕໍ່ສູ້ປະຕິວັດປົດປ່ອຍຊາດ ແລະ ກໍ່ສ້າງນຳໃຊ້ປົກປັກຮັກສາເສັ້ນທາງດັ່ງກ່າວ ແນໃສ່ສຶກສາອົບຮົມໃຫ້ພະນັກງານ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຮັບຮູ້ເຂົ້າໃຈຕື່ມ ກ່ຽວກັບມູນເຊື້ອຄວາມໝາຍສຳຄັນ ແລະ ມູນເຊື້ອຄວາມສາມັກຄີຮ່ວມມືແບບພິເສດ ການຮ່ວມມືຮອບດ້ານຂອງສອງພັກ-ສອງລັດ ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ ໃຫ້ມີຄວາມຍືນຍົງ ແລະ ຍາວນານຕື່ມອີກ.
source: http://www.vientianemai.net
ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ວາງກະຕ່າດອກໄມ້ ຢຸ່ຫໍພິພະທະພັນ ໄກສອນ ພົມວິຫານ
ວັນທີ 16 ມັງກອນ 2021 ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XI ນຳໂດຍສະຫາຍ ປອ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ເນື່ອງໃນໂອກາດຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດຄັ້ງທີ XI ຂອງປະຊາຊົນ ປະຕິວັດລາວ.
LVI ຈ່າຍຄ່າສ້ອມແປງລົດໃຫ້ລູກຄ້າ
ວັນທີ 08/03/2020 ເກີດອຸປະຕິເຫດລົດຄູ່ກໍລະນີມາຕຳທ້າຍແວ່ນແຍງຂ້າງຢູ່ ບ້ານ ດົງປາລານ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ.
ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.
LVI ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.
ຂັບລົດຜ່ານເຂດນໍ້າຖ້ວມ
ຂັບລົດຜ່ານເຂດນໍ້າຖ້ວມ ຄິດວ່າມັນງ່າຍດັ່ງທີ່ຫຼາຍຄົນຄິດ. ໃຫ້ທ່ານປະຕິບັດຕາມ 7 ຂັ້ນຕອນຂ້າງລຸ່ມນີ້ເພື່ອຫຼີກລ້ຽງຄວາມສ່ຽງອາດເກີດຂຶ້ນ.
-
76767767
-
ຊື້ປະກັນໄພສຸຂະພາບຜ່ານແອັບ BCEL One, LVB DigiBank, U-Money ໄດ້ຮັບການຄ້ຳປະກັນໂຄວິດ-19
-
LVI ແມ່ນ ໜຶ່ງໃນ 52 ຫົວໜ່ວຍທຸລະກິດ ທີ່ມີຜົນງານດີ່ເດັ່ນ ປະເພດ I ໃນການປະຕິບັດພັນທະສວຍສາອາກອນ ເຂົ້າງົບປະມານແຫ່ງລັດ ປະຈຳປີ 2020.
-
ກອງປະຂຸມ ຊຸກຍູ້ການຮ່ວມມື ລະຫວ່າງ ທະນາຄານຮ່ວມທຸລະກິດລາວ ຫວຽດ (LaoVietBank) ແລະ ບໍລິສັດຮ່ວມທຸລະກິດປະກັນໄພລາວ ຫວຽດ ຈຳກັດ (LVI)
-
ລົດລູກຄ້າ LVI ເກີດອຸປະຕິເຫດ