04-10-2016

ເກີດເຫດດີນເຈື່ອນສ້າງຄວາມເສຍຫາຍ ຢູ່ບໍລິເວນແຄມນ້ຳຄານ

ຂປລ. ໃນວັນທີ1ຕຸລາຜ່ານມານີ້ໄດ້ເກີດດີນເຈື່ອນຢູ່ເຂດນໍ້າຄານ ເມືອງຫລວງພະບາງ ແຂວງຫລວງພະບາງ ສົ່ງຜົນເຮັດໃຫ້ກໍາແພງກັນເຈື່ອນເສຍຫາຍຍາວ 20 ແມັດ, ທາງຍ່າງເສຍຫາຍປະມານ 20 ແມັດ, ເສັ້ນທາງສັນຈອນຍຸບລົງກວ້າງປະມານ 2 ແມັດ.

  04-10-2016

ບິກໄບ້ເສຍຫຼັກລົ້ມເອງເຈັບສອງຄົນ ໜ້າຮ້ານຊີ້ນດາດໂປ້ຍຊຽນ

ນະຄອນຫຼວງວຽງຈັນ: ລາຍງານຈາກໜ່ວຍກູ້ໄພມູນນິທິຈີນ 1628 ໃຫ້ຮູ້ວ່າ ເວລາປະມານ 03:20 ວັນທີ 3 ຕຸລາ 2016 ເກີດອຸບັດຕິເຫດ ລົດຈັກບິກໄບ້ ເສຍຫຼັກ ລົ້ມ ທີ່ເຂດ ບ້ານໜອງສະໂນຄຳ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ (ຕໍ່ໜ້າຮ້ານຊີ້ນດາດໂປ້ຍຊຽນ)

  30-09-2016

ໄຟໄໝ້ຫ້ອງແຖວຢູ່ດົງໂດກເສຍຫາຍ 7 ຫ້ອງ 28/9/2016

ນະຄອນຫຼວງວຽງຈັນ: ເວລາປະມານ 00: 13 ຂອງວັນທີ 28/09/2016 ລາຍງານຈາກ ຫນ່ວຍກູ້ໄພມູນນິທິ ຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຜ່ານເບີ1623 ວ່າ: ມີເຫດໄຟໄຫ້ມ ຈຸດເກີດເຫດແມ່ນ ຮ່ອມ 01 ບ້ານ ດົງໂດກ ເມືອງ ໄຊທານີ ນະຄອນຫລວງວຽງຈັນ.

  30-09-2016

ລົດໃຫຍ່ຕຳກັນຮຸນແຮງ ທີ່ເຂດຊາຍແດນ ດ່ານຈໍຫຼໍ່ ແຂວງຄຳມ່ວນ 26/9/2016

ຄຳມ່ວນ: ຂໍ້ມູນຈາກ ນັກຂ່າວສັນຈອນ MouNoy Phetxayphoe ໃຫ້ຮູ້ວ່າ ເວລາ 17:00 ນາທີຂອງວັນທີ 26/9/2016 ຜ່ານມາ, ທີ່ຊາຍແດນລາວ-ຫວຽດ ດ່ານຈໍຫລໍ່ ແຂວງຄໍາມ່ວນເກີດອຸບັດຕິເຫດລົດໃຫຍ່ຕໍາກັນ ຕາມແຫລ່ງລາຍງານວ່າມີຜູ້ເສຍຊີວິດ ສ່ວນລາຍລະອຽດຈະແຈ້ງຕື່ມອີກ.

  26-09-2016

ເຊີນທ່ຽວຊົມຮູບພາບເສັ້ນທາງ ຕຳນານມະຫັດສະຈັນແຫ່ງໄຊຊະນະ

ເສັ້ນທາງ​ໂຮ່​ຈີ​ມິງ (ເສັ້ນທາງສາຍພູ​ຫຼວງ) ໄດ້​ເລີ່ມ​ກໍ່ສ້າງ​ໃນກາງ​ເດືອນ​ພຶດສະພາ 1955 ປະກອບ​ມີ 3 ເສັ້ນຄື: ເສັ້ນທາງ​ລຳລຽງ​ຂົນສົ່ງ​ສາຍພູ​ຫຼວງ​ເບື້ອງ​ຕາເວັນ​ອອກ ເສັ້ນທາງ​ຂົນສົ່ງ​ທາງທະເລ ແລະ ເສັ້ນທາງ​ລຳລຽງຂົນສົ່ງ​ສາຍພູ​ຫຼວງ​ເບື້ອງ​ຕາເວັນຕົກ ປັດຈຸບັນ ເສັ້ນທາງ​ດັ່ງກ່າວ ໄດ້​ຮັບ​ການ​ພັດທະນາ ແລະ ເປັນເສັ້ນທາງ​ຕຳນານ​ມະຫັດສະຈັນແຫ່ງ​ໄຊຊະນະ ແລະ ສາຍ​ພົວພັນ​ພິເສດ​ໃຫ້ການ​ຊ່ວຍເຫຼືອ​ເຊິ່ງກັນ ແລະ ກັນ ພ້ອມ​ຍັງ​ເປັນ​ເສັ້ນທາງ​ທີ່​ຮັບ​ໃຊ້​ໃຫ້​ແກ່​ການ​ພັດ​ທະນາ​ເສດຖະກິດ-ສັງຄົມ​ຂອງ​ສອງຊາດ ລາວ-ຫວຽດນາມ.

  19-09-2016

Team building 2016

ໃນວັນທີ10-11//2016 ບໍລິສັດປະກັນໄພລາວຫວຽດໄດ້ເປີດການຝືກອົບຮົມໃຫ້ພະນັກງານໂດຍບໍລິສັດເທັກໂກຢູ່ຣິຊອດ ທະວິສຸກທີ່ເມືອງວັງວຽງ, ແຂວງວຽງຈັນໂດຍມີເນື້ອໃນດັ່ງນີ້: - ສ້າງທີມໃຫ້ເຂັ້ມແຂງ

  08-09-2016

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ໄຂຂຶ້ນຢ່າງເປັນທາງການ ພະນະທ່ານປະທານປະເທດ ໃຫ້ກຽດກ່າວສູນທອນພົດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ໄຂຂຶ້ນຢ່າງເປັນທາງການ ພະນະທ່ານປະທານປະເທດ ໃຫ້ກຽດກ່າວສູນທອນພົດ

  07-09-2016

ປະທານາທິບໍດີ ສ ອາເມຣິກາ ຢ້ຽມຢາມລັດຖະກິດ ສປປ ລາວ

ປະທານາທິບໍດີ ສ ອາເມຣິກາ ຢ້ຽມຢາມລັດຖະກິດ ສປປ ລາວ ໂດຍ​ຕອບ​ສະໜອງຕາມ​ຄຳ​ເຊີນ​ຂອງ​ທ່ານ ບຸນ​ຍັງ ວໍລະ​ຈິດ ປະທານ​ປະເທດ ແຫ່ງ ​ສປປ ລາວ ທ່ານ ບາ​ຣັກ ໂອ​ບາ​ມາ ປະທານາທິບໍດີ ແຫ່ງ ສະຫະລັດ​ອາ​ເມ​ຣິ​ກາ ໄດ້​ເດີນທາງ​ມາ​ຢ້ຽມຢາມ​ລັດ​ຖະ​ກິດຢູ່ ​ສປປ ລາວ ຢ່າງ​ເປັນ​ທາງ​ການ ພ້ອມ​ທັງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ແລະ ກອງ​ປະຊຸມ​ສຸດ​ຍອດ​ອື່ນໆ​ທີ່​ກ່ຽວຂ້ອງ​ ຢູ່​ນະຄອນຫຼວງ​ວຽງ​ຈັນ ສປປ ລາວ ໃນ​ລະຫວ່າງວັນ​ທີ 5-7 ກັນຍາ 2016.

  05-09-2016

ແຈ້ງການລົບລ້າງເລກທີ່ສັນຍາປະກັນໄພ (Thông báo hủy ấn chỉ)

ບໍລິສັດຮ່ວມທຸລະກິດປະກັນໄພລາວ-ຫວຽດຈຳກັດ(LVI) ໄດ້ມີການນໍາໃຊ້ໃບສັນຍາ ແລະ ເລກທີສັນຍາປະກັນໄພແບບໃໝ່, ດັ່ງນັ້ນ LVI ຈິ່ງຂໍຖືເປັນກຽດແຈ້ງມາຍັງລູກຄ້າ ແລະ ຕົວແທນປະກັນໄພຂອງ LVI ທົ່ວປະເທດຊາບວ່າເລີ່ມແຕ່ວັນທີ 08/08/2016 ເປັນຕົ້ນໄປ LVI ຈະລົບລ້າງເລກທີ່ສັນຍາແບບເກົ່າທີ່ຍັງບໍ່ທັນໄດ້ນໍາໃຊ້ຢູ່ ນໍາພະນັກງານ ແລະ ຕົວແທນ ຂອງ LVI ຄຸ້ມຄອງ ທັງໝົດ ຈໍານວນ 8,036 ສັນຍາ ເຊີ່ງລາຍລະອຽດເລກທີ ຂອງສັນຍາ ລູກຄ້າແລະຕົວແທນສາມາດເຂົ້າໄປເບີ່ງລາຍລະອຽດໄດ້ລຸ່ມນີ້:

  16-08-2016

LVI ສາຂາ ນະຄອນຫຼວງເລີ່ມເຄື່ອນໄຫວຢ່າງເປັນທາງການໃນວັນທີ 08/08/2016

ພາຍຫຼັງ 02 ເດືອນໃນການກະກຽມ, ໃນວັນທີ 08/08/2016 ບໍລິສັດຮ່ວມທຸລະກິດປະກັນໄພ ລາວ - ຫວຽດ ຈຳກັດ (LVI) ໄດ້ເປີດເຄື່ອນໄຫວ LVI ສາຂານະຄອນຫຼວງຢ່າງເປັນທາງການ ຢູ່ເຂດພັດທະນາໃໝ່ BIDV ຢູ່ບ້ານ ໜອງທາ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປ ລາວ.