06-04-2017

LVI ທົດແທນຄວາມເສຍຫາຍໃຫ້ແກ່ລູກຄ້າ 60,000,000 ກີບ

ໃນວັນທີ 05 ເດືອນ 04 ປີ 2017 ຢູ່ທີ່ສໍານັກງານ LVI ສາຂາແຂວງຈໍາປາສັກ LVI ໄດ້ມອບລົດທີ່ໄດ້ຮັບການສ້ອມແປງແລ້ວໃຫ້ ບໍລິສັດ ມີນເຊີດ ລາວ ເກັບກູ້ລະເບີດຈໍາກັດຜູ້ດຽວເງິນມູນຄ່າການສ້ອມແປງເປັນຈໍານວນເງິນ 60,000,000 ກີບ.

  31-03-2017

ລົດລູກຄ້າເສຍຫຼັກປີ້ນເອງ

ໃນເວລາ 12 ໂມງ00 ວັນທີ 21/3/2017 ມີລົດລູກຄ້າຂອງບໍລິສັດປະກັນໄພລາວ-ຫວຽດ(LVI) ເກີດອຸປະຕິເຫດເສຍຫຼັກປີ້ນເອງຢູ່ ບ້ານຫຼັກ 9, ເມືອງມະຫາໄຊ, ແຂວງຄຳມ່ວນ.

  31-03-2017

ລົດລູກຄ້າຕຳຄົນຍ່າງຂ້າມທາງເສຍຊີວິດ

ລົດລູກຄ້າຕຳຄົນຍ່າງຂ້າມທາງເສຍຊີວິດ ເວລາເກີດອຸປະຕິເຫດ 13ໂມງ00 ວັນທີ 13/3/2017, ສະຖານທີ່ເກີດອຸປະຕິເຫດ ບ້ານນ້ຳຄູ້, ເມືອງປາກກະດິງ, ແຂວງບໍລິຄຳໄຊ.

  01-11-2016

ວິໂກ້ເສຍຫຼັກຕຳກຳແພງ ເຈັບ 1 ຄົນ ທີ່ສະຫວັນນະເຂດ 27/10/2016

ສະຫວັນນະເຂດ: ໜ່ວຍກູ້ໄພແຂວງສະຫວັນນະເຂດລາຍງານໃຫ້ຮູ້ວ່າ ໃນ ວັນທີ 27/10/2016 ເວລາ 00:40 ນາທີ, ໜ່ວຍກູ້ຊີບ-ກູ້ໄພ ສະຫວັນນະເຂດໄດ້ຮັບແຈ້ງວ່າມີລົດກະບະວີໂກ້ເສຍຫຼັກຕຳກຳແພງເດີນບານທີ່ເຂດຫຼັກສີ່ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ.

  18-10-2016

ລົດຕຳກັນຮຸນແຮງ ຈົນເກີດໄຟລຸກໄໝ້ ເສຍຫາຍໜັກ ທີ່ບ້ານນາເລົາ 16/10/2016

ນະຄອນຫຼວງວຽງຈັນ: ເວລາປະມານ 22:15 ວັນທີ 16/10/2016, ເກີດເຫດ ລົດຕຳກັນຮຸນແຮງ ທີ່ເຂດ ບ້ານນາເລົາ, ນະຄອນຫຼວງວຽງຈັນ. ຈົນເຮັດໃຫ້ລົດເກີດໄຟໄໝ້ຮຸນແຮງ ແລະ ຄົນຂັບບາດເຈັບ. ຈາກຂໍ້ມູນໃຫ້ຮູ້ວ່າ ຜູ້ຂັບແມ່ນເມົາ ແລະ ຂີ່ລົດໄວ ແລ້ວໄດ້ເກີດເສຍຫຼັກຕຳກັນ.

  11-10-2016

ລົດພ່ວງຕົກລົງຂ້າງທາງ ເສຍຊີວິດຄາທີ 2 ຄົນ ຢູ່ຫຼວງນ້ຳທາ

ຫຼວງນ້ຳທາ:​ ຕອນບ່າຍວັນທີ 7 ຕຸລາ 2016 ເກີດເຫດ ລົດພວງຕົກລົງນຳຂ້າງເທດ ທີ່ເສັ້ນທາງ ຫຼວງນຳທາ. ເຮັດໃຫ້ຄົນຂັບ ແລະ ຜູ້ມານຳ ເສຍຊີວິດ ຄາທີ 2 ຄົນ.

  04-10-2016

ບິກໄບ້ເສຍຫຼັກລົ້ມເອງເຈັບສອງຄົນ ໜ້າຮ້ານຊີ້ນດາດໂປ້ຍຊຽນ

ນະຄອນຫຼວງວຽງຈັນ: ລາຍງານຈາກໜ່ວຍກູ້ໄພມູນນິທິຈີນ 1628 ໃຫ້ຮູ້ວ່າ ເວລາປະມານ 03:20 ວັນທີ 3 ຕຸລາ 2016 ເກີດອຸບັດຕິເຫດ ລົດຈັກບິກໄບ້ ເສຍຫຼັກ ລົ້ມ ທີ່ເຂດ ບ້ານໜອງສະໂນຄຳ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ (ຕໍ່ໜ້າຮ້ານຊີ້ນດາດໂປ້ຍຊຽນ)

  30-09-2016

ລົດໃຫຍ່ຕຳກັນຮຸນແຮງ ທີ່ເຂດຊາຍແດນ ດ່ານຈໍຫຼໍ່ ແຂວງຄຳມ່ວນ 26/9/2016

ຄຳມ່ວນ: ຂໍ້ມູນຈາກ ນັກຂ່າວສັນຈອນ MouNoy Phetxayphoe ໃຫ້ຮູ້ວ່າ ເວລາ 17:00 ນາທີຂອງວັນທີ 26/9/2016 ຜ່ານມາ, ທີ່ຊາຍແດນລາວ-ຫວຽດ ດ່ານຈໍຫລໍ່ ແຂວງຄໍາມ່ວນເກີດອຸບັດຕິເຫດລົດໃຫຍ່ຕໍາກັນ ຕາມແຫລ່ງລາຍງານວ່າມີຜູ້ເສຍຊີວິດ ສ່ວນລາຍລະອຽດຈະແຈ້ງຕື່ມອີກ.

  17-05-2016

ອຸປະຕິເຫດລົດຕູ້ ຍີ່ຫໍ້ HYUNDAI

ອຸປະຕິເຫດລົດຕູ້ ຍີ່ຫໍ້ HYUNDAI, ເກີດອຸປະຕິເຫດໃນເວລາປະມານ 23:30 ນາທີ ຂອງວັນທີ 12/05/2016. ເຊິ່ງເກີດອຸປະຕິເຫດຢູ່ທີ່ບ້ານ ຫຼັກເມືອງ, ເມືອງ ປາກເຊ, ແຂວງຈໍາປາສັກ.

    Page 2 to 2 (of 19 items) Page: [<<] 1 2