11-10-2016

ເກັບພາສີອາກອນມູນຄ່າເພີ່ມ 10% ຢູ່ດ່ານ ລາວ-ໄທ 1 ເລື່ອນໄປຕິບັດໄປເດືອນໜ້າ

ເລີ່ມປະຕິບັດຈັດເກັບອາກອນມູນຄ່າເພີ່ມ 10% ຢູ່ ດ່ານ ຂົວມິດຕະພາບ ລາວ-ໄທ 1 ຕົ້ນເດືອນພະຈິກ --------------------------------------- ຂປລ. ກະຊວງການເງິນ ໄດ້ອອກຂໍ້ກຳນົດວ່າດ້ວຍການຈັດເກັບອາກອນມູນຄ່າເພີ່ມ ສຳລັບເຄື່ອງຂອງຕິດຕົວຜູ້ໂດຍສານໃນອັດຕາ 10% ຂອງມູນຄ່າເຄື່ອງຂອງ ເຊິ່ງໄດ້ກຳນົດເປົ້າໝາຍຜູ້ໂດຍສານພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ທີ່ເດີນທາງ ອອກ-ເຂົ້າ ສປປ ລາວ ບໍ່ມີລັກສະນະປະ ຈຳ ຊື້ເຄື່ອງຕິດຕົວເຂົ້າມາຊົມໃຊ້ ໂດຍບໍ່ເປັນລັກສະນະການຄ້າ ຫລື ຈຸດປະສົງທາງການຄ້າ, ມີມູນຄ່າບໍ່ສູງ ແມ່ນໄດ້ຮັບການຍົກເວັ້ນໃນມູນຄ່າບໍ່ເກີນ 50 ໂດລາສະຫະລັດ ຫລື ປະມານ 4 ແສນກີບ, ຖ້າເກີນມູນຄ່າດັ່ງກ່າວ,...

  06-10-2016

ຍີ່ປຸ່ນຊ່ວຍເຫຼືອລ້າ 500 ລ້ານເຢັນ ແກ່ລາວ ໃນວຽກງານພັດທະນາເສດຖະກິດສັງຄົມ

ເມື່ອ​ບໍ່​ດົນ​ຜ່ານ​ມາ​ນີ້ ພິທີ​ລົງ​ນາມມອບ-ຮັບໂຄງການ​ຊ່ວຍເຫຼືອ​ລ້າ ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມຈາກ​ລັດຖະບານ​ຍີ່ປຸ່ນ ມູນ​ຄ່າ 500 ລ້ານ​ເຢັນ ຫຼື ປະມານ 40 ຕື້​ກວ່າ​ກີບ ລະຫວ່າງ​ທ່ານ​ນາງ ຄຳ​ເພົາ ເອີນ​ທະ​ວັນ ຮອງ​ລັດຖະມົນຕີກະຊວງ​ການ​ຕ່າງປະເທດ ແລະ ທ່ານ ຕາ​ເກ​ຊິ ຮິ​ກິ​ຮາ​ຣະ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍີ່ປຸ່ນ ປະຈຳ​ລາວ ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ ຈາກ​ພາກສ່ວນ​ທີ່​ກ່ຽວຂ້ອງ​ສອງ​ຝ່າຍ.

  18-05-2016

ອາຍຸຄວາມໃນການຮ້ອງຟ້ອງ ເອົາມູນມໍລະດົກ

ການ​ຮຽກ­ຮ້ອງ ຫຼື ທວງເອົາ​ມູນ​ມໍ­ລະ­ດົກ​ກໍ​ຕ້ອງ​ມີ​ໄລ­ຍະ​ເວລາ ຫຼື ທີ່​ເອີ້ນ​ກັນ​ໃນ​ທາງ​ກົດ­ໝາຍກໍ​ຄື​ອາ­ຍຸ​ຄວາມ​ໃນ​ການ​ຮ້ອງ​ຟ້ອງ ເອົາ​ມູນ​ມໍ­ລະ­ດົກ ​ຫຼາຍໆ​ຄົນ​ກໍ​ຄົງຈະ​ຍັງ​ບໍ່​ຮູ້ ຫຼື ບໍ່​ເຂົ້າ­ໃຈ​ເຖິງ​ເລື່ອງດັ່ງ­ກ່າວ​ນີ້​ເທື່ອ​ຈິ່ງ​ເຮັດ​ໃຫ້​ເກີດ​ຂໍ້​ ຂັດແຍ່ງ​ກ່ຽວ​ກັບ​ບັນ­ຫາ​ນີ້​ຂຶ້ນ​ຫຼາຍ​ພໍສົມ­ຄວນ​ໃນ​ສັງ­ຄົມ, ອີງ​ຕາມ​ມາດຕາ 40 ຂອງ​ກົດ­ໝາຍ​ວ່າ​ດ້ວຍການ​ສືບ​ທອດ​ມູນ​ມໍ­ລະ­ດົກ​ຄື​ອາ­ຍຸ ຄວາມ​ໃນ​ການ​ຮ້ອງ​ຟ້ອງ​ເອົາ​ມູນມໍ­ລະ­ດົກ​ໄດ້​ລະ­ບຸ​ວ່າ­ການ​ຮ້ອງຟ້ອງ​ເອົາ​ ມູນ​ມໍ­ລະ­ດົກ​ສາ­ມາດ​ເຮັດຂຶ້ນ​ໄດ້​ພາຍ​ໃນ​ກຳ­ນົດ​ເວ­ລາ​ສາມປີ​ນັບ​ແຕ່​ວັນ​ ທີ​ເຈົ້າ​ມູນ​ມໍ­ລະ­ດົກ​ໄດ້ເສຍ​ຊີ­ວິດ​ເປັນ­ຕົ້ນ​ໄປ, ຖ້າ​ຫາກກາຍ​ກຳ­ນົດ​ດັ່ງ­ກ່າວ​ສິດ​ໃນ​ການ ຮ້ອງ​ຟ້ອງ​ຈະ​ຕົກ​ໄປ​ເວັ້ນ​ເສຍ​ແຕ່ ໃນ​ກໍ­ລະ­ນີ​ທີ່​ຜູ້​ສືບ​ທອດ​ມູນ​ມໍ​ລະດົກ​ນັ້ນ​ອາ­ຍຸ​ບໍ່​ເຖິງ 18 ປີ ພາຍ­ຫຼັງ ເຈົ້າ​ມູນ​ມໍ­ລະ­ດົກ​ເສຍ​ຊີ­ວິດ ຫຼື ມີ ເຫດ­ຜົນ​ອື່ນ​ທີ່​ພຽງ­ພໍ. ຍົກ​ຕົວ­ຢ່າງ ທ້າວ ອັງ­ຄານ ມີ​ລູກ​ຊາຍ​ສອງ​ຄົນ, ຜູ້​ທຳ​ອິດ​ແມ່ນ ມີ​ອາ­ຍຸ 22...

    Page 1 to 1 (of 3 items) Page: 1