ປະກັນໄພອຸປະຕິເຫດສ່ວນບຸກຄົນ

  ເບິ່ງແລ້ວ : 2506


ໃນຊີວິດປະຈຳວັນ, ພວກເຮົາປະເຊີນກັບຄວາມສ່ຽງ ແລະ ອຸບັດຕິເຫດທີ່ບໍ່ຄາດຄິດ. ພວກເຮົາຈະເຮັດແນວໃດເພື່ອປົກປ້ອງຕົວເອງ ແລະ ຄົນທີ່ເຮົາຮັກ?

ຜະລິດຕະພັນປະກັນໄພອຸບັດຕິເຫດຂອງ LVI ແມ່ນອີກໜຶ່ງວິທີ່ການແກ້ໄຂໃນຂອບເຂດຂອງການບາດເຈັບ ແລະ ຄ່າໃຊ້ຈ່າຍໃນການປິ່ນປົວຍອ້ນອຸບັດຕິເຫດສຳລັບຜູ້ດ້ຮັບການປະກັນໄພທີ່ເກີດຂື້ນໃນຂອບຂດຂອງ ສປປ ລາວ.

 

1. ຜູ້ທີ່ໄດ້ຮັບການປະກັນໄພ:

ພົນລະເມືອງລາວ ແລະ ຄົນຕ່າງປະເທດທີ່ກຳ ລັງຮຽນ ຫຼື ເຮັດວຽກຢູ່ລາວຕັ້ງແຕ່ອາຍຸ 18 ປີເຖິງ 65 ປີ.

 

2. ຂອບເຂດການຄຸ້ມ​ກັນ:

ໃນໄລຍະປະກັນໄພ, ຖ້າຜູ້ໄດ້​ຮັບ​ການປະກັນ​ໄພຕົນ​ເກີ​ດອຸປະຕິເຫດເຊິ່ງກໍ່ໃຫ້ເກີດການບາດເຈັບທາງຮ່າງກາຍຢ່າງກະທັນຫັນ, ​ຈົນ​ພາ​ໃຫ້ເສຍຊີວິດ, ຫຼື​ພິ​ການພາຍໃນສອງປີ (24 ເດືອນ) ນັບແຕ່ມື້​ເກີດ​ເຫດ ຫລື ຄ່າໃຊ້ຈ່າຍຍ​ອ້ນການປິ່ນປົວທີ່ເກີດຂື້ນພາຍໃຕ້ຂອບເຂດ​ເງື່ອ​ນ​ໄຂປະກັນໄພ, LVI ຈະຈ່າຍຄ່າ​ສິນ​ທົດ​ແທນທີ່ກ່ຽວຂ້ອງໃຫ້ແກ່ຜູ້​ໄດ້​ຮັບ​ການ​ປະ​ກັນ​ໄພ.

 

3. ຜົນປະໂຫຍດປະກັນໄພ:

ກ. ເສ​ຍີ​ວິດ ຫຼື ພິການຖາວອນ: LVI ຈ່າຍ 100% ຂອງວົງ​ເງິນ​ຄ້ຳ​ປະ​ກັນ

ຂ. ​ພິ​ການ​ບາງ​ພາກ​ສວ່ນ: LVI ຈ່າຍ​ຕາມ​ອັດ​ຕາ​ສວ່ນທີ່ໄດ້ ກຳ ນົດໄວ້ໃນກົດລະບຽບປະກັນໄພ.

ຄ. ຄ່າໃຊ້ຈ່າຍ​ໃນການປິ່ນປົວ: LVI ຄຸ້ມຄອງຄ່າໃຊ້ຈ່າຍ​ໃນ​ການ​ປິ່ນ​ປົວ, ການຜ່າຕັດ, ການຮັກສາ ຫຼື ການນຳໃຊ້ອຸປະກອນທາງການແພດຕາມການບົ່ງ​ມັດ​ຕິ ຫລື ຕາມຄຳແນະນຳ ຂອງແພດ ແລະ ບັນ​ດາຄ່າໃຊ້ຈ່າຍ ຂອງໂຮງໝໍ, ແລະ ບັນ​ດາຄ່າໃຊ້ຈ່າຍສຸກເສີນທີ່ຈຳເປັນສຳລັບການປິ່ນປົວຍ​ອ້ນອຸບັດຕິເຫດທາງຮ່າງກາຍຢ່າງບໍ່​ຄາດ​ຄິດ​ສູງເຖິງຈຳນວນເງິນທີ່ໄດ້ຮັບການປະກັນໄພ.

 

ຫມາຍ​ເຫດ​:

- ສຳລັບລາຍລະອຽດກະລຸນາຕິດຕໍ່ສາຍດ່ວນ 1465,

- ສຳ​ລັບການ​ປິ່ນ​ປົວຕ້ອງໄດ້ຮັບການແນະນຳຈາກທ່ານໝໍ,

- ສຳລັບລາຍລະອຽດຂອງ​ບັນ​ດາ​​ລາຍ​ລະ​ອຽດ​ການ​ຄຸ້ມ​ກັນ, ກະລຸນາ​ສຶກ​ສາກົດລະບຽບປະກັນໄພ​ສຸ​ຂະ​ພາບຂອງ LVI (​ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ກະ​ຊວງ​ການ​ເງິນ​ແຫ່ງ ສ​ປ​ປ ລາວ)

 

4. ຊ່ອງ​ທາງ​ໃນ​ການ​ຊື້​ປະ​ກັນ​ໄພ

- ​ຊື້​ປະ​ກັນ​ໄພ​ຜ່ານ​ແອັບ: BCEL One, U-Money, LVB DigiBank

- ​ໂທເຂົ້າ​ເບີ​ສາຍ​ດ່ວນ 1465 ຫຼື ນະ​ຄອນຫຼວງວຽງ​ຈັນ 020 23344666, ພາກ​ເໜືອ 030 5552205, ​ພາກ​ໃຕ້ 020 98717666

- ​ຊື້​ປະ​ກັນ​ໄພ​ໄດ້​ທີ່​ໜ່ວຍ​ບໍ​ລິ​ການ ຫຼື ຕົວ​ແທນ​ຂອງ LVI ທົ່ວ​ປະ​ເທດ

- ຊື້​ປະ​ກັນ​ໄພ​ໄດ້​ທີ່ ສາ​ຂາ ແລະ ໜ່ວຍ​ບໍ​ລິ​ການ ຂອງ​ທະ​ນາ​ຄານ:  BCEL, APB, ACLEDA, LaoVietBank, IndoChinaBank

 


  11-11-2020

ປະກັນໄພຍານພາຫະນະ - LVI FLEX

LVI FLEX ​ແມ່ນ​ຜະ​ລິດ​ຕະ​ພັນ​ຮອບ​ດ້ານ, ລວມ​ທັງ​ປະ​ກັນ​ໄພ​ຄວາມ​ຮັບ​ຜິດ​ຊອບ​ທາງ​ແພ່ງ​ຕໍ່​ບຸກ​ຄົນ​ທີ່ສາມ ແລະ ຕົວ​ລົດ. ຄ່າ​ທຳ​ນຽມ​ເບື້ອງ​ຕົ້ນ​ແມ່ນ 1,500,000 ກີບ ແລະ ວົງ​ເງິນ​ຄຸ້ມ​ກັນ​ສູງ​ເຖີງ 750,000,000 ກີບ.

  15-10-2020

ປະກັນໄພຍານພາຫະນະ - LVI CAR SPECIAL

LVI Car Special bảo hiểm thiệt hại vật chất xe đối với các rủi ro: đâm va với vật thể có định và di động, lật đổ, vỡ kính, cháy và mất cắp theo giới...

  15-10-2020

ປະກັນໄພສຸຂະພາບ LVI CARE - Cho doanh nghiệp

Bạn luôn mong muốn được bảo vệ trước những tai nạn bất ngờ và được sử dụng những dịch vụ y tế thuận tiện khi có rủi ro bệnh tật không mong muốn. Với sản...

  11-11-2020

ປະກັນໄພອຸປະຕິເຫດສ່ວນບຸກຄົນ

ໃນຊີວິດປະຈຳວັນ, ພວກເຮົາປະເຊີນກັບຄວາມສ່ຽງ ແລະ ອຸບັດຕິເຫດທີ່ບໍ່ຄາດຄິດ. ພວກເຮົາຈະເຮັດແນວໃດເພື່ອປົກປ້ອງຕົວເອງ ແລະ ຄົນທີ່ເຮົາຮັກ? ຜະລິດຕະພັນປະກັນໄພອຸບັດຕິເຫດຂອງ LVI ແມ່ນອີກໜຶ່ງວິທີ່ການແກ້ໄຂໃນຂອບເຂດຂອງການບາດເຈັບ ແລະ ຄ່າໃຊ້ຈ່າຍໃນການປິ່ນປົວຍອ້ນອຸບັດຕິເຫດສຳລັບຜູ້ດ້ຮັບການປະກັນໄພທີ່ເກີດຂື້ນໃນຂອບຂດຂອງ ສປປ ລາວ.

  27-10-2020

ປະກັນໄພຍານພາຫະນະ

ເມື່ອຢູ່ໃນການສັນຈອນ, ຄວາມສ່ຽງອາດເກີດຂື້ນໄດ້ຕະຫຼອດເວລາ. ຜູ້ຂັບຂີ່ຈະບໍ່ສາມາດຄາດເດົາ ແລະ ຫລີກລ້ຽງຈາກອຸປະຕິເຫດໄດ້ ເຊີ່ງມັນອາດຈະສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນ ແກ່ຜູ້ນຳໃຊ້ຖະໜົນ ແລະ ຕົວທ່ານເອງ. LVI ຊ່ວຍໃຫ້ທ່ານຮູ້ສຶກອຸ້ນໃຈໃນເວລາສັນຈອນ ດ້ວຍຜະລິດຕະພັນປະກັນໄພທີ່ອອກແບບແທດເໝາະ ເພື່ອໃຫ້ລູກຄ້າສາມາດເລືອກຊື້ໄດ້

  19-05-2016

ການປະກນໄພ ທອງທ ຽວໄປ ຕາງປ ະ ເທດັ

ການປະກນໄພ ທອງທ ຽວໄປ ຕາງປ ະ ເທດັ - International Travel Insurance