ການປະກັນໄພ ໄຟໄໝ້ ແລະ ບັນດາຄວາມສ່ຽງພິເສດ

  ເບິ່ງແລ້ວ : 9425


I. ເປົ້າໝາຍທີ່ໄດ້ຮັບການປະກັນໄພ
ຊັບສິນທີ່ໄດ້ຮັບການປະກັນໄພລວມມີ: ອາຄານ, ເຄື່ອງໃຊ້ໃນອາຄານ, ເຄື່ອງກົນຈັກ ແລະ ອຸປະກອນປະກອບອາຊີບ, ສິນຄ້າ

 

II. ຂອບເຂດຂອງການຄຸ້ມກັນ
LVI ສະເໜີແນະນຳລາຍລະອຽດຂອງການຄຸ້ມກັນ ແລະ ປະຕິບັດຕາມການເລືອກເອົາຂອງຜູ້ໄດ້ຮັບການປະກັນໄພຄືດັ່ງຕໍ່ໄປນີ້:

ກ. ອັກຄີໄພ-ຟ້າຜ່າໂດຍກົງໃສ່ຊັບສິນທີ່ໄດ້ຮັບການປະກັນໄພ-ການລະເບີດຂອງກາສ ຫຼື ໝໍ້ຫຸງຕົ້ມ

ຂ. ການລະເບີດ

ຄ. ເຄື່ອງບິນ ແລະ ອຸປະກອນທາງອາກາດອື່ນໆ ແລະ/ຫຼື ສິ່ງຂອງທີ່ຕົກລົງມາຈາກທີ່ນັ້ນ

ງ.  ການຈາລະຈົນ , ກຳມະກອນປະທ້ວງ, ການປະທ້ວງຂັດຂວາງຂອງກໍາມະກອນ

ຈ. ຄວາມເສຍຫາຍ-ທີ່ເກີດຈາກການກະທຳອັນຊົ່ວຮ້າຍ

ສ. ແຜ່ນດິນໄຫວ ຫຼື ພູໄຟລະເບີດ, ລວມທັງນ້ຳຖ້ວມ ຫຼື ນ້ຳທະເລລົ້ນ - ຫຼື ໄຟໄໝ້ໃຕ້ດິນ

ຊ. ພະຍຸ ແລະ ລົມພະຍຸ

ຍ. ພະຍຸ, ລົມພະຍຸ ແລະ ນ້ຳຖ້ວມ

ດ. ການຮົ່ວໄຫຼຂອງນ້ຳຈາກຖັງ,ອຸປະກອນ ຫຼື ທໍ່ລະບາຍນ້ຳ

ຕ.  ຜົນກະທົບຈາກພາຫະນະຕາມທ້ອງຖະໜົນ ຫຼື ສັດ ການຄຸ້ມກັນທຸກຢ່າງທັງໝົດໄດ້ອະທິບາຍແຈ້ງລາຍລະອຽດຢູ່ໃນລະບຽບການວ່າດ້ວຍປະກັນໄພອັກຄີໄພ ແລະບັນດາຄວາມສ່ຽງພິເສດຂອງ

 

III. ວົງເງິນຄ້ຳປະກັນ
ວົງເງິນຄ້ຳປະກັນ ແມ່ນມູນຄ່າຕົວຈິງຂອງ ຫຼື ການປ່ຽນແທນຊັບສິນໃໝ່ ຫຼື ມູນຄ່າໃໝ່ຂອງ : ອາຄານ, ເຄື່ອງໃຊ້ໃນອາຄານ, ເຄື່ອງກົນຈັກ, ອຸປະກອນປະກອບອາຊີບ ແລະ ສິນຄ້າຕ່າງໆ
 

IV. ອັດຕາຄ່າທຳນຽມ
ອັດຕາຄ່າທຳນຽມ ຂຶ້ນກັບ ປະເພດຄວາມສ່ຽງຂອງຊັບສິນ ແລະ ຂະແໜງການອຸດສະຫະກຳທີ່ໄດ້ຮັບການປະກັນໄພ ແລະ ຂອບເຂດຂອງການຄຸ້ມກັນ. ມັນຈະປ່ຽນແປງແຕ່ 0,1% ຫາ 0,70% ຂອງວົງເງິນຄ້ຳປະກັນລວມທັງໝົດ
V.ຄ່າທຳນຽມລວມທັງໝົດ = (ວົງເງິນຄໍ້າປະກັນ x ອັດຕາຄ່າທຳນຽມຕາມຄວາມສ່ຽງ) + ອາກອນ 10% + ຄ່າຂຶ້ນທະບຽນ

 

VI. ຂໍ້ຍົກເວັ້ນຕ່າງໆ

- ບໍລິສັດ ຮ່ວມທຸລະກິດປະກັນໄພລາວ-ຫວຽດ ຈະບໍ່່ຄ້ຳປະກັນຄວາມສູນເສຍ ຫຼື ຄວາມເສຍຫາຍທີ່ເກີດຂຶ້ນຈາກເຫດການ/ ຄວາມສ່ຽງທີ່ນອນຢູ່ໃນຂໍ້ຍົກເວັ້ນດັ່ງທີ່ໄດ້ອະທິບາຍແຈ້ງຢູ່ໃນລະບຽບການວ່າດ້ວຍການປະກັນໄພອັກຄີໄພ ແລະ ບັນດາຄວາມສ່ຽງພິເສດ. ຕົວຢ່າງ:

- ຄວາມເສຍຫາຍທີ່ເກີດຂຶ້ນຈາກ ສົງຄາມ, ການຮຸກຮານ, ການກະທຳຂອງສັດຕູຕ່າງຊາດ, ການສູ້ຮົບ, ການດຳເນີນຄ້າຍຄືສົງຄາມ ( ອາດຈະແມ່ນສົງຄາມທີ່ປະກາດ ຫຼື ບໍ່ປະກາດກໍຕາມ) ສົງຄາມກາງເມືອງ,  ການກະບົດ, ການປະຕິວັດ, ການກໍ່ຈາລະຈົນ, ການຈາລະຈົນ; ການປະທ້ວງນັດຢຸດງານ, ການລຸກຂຶ້ນປະທ້ວງຂອງຝ່າຍພົນລະເຮືອນ, ການເຄື່ອນໄຫວກໍ່ການຮ້າຍ, ການປະຕິວັດ, ຫຼື ການທະຫານ, ຫຼື ການຢຶດອຳນາດ, ກົດໄອຍະການເສິກ, ຫຼື ເຫດການໃດໜຶ່ງທີ່ເກີດຂຶ້ນ ຫຼື ເປັນສາເຫດທີ່ກຳນົດການປະກາດຮັກສາກົດໄອຍະການເສິກ

- ການເຄື່ອນໄຫວກໍ່ການຮ້າຍ

- ອາວຸດນິວເຄລຍ

- ການລັກທີ່ເກີດຂຶ້ນໃນຊ່ວງເວລາເກີດໄຟໄໝ້ ຫຼື ຫຼັງຈາກເຫດການໄຟໄໝ້

- ຄວາມສູນເສຍ ຫຼື ຄວາມເສຍຫາຍປະເພດໃດກໍຕາມທີ່ເປັນຜົນຕາມມາ

- ຂໍ້ຍົກເວັ້ນອື່ນໆໄດ້ອະທິບາຍແຈ້ງຢູ່ໃນລະບຽບການວ່າດ້ວຍການປະກັນໄພອັກຄີໄພ ແລະ ບັນດາຄວາມສ່ຽງພິເສດຂອງ

- ກົດໝາຍນໍາໃຊ້: ກົດໝາຍຂອງ ສປປ ລາວ

 

DOWNLOAD DETAIL HERE

 

 

 


  11-11-2020

ປະກັນໄພຂົນສົ່ງທາງອາກາດ

ປະກັນໄພຂົນສົ່ງທາງອາກາດແມ່ນການປະກັນໄພປະເພດໜຶ່ງສຳ ລັບສິນຄ້າທີ່ຂົນສົ່ງໂດຍຍົນ. ສິນຄ້າປະເພດຕ່າງໆທີ່ຖືກຂົນສົ່ງໂດຍທາງອາກາດແມ່ນສິນຄ້າທີ່ມີມູນຄ່າ, ສ່ວນປະກອບນ້ອຍເຊັ່ນ: ເຄື່ອງມືວັດແທກຂອງຊ່ຽວຊານ, ຢາ ແລະ ເຄື່ອງໃຊ້ໄຟຟ້າ.

  15-10-2020

Bảo hiểm gián đoạn kinh doanh - LAO

Bảo hiểm gián đoạn kinh doanh (sau tổn thất vật chất) còn được gọi là “bảo hiểm tổn thất lợi nhuận” hoặc “tổn thất mang tính hậu quả”. Mục đích của bảo hiểm gián đoạn...

  15-10-2020

Bảo hiểm mọi rủi ro tài sản -LAO

Trong quá trình sản xuất kinh doanh thì rủi ro liên quan đến các tài sản được xem là rủi ro đáng lo ngại nhất. Với những tính năng vượt trội và mang lại lợi...

  15-10-2020

Bảo hiểm hàng hóa xuất nhập khẩu - LAO

Bảo hiểm hàng hóa xuất nhập khẩu vận chuyển bằng đường biển thường áp dụng đối với các hàng hóa thông thường (không gồm các loại hàng hóa như than, dầu chở rời, hàng đông...

  15-10-2020

Bảo hiểm hàng hóa vận chuyển nội địa - LAO

Bảo hiểm hàng hóa vận chuyển nội địa là loại hình bảo hiểm cho hàng hóa được vận chuyển trong phạm vi lãnh thổ Việt Nam bằng đường bộ, đường sắt, đường sông, tàu ven...

  15-10-2020

Bảo hiểm trách nhiệm - LAO

Khi tham gia bảo hiểm trách nhiệm, người được bảo hiểm sẽ được LVI bồi thường đối với trách nhiệm pháp lý của người được bảo hiểm đối với các thương tật thân thể và/hoặc...