ການປະກັນໄພທີ່ຢູ່ອາໃສ

  ເບິ່ງແລ້ວ : 10551


I. ເປົ້າໝາຍທີ່ໄດ້ຮັບການປະກັນໄພ
ການປະກັນໄພທີ່ຢູ່ອາໃສ ຈະຄ້ຳປະກັນຄວາມສູນເສຍ ຫຼື ຄວາມເສຍຫາຍໃດໜຶ່ງ ໃຫ້ແກ່ຊັບສິນຂອງຜູ້ໄດ້ຮັບການປະກັນໄພ (ເຮືອນທີ່ຢູ່ອາໃສ, ເຄື່ອງໃຊ້ໃນເຮືອນ) ແລະ ຄວາມຮັບຜິດຊອບຂອງຫົວໜ້າຄອບຄົວ, ລາຍລະອຽດຂອງການຄຸ້ມກັນໄດ້ອະທິບາຍລະອຽດຢູ່ໃນສັນຍາປະກັນໄພທີ່ຢູ່ອາໃສຂອງ LVI
 

II. ຂອບເຂດຂອງການຄຸ້ມກັນ:  ຜູ້ໄດ້ຮັບການປະກັນໄພສາມາດເລືອກເອົາໜຶ່ງທາງເລືອກຂ້າງລຸ່ມຕໍ່ໄປນີ້ :

 

III. ວົງເງິນຄ້ຳປະກັນ
ວົງເງິນຄ້ຳປະກັນ ແມ່ນມູນຄ່າຕົວຈິງຂອງອາຄານບວກໃສ່ ເຄື່ອງໃຊ້ໃນເຮືອນ ອາຄານ ແຕ່ຍົກເວັ້ນຮົ້ວ ແລະ ກຳແພງ

 

IV. ອັດຕາຄິດໄລ່ຄ່າທຳນຽມ


ຂໍ້ຄວນເອົາໃຈໃສ່: LVI ຈະບໍ່ຮັບຄ້ຳປະກັນສຳລັບເຮືອນໄມ້


V. ວິທີຄິດໄລ່ຄ່າທຳນຽມ
1. ຄ່າທຳນຽມຕົວຈິງ: 1 = ອັດຕາຄ່າທຳນຽມຕາມຕາຕະລາງທີ່ລະບຸໄວ້ຂ້າງເທິງ  x ລວມວົງເງິນ ຄ້ຳປະກັນທັງໝົດ
2. ອາກອນມູນຄ່າເພີ້ມ VAT 10%  : 1 x 10%
3. ຄ່າຂຶ້ນທະບຽນ :  3 = ຕາມຂໍ້ກຳນົດຂ້າງລຸ່ມນີ້
4. ລວມຄ່າທຳນຽມທີ່ຕ້ອງຈ່າຍ:  4 = 1+2+3

 

VI. ຂໍ້ຍົກເວັ້ນຕ່າງໆ
- ບໍລິສັດ ຮ່ວມທຸລະກິດປະກັນໄພລາວ-ຫວຽດ ຈະບໍ່ຄ້ຳປະກັນຄວາມສູນເສຍ ຫຼື ຄວາມເສຍຫາຍທີ່ເກີດຂຶ້ນຈາກເຫດການ/ ຄວາມສ່ຽງທີ່ນອນຢູ່ໃນຂໍ້ຍົກເວັ້ນດັ່ງທີ່ໄດ້ອະທິບາຍລະອຽດຢູ່ໃນສັນຍາປະກັນໄພທີ່ຢູ່ອາໃສຂອງ LVI:
- ຄວາມເສຍຫາຍທີ່ເກີດຂຶ້ນຈາກ ສົງຄາມ, ການຮຸກຮານ, ການກະທຳຂອງສັດຕູຕ່າງຊາດ, ການສູ້ຮົບ, ການດຳເນີນຄ້າຍຄືສົງຄາມ ( ອາດຈະປະກາດ ຫຼື ບໍ່ປະກາດກໍຕາມ) ສົງຄາມກາງເມືອງ,  ການກະບົດ, ການປະຕິວັດ, ການກໍ່ຈາລະຈົນ, ການຈາລະຈົນ; ການປະທ້ວງນັດຢຸດງານ, ການລຸກຂຶ້ນປະທ້ວງຂອງຝ່າຍພົນລະເຮືອນ, ການເຄື່ອນໄຫວກໍ່ການຮ້າຍ, ການປະຕິວັດ, ຫຼື ການທະຫານ, ຫຼື ການຢຶດອຳນາດ, ກົດໄອຍະການເສິກ, ຫຼື ເຫດການໃດໜຶ່ງທີ່ເກີດຂຶ້ນ ຫຼື ເກີດຈາກສາເຫດທີ່ກໍານົດການປະກາດຮັກສາກົດໄອຍະການເສິກ ....
- ການເຄື່ອນໄຫວກໍ່ການຮ້າຍ
- ອາວຸດນິວເຄລຍ
- ການລັກທີ່ເກີດຂຶ້ນໃນຊ່ວງເວລາເກີດໄຟໄໝ້ ຫຼື ຫຼັງຈາກເກີດໄຟໄໝ້
- ຄວາມສູນເສຍ ຫຼື ຄວາມເສຍຫາຍທີ່ເປັນຜົນຕາມມາປະເພດໃດກໍຕາມ
- ຂໍ້ຍົກເວັ້ນອື່ນໆໄດ້ອະທິບາຍລະອຽດຢູ່ໃນລະບຽບການວ່າດ້ວຍການປະກັນໄພທີ່ຢູ່ອາໃສຂອງ LVI

 

VII. ໃນກໍລະນີເກີດອຸປະຕິເຫດ, ຜູ້ໄດ້ຮັບການປະກັນໄພຕ້ອງແຈ້ງ LVI ໃຫ້ຮັບຮູ້ທັນທີຕາມເບີໂທ :  020 2555666 & 020 99989666 - ສາຍດ່ວນການຕະຫຼາດ: 020 23344666

 

DOWNLOAD MORE HERE

 

 


  11-11-2020

ປະກັນໄພຍານພາຫະນະ - LVI FLEX

LVI FLEX ​ແມ່ນ​ຜະ​ລິດ​ຕະ​ພັນ​ຮອບ​ດ້ານ, ລວມ​ທັງ​ປະ​ກັນ​ໄພ​ຄວາມ​ຮັບ​ຜິດ​ຊອບ​ທາງ​ແພ່ງ​ຕໍ່​ບຸກ​ຄົນ​ທີ່ສາມ ແລະ ຕົວ​ລົດ. ຄ່າ​ທຳ​ນຽມ​ເບື້ອງ​ຕົ້ນ​ແມ່ນ 1,500,000 ກີບ ແລະ ວົງ​ເງິນ​ຄຸ້ມ​ກັນ​ສູງ​ເຖີງ 750,000,000 ກີບ.

  15-10-2020

ປະກັນໄພຍານພາຫະນະ - LVI CAR SPECIAL

LVI Car Special bảo hiểm thiệt hại vật chất xe đối với các rủi ro: đâm va với vật thể có định và di động, lật đổ, vỡ kính, cháy và mất cắp theo giới...

  15-10-2020

ປະກັນໄພສຸຂະພາບ LVI CARE - Cho doanh nghiệp

Bạn luôn mong muốn được bảo vệ trước những tai nạn bất ngờ và được sử dụng những dịch vụ y tế thuận tiện khi có rủi ro bệnh tật không mong muốn. Với sản...

  11-11-2020

ປະກັນໄພອຸປະຕິເຫດສ່ວນບຸກຄົນ

ໃນຊີວິດປະຈຳວັນ, ພວກເຮົາປະເຊີນກັບຄວາມສ່ຽງ ແລະ ອຸບັດຕິເຫດທີ່ບໍ່ຄາດຄິດ. ພວກເຮົາຈະເຮັດແນວໃດເພື່ອປົກປ້ອງຕົວເອງ ແລະ ຄົນທີ່ເຮົາຮັກ? ຜະລິດຕະພັນປະກັນໄພອຸບັດຕິເຫດຂອງ LVI ແມ່ນອີກໜຶ່ງວິທີ່ການແກ້ໄຂໃນຂອບເຂດຂອງການບາດເຈັບ ແລະ ຄ່າໃຊ້ຈ່າຍໃນການປິ່ນປົວຍອ້ນອຸບັດຕິເຫດສຳລັບຜູ້ດ້ຮັບການປະກັນໄພທີ່ເກີດຂື້ນໃນຂອບຂດຂອງ ສປປ ລາວ.

  27-10-2020

ປະກັນໄພຍານພາຫະນະ

ເມື່ອຢູ່ໃນການສັນຈອນ, ຄວາມສ່ຽງອາດເກີດຂື້ນໄດ້ຕະຫຼອດເວລາ. ຜູ້ຂັບຂີ່ຈະບໍ່ສາມາດຄາດເດົາ ແລະ ຫລີກລ້ຽງຈາກອຸປະຕິເຫດໄດ້ ເຊີ່ງມັນອາດຈະສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນ ແກ່ຜູ້ນຳໃຊ້ຖະໜົນ ແລະ ຕົວທ່ານເອງ. LVI ຊ່ວຍໃຫ້ທ່ານຮູ້ສຶກອຸ້ນໃຈໃນເວລາສັນຈອນ ດ້ວຍຜະລິດຕະພັນປະກັນໄພທີ່ອອກແບບແທດເໝາະ ເພື່ອໃຫ້ລູກຄ້າສາມາດເລືອກຊື້ໄດ້

  19-05-2016

ການປະກນໄພ ທອງທ ຽວໄປ ຕາງປ ະ ເທດັ

ການປະກນໄພ ທອງທ ຽວໄປ ຕາງປ ະ ເທດັ - International Travel Insurance