LVI ໄດ້ເປີດໃຫ້ບໍລິການຊື້ປະກັນໄພຜ່ານແອັບ LVB DigiBank

  ເບິ່ງແລ້ວ : 3043


ໃນຕອນບ່າຍຂອງວັນທີ 29/09/2020, ທະນາຄານຮ່ວມທຸລະກິດລາວຫວຽດ (LaoVietBank) ແລະ ບໍລິສັດຮ່ວມທຸລະກິດປະກັນໄພລາວຫວຽດ ຈຳກັດ. ໄດ້ລົງນາມເຊັນສັນຍາຮ່ວມມື ເພື່ອເປີດໃຫ້ບໍລິການປະກັນໄພ ແລະ ນຳໃຊ້ໃບຢັ້ງຢືນປະກັນໄພເອເລັກໂທຣນິກຜ່ານແອັບ LVB DigiBank.
 
 
ຕາມການຕົກລົງ, ດ້ວຍຈຸດປະສົງເພື່ອມອບຄວາມສະດວກໃຫ້ແກ່ລູກຄ້າ, ລູກຄ້າສາມາດຊື້ ແລະ ຊຳລະຄ່າປະກັນໄພເຊັ່ນ ປະກັນໄພຍານພາຫະນະ, ປະກັນໄພສຸຂະພາບ ຂອງ LVI ຜ່ານແອັບ LVB DigiBank ແລະ ຍັງສາມາດຮັບໃບຢັ້ງຢືນປະກັນໄພເອເລັກໂທຣນິກຮັກສາໄວ້ມືຖື ເພື່ອປ່ຽນແທນໃບຢັ້ງຢືນປະກັນໄພທີ່ພິມໃນເຈັ້ຍທົ່ວໄປ.
 
ປະຈຸບັນ, LVI ແມ່ນບໍລິສັດທຳອິດ ແລະ ແຫ່ງດຽວໃນລາວ ທີ່ໄດ້ຮັບການອະນຸມັດຈາກກະຊວງການເງິນ ອະນຸຍາດໃຫ້ນຳໃຊ້ຮູບແບບໃບຢັ້ງຢືນປະກັນໄພເອເລັກໂທຮນິກ (ຕາມເອກະສານເລກທີ 0770/ຄລປ ລົງວັນທີ 30 ກໍລະກົດ 2020). ສຳລັບປະກັນໄພຍານພາຫະນະ, ທາງກົມຈະລາຈອນ ກໍ່ໄດ້ແຈ້ງເຖິງກຳລັງຕຳຫຼວດຈະລາຈອນໃນທົ່ວປະເທດຮັບຊາບ (ຕາມແຈ້ງການເລກທີ 028/ກຈຈ ລົງວັນທີ 11 ກັນຍາ 2020) ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ຊົມໃຊ້ໃບຢັ້ງຢືນປະກັນໄພເອເລັກໂທຣນິກຂອງ LVI. ສຳລັບປະກັນໄພສຸຂະພາບ, LVI ກໍ່ໄດ້ເຊັນສັນຍາຮ່ວມມືກັບບັນດາໂຮງໝໍທີ່ໃຫຍ່ໃນລາວ ເພື່ອຄ້ຳປະກັນສຳລັບລາຍຈ່າຍຄ່າປິ່ນປົວຕ່າງໆ.
 
 
ກ່ອນໜ້ານີ້, LVI ກໍ່ໄດ້ເຊັນສັນຍາຮ່ວມມືໃນການເປີດໃຫ້ບໍລິການປະກັນໄພ ແລະ ຮັບໃບຢັ້ງຢືນປະກັນໄພເອເລັກໂທຣນິກຜ່ານບັນດາແອັບຄື BCEL One, BCEL iBank, U-Money, M-Money ແລະ ໃນອານາຄົດ, LVI ຈະສືບຕໍ່ຮ່ວມມືກັບບັນດາບໍລິສັດໂທລະຄົມ ແລະ ບັນດາທະນາຄານອື່ນໆ ເພື່ອສະໜອງຮູບແບບການບໍລິການດັ່ງກ່າວ ເພື່ອອຳນວຍຄວາມສະດວກໃຫ້ແກ່ລູກຄ້າ ແລະ ເພີ້ມປະສິດທິພາບສູງສຸດໃຫ້ແກ່ທຸລະກິດ.
 
 
 

 


  10-05-2022

76767767

7iu

  30-04-2021

ຊື້ປະ​ກັນ​ໄພ​ສຸ​ຂະ​ພາບຜ່ານແອັບ BCEL One, LVB DigiBank, U-Money ໄດ້​ຮັບ​ການ​ຄ້ຳ​ປະ​ກັນ​ໂຄວິດ-19

ບໍລິສັດ ຮ່ວມທຸລະກິດປະກັນໄພລາວ - ຫວຽດ (LVI) ໄດ້ຮ່ວມມືກັບທະນາຄານການຄ້າຕ່າງປະເທດລາວ (BCEL), ທະນາຄານຮ່ວມທຸລະກິດລາວ - ຫວຽດ(LaoVietBank), ແລະ ບໍລິສັດ StarFintech ຂອງ Unitel ເພື່ອເປີດ​ຊ່ອງ​ທາງ​ໃຫມ່​ໃນ​ການ​ຂາຍຜະລິດຕະພັນປະກັນໄພສຸຂະພາບ, ​ໃນ​ນັ້ນ​ມີ​ການຈ່າຍຄ່າໃຊ້ຈ່າຍໃນການກວດ ແລະ ປິ່ນປົວພະຍາດໂຄວິດ -19.

  22-04-2021

LVI ແມ່ນ ໜຶ່ງໃນ 52 ຫົວໜ່ວຍທຸລະກິດ ທີ່ມີຜົນງານດີ່ເດັ່ນ ປະເພດ I ໃນການປະຕິບັດພັນທະສວຍສາອາກອນ ເຂົ້າງົບປະມານແຫ່ງລັດ ປະຈຳປີ 2020.

ໃນວັນທີ 19 ເມສາ 2021 ທີ່ຜ່ານມາ, ທີ່ຫ້ອງປະຊຸມ ກົມສ່ວຍສາອາກອນ ກະຊວງການເງິນແຫ່ງ ສປປ ລາວ ໄດ້ຈັດພິທີມອບໃບຍ້ອງຍໍທີ່ລະນຶກ ປະເພດ I, ປະເພດ II ໃຫ້ແກ່ບັນດາ ຫົວໜ່ວຍທຸລະກິດທີ່ມີຜົນງນ ໃນການປະຕິບັດມອບພັນທະສວຍສາອາກອນ ປະຈຳປີ 2020. ເປັນກຽດເຂົ້າຮ່ວມ ພິທີດັ່ງກ່າວແມ່ນ ທ່ານ ບຸນໂຈມ ອຸບົນປະເສີດ - ລັດຖະມົນຕີກະຊວງການເງິນ ແລະ ທ່ານ ປອ ພູທະນູເພັດ ໄຊສົມບັດ - ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ...

  21-04-2021

ກອງ​ປະ​ຂຸມ ຊຸກ​ຍູ້​ການ​ຮ່ວມ​ມື ລະ​ຫວ່າງ ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ ຫວຽດ (LaoVietBank) ແລະ ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ​ປະ​ກັນ​ໄພ​ລາວ ຫວຽດ ຈຳ​ກັດ (LVI)

ກອງ​ປະ​ຂຸມ ຊຸກ​ຍູ້​ການ​ຮ່ວມ​ມື ລະ​ຫວ່າງ ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ ຫວຽດ (LaoVietBank) ແລະ ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ​ປະ​ກັນ​ໄພ​ລາວ ຫວຽດ ຈຳ​ກັດ (LVI) LaoVietBank ແມ່ນ​ທະ​ນາ​ຄານ​ໜຶ່ງ​ທີ່​ໃຫ່​ຍ​ໃນ​ລາວ, ກວມ​ອັດ​ຕາ​ສ່ວນ​ທາງ​ດ້ານ​ສິນ​ເຊື່ອ​ຢູ່​ອັນ​ດັບ​ສອງ, ທາງ​ດ້ານ​ຊັບ​ສິນ-ແຫຼ່ງ​ທຶນ ຢູ່​ອັນ​ດັບ​ສາມ, ສາ​ມາດ​ຮັກ​ສາ​ໃຫ້​ຢູ່​ໃນ​ກຸ່ມ 5 ທະ​ນາ​ຄານ​ທຸ​ລະ​ກິດ​ທີ່​ໃຫຍ່​ໃນ​ລາວ​​ຢູ່ເລື້ອຍໆ ທີ່​ມີ​ເຄືອ​ຄ່າຍ 9/18 ແຂວງ​ໃນ​ລາວ.

  22-12-2020

LVI ມອບສິນທົດແທນໃຫ້ລູກຄ້າ

ບໍລິສັດ ປະກັນໄພລາວ-ຫວຽດ ຂໍສະແດງຄວາມເສຍໃຈນຳຄອບຄົວລູກຄ້າທີ່ໄດ້ສູນເສຍລູກສາວໄປ.

  08-10-2020

LVI ໄດ້ເປີດໃຫ້ບໍລິການຊື້ປະກັນໄພຜ່ານແອັບ LVB DigiBank

ທະນາຄານຮ່ວມທຸລະກິດລາວຫວຽດ (LaoVietBank) ແລະ ບໍລິສັດຮ່ວມທຸລະກິດປະກັນໄພລາວຫວຽດ ຈຳກັດ. ໄດ້ລົງນາມເຊັນສັນຍາຮ່ວມມື ເພື່ອເປີດໃຫ້ບໍລິການປະກັນໄພ ແລະ ນຳໃຊ້ໃບຢັ້ງຢືນປະກັນໄພເອເລັກໂທຣນິກຜ່ານແອັບ LVB DigiBank.