LVI ດຳເນີນການຂາຍປະກັນໄພຜ່ານແອັບ BCEL One

  ເບິ່ງແລ້ວ : 4237


ໃນຕອນແລງຂອງວັນທີ 05/08/2020, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ແລະ ບໍລິສັດຮ່ວມທຸລະກິດປະກັນໄພລາວຫວຽດຈຳກັດ (LVI).ໄດ້ລົງນາມເຊັນສັນຍາຮ່ວມມື ແລະ ເປີດໂຕການໃຫ້ບໍລິການຊຳລະຄ່າປະກັນໄພ ແລະ ອອກໃບຢັ້ງຢືນປະກັນໄພເອເລັກໂທຣນິກຜ່ານ 02 ຊ່ອງທາງອອນລາຍຂອງແອັບ BCEL One ແລະ BCEL i-bank.
 
 
ອີງຕາມການຕົກລົງເຫັນດີຂອງທັງສອງຝ່າຍ, ດ້ວຍຈຸດປະສົງເປົ້າໝາຍ ເພື່ອສ້າງຄວາມສະດວກສະບາຍໃຫ້ແກ່ລູກຄ້າ, ລູກຄ້າສາມາດຊື້ແລະຊຳລະຄ່າປະກັນໄພຍານພາຫະນະ, ປະກັນໄພສຸຂະພາບຂອງ LVI ຜ່ານແອັບຂອງ BCEL One, BCEL i-bank ແລະ LVI ກໍ່ແມ່ນບໍລິສັດທຳອິດທີ່ໄດ້ຮັບອະນຸມັດຈາກກະຊວງການເງິນໃນການນຳໃຊ້ໃບຢັ້ງຢືນປະກັນໄພເອເລັກໂທຣນິກໃຫ້ແກ່ລູກຄ້າ,ໂດຍຜ່ານບັນດາແອັບຂອງທະນາຄານແລະ ບໍລິສັດໂທລະຄົມ, ລູກຄ້າຊື້ປະກັນໄພແມ່ນສາມາດຮັບໃບຢັ້ງຢືນປະກັນໄພເອເລັກໂທຣນິກໄດ້ເທິງມືຖືຂອງລູກຄ້າທັນທີ ແລະ ສາມາດໃຊ້ແທນໃບຢັ້ງຢືນປະກັນໄພທີ່ພິມໃນເຈັ້ຍ.
 
ທຄຕລ ມີປະຫວັດການດຳເນີນທຸລະກິດ ທີ່ຍາວນານຫຼາຍກວ່າ 30 ປີ ແລະ ກໍ່ແມ່ນທະນາຄານທີ່ໃຫຍ່ທີ່ສຸດໃນປະເທດລາວ. ບໍລິສັດ LVI ແມ່ນບໍລິສັດຮ່ວມທຸລະກິດປະກັນໄພ ໄດ້ຖືກສ້າງຕັ້ງ ແລະ ດຳເນີນທຸລະກິດນັບແຕ່ເດືອນ ມີຖຸນາ ປີ2008,ໂດຍແມ່ນ ທະນາຄານການຄ້າຕ່າງປະເທດລາວ (BCEL) ແລະ ກຸ່ມບໍລິສັດປະກັນໄພ BIDV (BIC) ເປັນຜູ້ສ້າງຕັ້ງຂື້ນ. ພາຍຫຼັງ 12 ປີ ໃນການດຳເນີນທຸລະກິດ, ປະຈຸບັນ, ບໍລິສັດ LVI ກຳລັງຢືນຢູ່ອັນດັບສອງຂອງສ່ວນແບ່ງຕະຫຼາດປະກັນໄພລາວ.
 
ກ່ອນໜ້ານີ້ບໍ່ດົນ, ບໍລິສັດ LVI ກໍ່ໄດ້ຮ່ວມມືກັບບໍລິສັດໂທລະຄົມ UNITEL ໃນການໃຫ້ບໍລິການຊຳລະຄ່າປະກັນໄພ ແລະ ອອກໃບຢັ້ງຢືນປະກັນໄພເອເລັກໂທນິກ ຜ່ານແອັບຊຳລະ U-Money ຂອງບໍລິສັດ UNITEL (ບໍລິສັດໃນເຄືອຂ່າຍຂອງ Viettel Global). ໃນອານາຄົດ, ບໍລິສັດ LVI ຈະສືບຕໍ່ຮ່ວມມືກັບ ບັນດາ ບໍລິສັດໂທລະຄົມ ແລະ ບັນດາທະນາຄານອື່ນໆໃນລາວ ເພື່ອໃຫ້ບໍລິການປະກັນໄພຮູບແບບນີ້ ແນໃສ່ເພື່ອສ້າງຄວາມສະດວກສະບາຍໃຫ້ແກ່ລູກຄ້າ ແລະ ເພີ້ມປະສິດທີພາບທາງດ້ານທຸລະກິດໃຫ້ສູງຂື້ນເລື້ອຍໆ.
 


  10-05-2022

76767767

7iu

  30-04-2021

ຊື້ປະ​ກັນ​ໄພ​ສຸ​ຂະ​ພາບຜ່ານແອັບ BCEL One, LVB DigiBank, U-Money ໄດ້​ຮັບ​ການ​ຄ້ຳ​ປະ​ກັນ​ໂຄວິດ-19

ບໍລິສັດ ຮ່ວມທຸລະກິດປະກັນໄພລາວ - ຫວຽດ (LVI) ໄດ້ຮ່ວມມືກັບທະນາຄານການຄ້າຕ່າງປະເທດລາວ (BCEL), ທະນາຄານຮ່ວມທຸລະກິດລາວ - ຫວຽດ(LaoVietBank), ແລະ ບໍລິສັດ StarFintech ຂອງ Unitel ເພື່ອເປີດ​ຊ່ອງ​ທາງ​ໃຫມ່​ໃນ​ການ​ຂາຍຜະລິດຕະພັນປະກັນໄພສຸຂະພາບ, ​ໃນ​ນັ້ນ​ມີ​ການຈ່າຍຄ່າໃຊ້ຈ່າຍໃນການກວດ ແລະ ປິ່ນປົວພະຍາດໂຄວິດ -19.

  22-04-2021

LVI ແມ່ນ ໜຶ່ງໃນ 52 ຫົວໜ່ວຍທຸລະກິດ ທີ່ມີຜົນງານດີ່ເດັ່ນ ປະເພດ I ໃນການປະຕິບັດພັນທະສວຍສາອາກອນ ເຂົ້າງົບປະມານແຫ່ງລັດ ປະຈຳປີ 2020.

ໃນວັນທີ 19 ເມສາ 2021 ທີ່ຜ່ານມາ, ທີ່ຫ້ອງປະຊຸມ ກົມສ່ວຍສາອາກອນ ກະຊວງການເງິນແຫ່ງ ສປປ ລາວ ໄດ້ຈັດພິທີມອບໃບຍ້ອງຍໍທີ່ລະນຶກ ປະເພດ I, ປະເພດ II ໃຫ້ແກ່ບັນດາ ຫົວໜ່ວຍທຸລະກິດທີ່ມີຜົນງນ ໃນການປະຕິບັດມອບພັນທະສວຍສາອາກອນ ປະຈຳປີ 2020. ເປັນກຽດເຂົ້າຮ່ວມ ພິທີດັ່ງກ່າວແມ່ນ ທ່ານ ບຸນໂຈມ ອຸບົນປະເສີດ - ລັດຖະມົນຕີກະຊວງການເງິນ ແລະ ທ່ານ ປອ ພູທະນູເພັດ ໄຊສົມບັດ - ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ...

  21-04-2021

ກອງ​ປະ​ຂຸມ ຊຸກ​ຍູ້​ການ​ຮ່ວມ​ມື ລະ​ຫວ່າງ ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ ຫວຽດ (LaoVietBank) ແລະ ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ​ປະ​ກັນ​ໄພ​ລາວ ຫວຽດ ຈຳ​ກັດ (LVI)

ກອງ​ປະ​ຂຸມ ຊຸກ​ຍູ້​ການ​ຮ່ວມ​ມື ລະ​ຫວ່າງ ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ ຫວຽດ (LaoVietBank) ແລະ ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ​ປະ​ກັນ​ໄພ​ລາວ ຫວຽດ ຈຳ​ກັດ (LVI) LaoVietBank ແມ່ນ​ທະ​ນາ​ຄານ​ໜຶ່ງ​ທີ່​ໃຫ່​ຍ​ໃນ​ລາວ, ກວມ​ອັດ​ຕາ​ສ່ວນ​ທາງ​ດ້ານ​ສິນ​ເຊື່ອ​ຢູ່​ອັນ​ດັບ​ສອງ, ທາງ​ດ້ານ​ຊັບ​ສິນ-ແຫຼ່ງ​ທຶນ ຢູ່​ອັນ​ດັບ​ສາມ, ສາ​ມາດ​ຮັກ​ສາ​ໃຫ້​ຢູ່​ໃນ​ກຸ່ມ 5 ທະ​ນາ​ຄານ​ທຸ​ລະ​ກິດ​ທີ່​ໃຫຍ່​ໃນ​ລາວ​​ຢູ່ເລື້ອຍໆ ທີ່​ມີ​ເຄືອ​ຄ່າຍ 9/18 ແຂວງ​ໃນ​ລາວ.

  22-12-2020

LVI ມອບສິນທົດແທນໃຫ້ລູກຄ້າ

ບໍລິສັດ ປະກັນໄພລາວ-ຫວຽດ ຂໍສະແດງຄວາມເສຍໃຈນຳຄອບຄົວລູກຄ້າທີ່ໄດ້ສູນເສຍລູກສາວໄປ.

  08-10-2020

LVI ໄດ້ເປີດໃຫ້ບໍລິການຊື້ປະກັນໄພຜ່ານແອັບ LVB DigiBank

ທະນາຄານຮ່ວມທຸລະກິດລາວຫວຽດ (LaoVietBank) ແລະ ບໍລິສັດຮ່ວມທຸລະກິດປະກັນໄພລາວຫວຽດ ຈຳກັດ. ໄດ້ລົງນາມເຊັນສັນຍາຮ່ວມມື ເພື່ອເປີດໃຫ້ບໍລິການປະກັນໄພ ແລະ ນຳໃຊ້ໃບຢັ້ງຢືນປະກັນໄພເອເລັກໂທຣນິກຜ່ານແອັບ LVB DigiBank.