ລັດຖະບານປືກສາຫາລື3 ບັນຫາສຳຄັນຂອງຊາດ ໂດສະເພາະການແກ້ໄຂໄພພິບັດ

  ເບິ່ງແລ້ວ : 3394


ລັດຖະບານປືກສາຫາລື3 ບັນຫາສຳຄັນຂອງຊາດ ໂດສະເພາະການແກ້ໄຂໄພພິບັດ


------------------------------------------------------------------------


ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ເປັນປະທານກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 2 ປີ 2018 ຈັດຂຶ້ນລະຫວ່າງວັນທີ 17 ຫາ 18 ກັນຍາ 2018 ທີ່ຫໍປະຊຸມແຫ່ງຊາດ ນະຄອນ ຫລວງ ວຽງຈັນ ເພື່ອພິຈາລະນາ ແລະ ປຶກສາຫາລື 3 ບັນຫາສຳຄັນຂອງຊາດ ຄື: ສະຫລຸບຕີລາຄາສະພາບ ແລະ ການແກ້ໄຂໄພພິບັດນ້ຳຖ້ວມໃນຂອບເຂດທົ່ວປະເທດ, ສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 8 ເດືອນ ແລະ ຄາດຄະເນ ໝົດປີ 2018, ລວມເຖິງທິດທາງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງ ລັດປີ 2019 ສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ກາງສະໄໝ ແລະ ກະກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ນັບແຕ່ປີ 2021 ຫາ 2025.
ທ່ານ ທອງລຸນ ສີສຸລິດ ມີຄຳເຫັນ ໄຂກອງປະຊຸມຄັ້ງນີ້ ວ່າ: ກອງປະຊຸມລັດຖະບານຄັ້ງນີ້ ຈັດຂຶ້ນໃນສະພາບການທີ່ປະເທດເຮົາປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ໂດຍສະເພາະໄພພິບັດທີ່ ເກີດຂຶ້ນຈາກສັນເຂື່ອນກັນນ້ຳອ່າງເກັບນ້ຳສຳຮອງເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ ເຮັດໃຫ້ມີຜົນ ກະທົບຢ່າງຫລວງຫລາຍ. ບັນດາຫົວຂໍ້ທີ່ນຳມາ ປຶກສາຫາລືໃນກອງປະຊຸມຄັ້ງນີ້ ລ້ວນແຕ່ເປັນບັນຫາ ສຳຄັນທີ່ສັງຄົມໃຫ້ຄວາມສົນໃຈ ແລະ ເປັນບັນຫາທີ່ຕັດສິນໝາກຜົນຂອງການພັດທະນາເສດຖະກິດ-ສັງຄົມຂອງລາວ.
ນອກນີ້ ຍັງເປັນຫົວຂໍ້ທີ່ລັດຖະບານຕ້ອງກຽມ ລາຍງານຕໍ່ກອງປະຊຸມຄົບ ຄະນະບໍລິຫານງານສູນກາງພັກຄັ້ງທີ 7 ແລະ ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງ ຊາດ ຊຸດທີ 8 ທີ່ຈະຈັດຂຶ້ນໃນອີກບໍ່ດົນນີ້.
ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງໃຫ້ສະມາຊິກລັດຖະບານທີ່ເຂົ້າຮ່ວມກອງປະຊຸມພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນດ້ວຍຄວາມຮັບຜິດຊອບສູງ, ສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດ ສຸມ ແລະ ມີທາງອອກ ເພື່ອໃຫ້ກອງປະຊຸມສາມາດບັນລຸຜົນສຳເລັດ ແລະ ສາມາດນຳເອົາບັນຫາທີ່ ໄດ້ຕົກລົງກັນໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
ອີງຕາມຂໍ້ມູນຈາກຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ໃຫ້ຮູ້ວ່າ: ນັບແຕ່ກາງເດືອນ ກໍລະກົດ ຫາ ເດືອນ ກັນຍາ 2018 ມີລົມພະຍຸເຂດຮ້ອນຈໍານວນຫຼາຍ ຫົວພັດຜ່ານເຂົ້າມາລາວ ໃນນີ້ຮ້າຍແຮງກວ່າໝູ່ແມ່ນພະຍຸ ເຊີນຕີນ ແລະ ເບປິນກາ ເຮັດໃຫ້ເກີດນ້ຳ ຖ້ວມ, ດິີນເຈື່ອນ, ຂົວ ແລະ ເສັ້ນທາງຂາດຫຼາຍຈຸດ ສົ່ງຜົນກະທົບໂດຍກົງຕໍ່ຊີວິດ, ຊັບສິນຂອງປະຊາຊົນ, ສ້າງຄວາມເສຍຫາຍຕໍ່ ພື້ນຖານໂຄງລ່າງທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ຢູ່ທຸກແຂວງ ໃນທົ່ວປະເທດ, ໃນນີ້ ມີ 115 ເມືອງ, 2.409 ບ້ານ, 131.507 ຄອບຄົວ, 639.437 ຄົນ ໄດ້ຮັບຜົນກະທົບ, ມີຜູ້ເສຍຊີວິດ 55 ຄົນ, ບາດເຈັບ 2 ຄົນ ແລະ ສູນຫາຍທີ່ຍັງບໍ່ທັນພົບເຫັນ 100 ຄົນ .
ຍົກຍ້າຍໄປບ່ອນທີ່ພັກເຊົາຊົ່ວຄາວເບື້ອງຕົ້ນ 3.616 ຄອບຄົວ, 16.739 ຄົນ, ຜູ້ເສຍຊີວິດ ແລະ ສູນຫາຍຫລາຍກ່ວາໝູ່ແມ່ນຢູ່ແຂວງ ອັດຕະປື ຄື ມີຜູ້ເສຍຊີວິດ 40 ຄົນ ແລະ ສູນຫາຍ 97 ຄົນ, ຮອງລົງມາແມ່ນ ແຂວງ ຫຼວງພະບາງ ມີຜູ້ເສຍຊີວິດ 10 ຄົນ ແລະ ສູນຫາຍ 3 ຄົນ, ແຂວງ ຊຽງຂວາງ 4 ຄົນ ແລະ ແຂວງ ບໍລິຄໍາໄຊ ມີຜູ້ເສຍຊີວິດ 1 ຄົນ.

 

 

 

ໂດຍ: ບຸນຕຽງ ຈັນທະວົງ

Source: Targat


  18-01-2021

ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ XI ວາງ​ກະ​ຕ່າ​ດອກ​ໄມ້ ຢຸ່​ຫໍ​ພິ​ພະ​ທະ​ພັນ ໄກ​ສອນ ພົມ​ວິ​ຫານ

​ວັນ​ທີ 16 ມັງ​ກອນ 2021 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ສະ​ໄໝ​ທີ XI ນຳ​ໂດຍ​ສະ​ຫາຍ ປອ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດ​​ ພ້ອມ​ດ້ວຍ​ຄະ​ນະ ໄດ້​ເຂົ້າ​ວາງ​ກະ​ຕ່າ​ດອກ​ໄມ້ ຢູ່​ຫໍ​ພິ​ພິ​ທະ​ພັນ​ ໄກ​ສອນ ພົມ​ວິ​ຫານ ເນື່ອງ​ໃນ​ໂອ​ກາດ​ຊົມ​ເຊີຍ​ຜົນ​​ສຳ​ເລັດ​ກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ ທົ່ວ​ປະ​ເທດ​ຄັ້ງ​ທີ XI ຂອງ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ.

  12-03-2020

LVI ຈ່າຍຄ່າສ້ອມແປງລົດໃຫ້ລູກຄ້າ

ວັນທີ 08/03/2020 ເກີດອຸປະຕິເຫດລົດຄູ່ກໍລະນີມາຕຳທ້າຍແວ່ນແຍງຂ້າງຢູ່ ບ້ານ ດົງປາລານ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ.

  20-02-2020

ຕຳທ້າຍລົດຄູ່ກໍລະນີ

ອຸ​ປະ​ຕິ​ເຫດ​ລົດ​ລູກ​ຄ້າ​ຕຳ​ທ້າຍ​ລົດ​ຄູ່​ກໍ​ລະ​ນີ

  17-02-2020

ປ້ອງກັນສຸຂະພາບຂອງຕົນຈາກ ພະຍາດ CORONA

ປ້ອງກັນສຸຂະພາບຂອງຕົນຈາກ ພະຍາດ CORONA

  06-09-2019

​​ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.

LVI ​​ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.

  27-08-2019

ຂັບລົດຜ່ານເຂດນໍ້າຖ້ວມ

ຂັບລົດຜ່ານເຂດນໍ້າຖ້ວມ ຄິດວ່າມັນງ່າຍດັ່ງທີ່ຫຼາຍຄົນຄິດ. ໃຫ້ທ່ານປະຕິບັດຕາມ 7  ຂັ້ນຕອນຂ້າງລຸ່ມນີ້ເພື່ອຫຼີກລ້ຽງຄວາມສ່ຽງອາດເກີດຂຶ້ນ.