LVI ໄດ້ຊື້ລົດ Fortuner ທົດແທນຄືນໃຫ້ກັບລູກຄ້າ

  ເບິ່ງແລ້ວ : 3025


 

ໃນວັນທີ 21.02.2017 ຢູ່ທີ່ບໍລິສັດ ຮ່ວມທຸລະກິດປະກັນໄພ ລາວ-ຫວຽດ ຈໍາກັດ(LVI), ນະຄອນຫຼວງວຽງຈັນ, ໄດ້ມີພິທີມອບທົດແທນລົດ Fortuner ຄືນໃຫ້ແກ່ລູກຄ້າ, ຕາງໜ້າ LVI ທ່ານ ສົມຊາຍ ຍົດສະຫວັນ – ຮອງຜູ້ອໍານວຍການໃຫຍ່ LVI ເປັນຜູ້ມອບ, ຜູ້ຮັບແມ່ນທ່ານ ຄໍາສິງ ສາຍພູວົງ ຕາງໜ້າບໍລິສັດ​ໄຟ​ຟ້ານໍ້າງຽບ 1 ຈໍາກັດ ເຊິ່ງເປັນລູກຄ້າ LVI. ລົດລູກຄ້າໄດ້ເຮັດ ປະກັນໄພຮອບດ້ານກັບ LVI, ໃນວັນທີ 23.10.2016 ລົດລູກຄ້າໄດ້ເກີດອຸປະຕິເຫດລົດເສຍຫຼັກຕໍາກັບ ເສົາໄຟຟ້າເຮັດໃຫ້ລົດ Fortuner ຂອງລູກຄ້າເສຍຫາຍທັງໝົດ, LVI ຊື້ລົດ Fortuner ທົດ​ແທນຄືນ ໃຫ້ແກ່ລູກຄ້າ ບໍລິສັດ ​ໄຟ​ຟ້ານໍ້າງຽບ 1 ຈໍາກັດ ຕາງ​ໜ້າ​ບໍ​ລິ​ສັດ​ລູກ​ຄ້າ ກໍ່ຄື ທ່ານ ຄໍາສິງ ສາຍພູູວົງ. ໃນພິທີການມອບທົດແທນລົດຄັ້ງ​ນີ້, ທ່ານ ຄໍາສິງ ສາຍພູວົງ ກໍ່ໄດ້ກ່າວຄໍາຂອບໃຈ ແລະ ພາກພູມໃຈທີ່ LVI ທົດແທນຄວາມເສຍຫາຍໃຫ້ກັບ​ບໍ​ລິ​ສັດໄຟ​ຟ້ານໍ້າງຽບ 1 ຈໍາກັດໃນຄັ້ງນີ້, ນອກຈາກນີ້ ທ່ານຍັງ ກ່າວຕື່ມອີກວ່າ: ທ່ານມີຄວາມເຊື້ອໝັ້ນທີ່ເຮັດປະກັນໄພກັບ LVI ໃນເວລາເກີດມີຄວາມເສຍຫາຍ ກໍ່ໄດ້ທົດແທນຢ່າງແທ້ຈິງ.

 

ໃນວັນທີ 23.10.2016 ລົດລູກຄ້າບໍ​ລິ​ສັດໄຟ​ຟ້ານໍ້າງຽບ 1 ຈໍາກັດໄດ້ເກີດອຸປະຕິເຫດລົດເສຍຫຼັກຕໍາກັບ ເສົາໄຟຟ້າເຮັດໃຫ້ລົດ Fortuner ຂອງລູກຄ້າເສຍຫາຍທັງໝົດ

 

 

 

 

 

 


  10-05-2022

76767767

7iu

  30-04-2021

ຊື້ປະ​ກັນ​ໄພ​ສຸ​ຂະ​ພາບຜ່ານແອັບ BCEL One, LVB DigiBank, U-Money ໄດ້​ຮັບ​ການ​ຄ້ຳ​ປະ​ກັນ​ໂຄວິດ-19

ບໍລິສັດ ຮ່ວມທຸລະກິດປະກັນໄພລາວ - ຫວຽດ (LVI) ໄດ້ຮ່ວມມືກັບທະນາຄານການຄ້າຕ່າງປະເທດລາວ (BCEL), ທະນາຄານຮ່ວມທຸລະກິດລາວ - ຫວຽດ(LaoVietBank), ແລະ ບໍລິສັດ StarFintech ຂອງ Unitel ເພື່ອເປີດ​ຊ່ອງ​ທາງ​ໃຫມ່​ໃນ​ການ​ຂາຍຜະລິດຕະພັນປະກັນໄພສຸຂະພາບ, ​ໃນ​ນັ້ນ​ມີ​ການຈ່າຍຄ່າໃຊ້ຈ່າຍໃນການກວດ ແລະ ປິ່ນປົວພະຍາດໂຄວິດ -19.

  22-04-2021

LVI ແມ່ນ ໜຶ່ງໃນ 52 ຫົວໜ່ວຍທຸລະກິດ ທີ່ມີຜົນງານດີ່ເດັ່ນ ປະເພດ I ໃນການປະຕິບັດພັນທະສວຍສາອາກອນ ເຂົ້າງົບປະມານແຫ່ງລັດ ປະຈຳປີ 2020.

ໃນວັນທີ 19 ເມສາ 2021 ທີ່ຜ່ານມາ, ທີ່ຫ້ອງປະຊຸມ ກົມສ່ວຍສາອາກອນ ກະຊວງການເງິນແຫ່ງ ສປປ ລາວ ໄດ້ຈັດພິທີມອບໃບຍ້ອງຍໍທີ່ລະນຶກ ປະເພດ I, ປະເພດ II ໃຫ້ແກ່ບັນດາ ຫົວໜ່ວຍທຸລະກິດທີ່ມີຜົນງນ ໃນການປະຕິບັດມອບພັນທະສວຍສາອາກອນ ປະຈຳປີ 2020. ເປັນກຽດເຂົ້າຮ່ວມ ພິທີດັ່ງກ່າວແມ່ນ ທ່ານ ບຸນໂຈມ ອຸບົນປະເສີດ - ລັດຖະມົນຕີກະຊວງການເງິນ ແລະ ທ່ານ ປອ ພູທະນູເພັດ ໄຊສົມບັດ - ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ...

  21-04-2021

ກອງ​ປະ​ຂຸມ ຊຸກ​ຍູ້​ການ​ຮ່ວມ​ມື ລະ​ຫວ່າງ ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ ຫວຽດ (LaoVietBank) ແລະ ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ​ປະ​ກັນ​ໄພ​ລາວ ຫວຽດ ຈຳ​ກັດ (LVI)

ກອງ​ປະ​ຂຸມ ຊຸກ​ຍູ້​ການ​ຮ່ວມ​ມື ລະ​ຫວ່າງ ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ ຫວຽດ (LaoVietBank) ແລະ ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ​ປະ​ກັນ​ໄພ​ລາວ ຫວຽດ ຈຳ​ກັດ (LVI) LaoVietBank ແມ່ນ​ທະ​ນາ​ຄານ​ໜຶ່ງ​ທີ່​ໃຫ່​ຍ​ໃນ​ລາວ, ກວມ​ອັດ​ຕາ​ສ່ວນ​ທາງ​ດ້ານ​ສິນ​ເຊື່ອ​ຢູ່​ອັນ​ດັບ​ສອງ, ທາງ​ດ້ານ​ຊັບ​ສິນ-ແຫຼ່ງ​ທຶນ ຢູ່​ອັນ​ດັບ​ສາມ, ສາ​ມາດ​ຮັກ​ສາ​ໃຫ້​ຢູ່​ໃນ​ກຸ່ມ 5 ທະ​ນາ​ຄານ​ທຸ​ລະ​ກິດ​ທີ່​ໃຫຍ່​ໃນ​ລາວ​​ຢູ່ເລື້ອຍໆ ທີ່​ມີ​ເຄືອ​ຄ່າຍ 9/18 ແຂວງ​ໃນ​ລາວ.

  22-12-2020

LVI ມອບສິນທົດແທນໃຫ້ລູກຄ້າ

ບໍລິສັດ ປະກັນໄພລາວ-ຫວຽດ ຂໍສະແດງຄວາມເສຍໃຈນຳຄອບຄົວລູກຄ້າທີ່ໄດ້ສູນເສຍລູກສາວໄປ.

  08-10-2020

LVI ໄດ້ເປີດໃຫ້ບໍລິການຊື້ປະກັນໄພຜ່ານແອັບ LVB DigiBank

ທະນາຄານຮ່ວມທຸລະກິດລາວຫວຽດ (LaoVietBank) ແລະ ບໍລິສັດຮ່ວມທຸລະກິດປະກັນໄພລາວຫວຽດ ຈຳກັດ. ໄດ້ລົງນາມເຊັນສັນຍາຮ່ວມມື ເພື່ອເປີດໃຫ້ບໍລິການປະກັນໄພ ແລະ ນຳໃຊ້ໃບຢັ້ງຢືນປະກັນໄພເອເລັກໂທຣນິກຜ່ານແອັບ LVB DigiBank.