ບໍລິສັດຮ່ວມທຸລະກິດປະກັນໄພລາວ-ຫວຽດ ຂໍແນະນຳປະທານສະພາບໍລິຫານຜູ້ໃໝ່.

  ເບິ່ງແລ້ວ : 3965


 

   ບໍລິສັດ​ຮ່ວມ​ທຸລະ​ກິດ​ປະກັນ​ໄພ​ລາ​ວ-ຫວຽດ ຂໍ​ແນະນຳ​ປະທານ​ສະພາບໍລິ​ຫານ​ຜູ້​ໃໝ່.

​ໃນວັນ​ທີ 11/11/2016, ບໍລິສັດ​ຮ່ວມ​ທຸລະ​ກິດ​ປະກັ​ນ​ໄພ​ລາວ-ຫວຽດ (LVI) ​ໄດ້​ຈັດ​ກອງ​ປະ​ຊຸມ​ສະພາບໍລິ​ຫານ​ຄັ້ງ​ທີ 19 ຈັດ​ຂື້ນທີ່ ນະຄອນຫຼວງ ກຸຍ​ເຍີນ, ບີ​ງດິ່ງ ​ເນື້ອ​ໃນກອງ​ປະ​ຊຸມ ​ຕີ​ລາຄາ​ຜົນ​ການ​ດຳ​ເນີນ​ທຸລະ​ກິ​ດ 10 ​ເດືອນຕົ້ນ​ປີ 2016, ​ການວາງ​ແຜນ​ທິດ​ທາງ, ​ເນັ້ນ​ໜັກ​ວຽກ​ງານ 2 ​ເດືອ​ນທ້າຍ​ປີ ​ແລະ ​ແນະນຳ ປະທານ​ສະພາບໍລິ​ຫານ​ຜູ້​ໃໝ່.

   ດັ່ງ​ນັ້ນ,​ແນ​ໃສ່​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ຜູ້​ບໍລິ ຫານ LVI, ບັນດາ​ຝ່າຍ​ຮ່ວມ​ທຸລະ​ກິດ​ຈຶ່ງ​ໄດ້​ຕົກລົງ​ເຫັນ​ດີ​ແນະນຳ ​ແລະ ​ແຕ່ງ​ຕັ້ງ ທ່ານ ເຈີນຮວາຍອັນ, ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ປະກັນ​ໄພ BIDV (BIC), ​ຮັບຕຳ​ແໜ່​ງ ປະທານ​ສະພາບໍລິ​ຫານ LVI ​​ຢ່າງ​ເປັນ​ທາງ​ການ ປ່ຽນ​ແທນ ທ່ານ ເຈີນລູລ້າງ (ຮອງ​ຜູ້ອຳນວຍການ​ ທະນະ​ຄານການ​ຄ້າ​ຫຸ່ນສ່ວນ​ລົງທຶນ ​ແລະ ພັດທະນາ BIDV, ປະທານ​ສະພາບໍລິ​ຫານ BIC) ນັບ​ແຕ່​ວັນ​ທີ 12/11/2016. ດ້ວຍ​ປະສົບ​ການ​ຫຼາຍ​ປີ​ໃນ​ຕຳ​ແໜ່​ງຜູ້​ບໍລິຫານ, ບໍລິຫານ BIC, ທ່ານ ເຈີນຮວາຍອັນ ຈະ​ຊ່ວຍ LVI ​ເພີ້​ມປະສິດທິ​ພາບ​ໃນ​ການ​ບໍລິຫານ ສົ່ງ​ເສີມ​ການ​ເຄື່ອ​ນ​ໄຫວ​ທຸລະ​ກິດ​​ໃນ​ຕະຫຼາດ​ປະກັນ​ໄພ​ລາວ.

   ເນື່ອງ​ຈາກ​​ເສດ​ຖະກິດ​ຂອງ​ລາວ​ພົບ​ຄວາມ​ຫຍຸ່ງຫຍາ​ກ ດັ່ງ​ນັ້ນ, ​ໃນ 10 ​ເດືອນຕົ້ນ​ປີ 2016, ບັນດາ​ເປົ້າ​ໝາຍ​ຕົ້ນຕໍ່ທາງ​ດ້ານ​ທຸລະ​ກິດ​ຂອງ LVI ກໍ່​ໄດ້​ຮັບ​ຜົນ​ກະທົບ. ລວມລາຍ​ຮັບປະກັນ​ໄພຕົ້ນ​ບັນລຸ 7,5 ລ້ານ​​ໂດ​ລາ​ສະຫະລັດ, ກຳ​ໄລ​ກ່ອນ​ອາກອນ​ບັນລຸ 1,1 ລ້ານ​​ໂດ​ລາ​ສະຫະລັດ. ​ໃນ 02 ​ເດືອນ​ທ້າຍ​ປີ, LVI ຈະສຸ່ມ​ໃສ່ປະຕິບັດບັນດາ​ວິທີ​ການ​ສຳ​ຄັນ​ໃນ​ກາ​ນຄຸ້ມ​ຄອງ​ບໍລິຫານ​ເພື່ອ​ເຮັດ​​ໃຫ້ສຳ​ເລັດສູງ​ສຸດ ເປົ້າ​ໝາຍ​​ແຜນ​ທຸລະ​ກິດປີ 2016.


  10-05-2022

76767767

7iu

  30-04-2021

ຊື້ປະ​ກັນ​ໄພ​ສຸ​ຂະ​ພາບຜ່ານແອັບ BCEL One, LVB DigiBank, U-Money ໄດ້​ຮັບ​ການ​ຄ້ຳ​ປະ​ກັນ​ໂຄວິດ-19

ບໍລິສັດ ຮ່ວມທຸລະກິດປະກັນໄພລາວ - ຫວຽດ (LVI) ໄດ້ຮ່ວມມືກັບທະນາຄານການຄ້າຕ່າງປະເທດລາວ (BCEL), ທະນາຄານຮ່ວມທຸລະກິດລາວ - ຫວຽດ(LaoVietBank), ແລະ ບໍລິສັດ StarFintech ຂອງ Unitel ເພື່ອເປີດ​ຊ່ອງ​ທາງ​ໃຫມ່​ໃນ​ການ​ຂາຍຜະລິດຕະພັນປະກັນໄພສຸຂະພາບ, ​ໃນ​ນັ້ນ​ມີ​ການຈ່າຍຄ່າໃຊ້ຈ່າຍໃນການກວດ ແລະ ປິ່ນປົວພະຍາດໂຄວິດ -19.

  22-04-2021

LVI ແມ່ນ ໜຶ່ງໃນ 52 ຫົວໜ່ວຍທຸລະກິດ ທີ່ມີຜົນງານດີ່ເດັ່ນ ປະເພດ I ໃນການປະຕິບັດພັນທະສວຍສາອາກອນ ເຂົ້າງົບປະມານແຫ່ງລັດ ປະຈຳປີ 2020.

ໃນວັນທີ 19 ເມສາ 2021 ທີ່ຜ່ານມາ, ທີ່ຫ້ອງປະຊຸມ ກົມສ່ວຍສາອາກອນ ກະຊວງການເງິນແຫ່ງ ສປປ ລາວ ໄດ້ຈັດພິທີມອບໃບຍ້ອງຍໍທີ່ລະນຶກ ປະເພດ I, ປະເພດ II ໃຫ້ແກ່ບັນດາ ຫົວໜ່ວຍທຸລະກິດທີ່ມີຜົນງນ ໃນການປະຕິບັດມອບພັນທະສວຍສາອາກອນ ປະຈຳປີ 2020. ເປັນກຽດເຂົ້າຮ່ວມ ພິທີດັ່ງກ່າວແມ່ນ ທ່ານ ບຸນໂຈມ ອຸບົນປະເສີດ - ລັດຖະມົນຕີກະຊວງການເງິນ ແລະ ທ່ານ ປອ ພູທະນູເພັດ ໄຊສົມບັດ - ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ...

  21-04-2021

ກອງ​ປະ​ຂຸມ ຊຸກ​ຍູ້​ການ​ຮ່ວມ​ມື ລະ​ຫວ່າງ ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ ຫວຽດ (LaoVietBank) ແລະ ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ​ປະ​ກັນ​ໄພ​ລາວ ຫວຽດ ຈຳ​ກັດ (LVI)

ກອງ​ປະ​ຂຸມ ຊຸກ​ຍູ້​ການ​ຮ່ວມ​ມື ລະ​ຫວ່າງ ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ ຫວຽດ (LaoVietBank) ແລະ ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ​ປະ​ກັນ​ໄພ​ລາວ ຫວຽດ ຈຳ​ກັດ (LVI) LaoVietBank ແມ່ນ​ທະ​ນາ​ຄານ​ໜຶ່ງ​ທີ່​ໃຫ່​ຍ​ໃນ​ລາວ, ກວມ​ອັດ​ຕາ​ສ່ວນ​ທາງ​ດ້ານ​ສິນ​ເຊື່ອ​ຢູ່​ອັນ​ດັບ​ສອງ, ທາງ​ດ້ານ​ຊັບ​ສິນ-ແຫຼ່ງ​ທຶນ ຢູ່​ອັນ​ດັບ​ສາມ, ສາ​ມາດ​ຮັກ​ສາ​ໃຫ້​ຢູ່​ໃນ​ກຸ່ມ 5 ທະ​ນາ​ຄານ​ທຸ​ລະ​ກິດ​ທີ່​ໃຫຍ່​ໃນ​ລາວ​​ຢູ່ເລື້ອຍໆ ທີ່​ມີ​ເຄືອ​ຄ່າຍ 9/18 ແຂວງ​ໃນ​ລາວ.

  22-12-2020

LVI ມອບສິນທົດແທນໃຫ້ລູກຄ້າ

ບໍລິສັດ ປະກັນໄພລາວ-ຫວຽດ ຂໍສະແດງຄວາມເສຍໃຈນຳຄອບຄົວລູກຄ້າທີ່ໄດ້ສູນເສຍລູກສາວໄປ.

  08-10-2020

LVI ໄດ້ເປີດໃຫ້ບໍລິການຊື້ປະກັນໄພຜ່ານແອັບ LVB DigiBank

ທະນາຄານຮ່ວມທຸລະກິດລາວຫວຽດ (LaoVietBank) ແລະ ບໍລິສັດຮ່ວມທຸລະກິດປະກັນໄພລາວຫວຽດ ຈຳກັດ. ໄດ້ລົງນາມເຊັນສັນຍາຮ່ວມມື ເພື່ອເປີດໃຫ້ບໍລິການປະກັນໄພ ແລະ ນຳໃຊ້ໃບຢັ້ງຢືນປະກັນໄພເອເລັກໂທຣນິກຜ່ານແອັບ LVB DigiBank.