ວິໂກ້ເສຍຫຼັກຕຳກຳແພງ ເຈັບ 1 ຄົນ ທີ່ສະຫວັນນະເຂດ 27/10/2016

  ເບິ່ງແລ້ວ : 3441


 

ທີ່ມາ: ໜ່ວຍກູ້ໄພສະຫວັນນະເຂດ

 

ສະຫວັນນະເຂດ: ໜ່ວຍກູ້ໄພແຂວງສະຫວັນນະເຂດລາຍງານໃຫ້ຮູ້ວ່າ ໃນ ວັນທີ 27/10/2016 ເວລາ 00:40 ນາທີ, ໜ່ວຍກູ້ຊີບ-ກູ້ໄພ ສະຫວັນນະເຂດໄດ້ຮັບແຈ້ງວ່າມີລົດກະບະວີໂກ້ເສຍຫຼັກຕຳກຳແພງເດີນບານທີ່ເຂດຫຼັກສີ່ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ.

ເມື່ອທີມງານໄປຮອດຈຸດເກີດເຫດພົບຜູ້ບາດເຈັບໜຶ່ງຄົນມີອາການແໜ້ນໜ້າເອິກແລະມີບາດແຜເລັກໜ້ອຍ ສະນັ້ນທີມງານຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໝໍແຂວງສະຫວັນນະເຂດ.

ໃນອຸບັດຕິເຫດຄັ້ງນີ້ໄດ້ເຮັດໃຫ້ລົດເສຍຫາຍໜັກ 1 ຄັນ, ລົດ ວິໂກ້ ທະບຽນ ກຂ 2409 ຈຳປາສັກ, ຮົ້ວເສຍຫາຍ ປະມານ ສິບແມັດ.

 

source: http://www.tholakhong.com/2016/10/1-27102016.html


  29-01-2021

ລົດລູກຄ້າ LVI ເກີດອຸປະຕິເຫດ

ວັນທີ 20/01/2021 ລົດລູກຄ້າບໍລິສັດ ຮ່ວມທຸລະກິດປະກັນໄພ ລາວ-ຫວຽດ ຈຳກັດ (LVI) ເກີດອຸປະຕິເຫດ​​ຕຳ​ທ້າຍ​ລົດ​ຄູ່​ກໍ​ລະ​ນີຢູ່ ແຂວງຫຼວງ​ພະ​ບາງ.

  15-01-2021

ເກີດອຸປະຕິເຫດລົດ​ລູກ​ຄ້າ​​ຕຳ​ທ້າຍ​ລົດ​ຄູ່​ກໍ​ລະ​ນີ

ວັນທີ 09/01/2021 ລົດລູກຄ້າບໍລິສັດ ຮ່ວມທຸລະກິດປະກັນໄພ ລາວ-ຫວຽດ ຈຳກັດ (LVI) ເກີດອຸປະຕິເຫດ​​ຕຳ​ທ້າຍ​ລົດ​ຄູ່​ກໍ​ລະ​ນີຢູ່ ທ່າ​ພ​ະ​ບາດ, ແຂວງ​ບໍ​ລິ​ຄຳ​ໄຊ.

  26-11-2020

ລົດລູກຄ້າ LVI ເກີດອຸປະຕິເຫດ​

ວັນທີ 04/11/2020 ລົດລູກຄ້າບໍລິສັດ ຮ່ວມທຸລະກິດປະກັນໄພ ລາວ-ຫວຽດ ຈຳກັດ (LVI) ເກີດອຸປະຕິເຫດຢູ່ ບ້ານ ພະຂາວ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ.

  06-10-2020

ລົດ​ຄູ່​ກໍ່​ລະ​ນີມາ​ຕຳ​ເອົາ​ແວນ​ທາງ​ເບື້ອງ​ຊ້າຍ​ລົດ​ລູກ​ຄ້າ

ເວລາ 16 ໂມງ 50 ນາທີ, ວັນທີ 20/05/2020 ເກີດອຸປະຕິເຫດລົດ​ຄູ່​ກໍ​ລະ​ນີມາ​ຕຳ​ເອົາ​ແວນ​​ທາງເບື່ອງ​ຊ້າຍ​ລົດ​ລູກ​ຄ້າຢູ່ ​ໄຟ​ແດງ​ທາດ​ຫລວງ.

  02-03-2020

 ລົດຕຳທ້າຍລົດຄູ່ກໍລະນີ ແລະ LVI ຍິນ​ດີ​ຈ່າຍ​ຄ່າ​ສ້ອມ​ແປງ 

ລົດຕຳທ້າຍລົດຄູ່ກໍລະນີ ແລະ LVI ຍິນ​ດີ​ຈ່າຍ​ຄ່າ​ສ້ອມ​ແປງ