ເກີດເຫດດີນເຈື່ອນສ້າງຄວາມເສຍຫາຍ ຢູ່ບໍລິເວນແຄມນ້ຳຄານ

  ເບິ່ງແລ້ວ : 3344



                              ເກີດເຫດດີນເຈື່ອນສ້າງຄວາມເສຍຫາຍ ຢູ່ບໍລິເວນແຄມນ້ຳຄານ
                                           ------------------------


ຂປລ. ໃນວັນທີ1ຕຸລາຜ່ານມານີ້ໄດ້ເກີດດີນເຈື່ອນຢູ່ເຂດນໍ້າຄານ ເມືອງຫລວງພະບາງ ແຂວງຫລວງພະບາງ ສົ່ງຜົນເຮັດໃຫ້ກໍາແພງກັນເຈື່ອນເສຍຫາຍຍາວ 20 ແມັດ, ທາງຍ່າງເສຍຫາຍປະມານ 20 ແມັດ, ເສັ້ນທາງສັນຈອນຍຸບລົງກວ້າງປະມານ 2 ແມັດ.

ທ່ານ ບຸນເພັງ ຈິດຕະພອນ ຫົວໜ້າ ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງຫຼວງພະບາງ ໄດ້ໃຫ້ສຳພາດວ່າ: ປັດຈຸບັນນີ້ ພະແນກໂຍທາທິການ ແລະ ຂົນສົ່ງແຂວງໄດ້ສົມທົບກັບທຸກພາກສ່ວນເພື່ອລົງກວດກາຕົວຈີງຜ່ານການກວດກາເຫັນວ່າຈຸດດັ່ງກ່າວແມ່ນສ້າງຄວາມເສຍຫາຍຫລາຍສົມຄວນ,ຄາດວ່າສະພາບ

ດີນເຈື່ອນຍັງຈະສືບຕໍ່ເກີດຂຶ້ນຖ້າຝົນຍັງສືບຕໍ່ຕົກແລະລະດັບນ້ຳຂອງແມ່ນນ້ຳຄານມີການຂຶ້ນລົງຜິດປົກກະຕິ.ແນວໃດກໍດີພວກເຮົາຈະໄດ້ດໍາເນີນການປຶກສາຫາລື ແລະ ສ້ອມແປງໃຫ້ກັບເຂົ້າສູ່ສະພາບເດີມ.

ຕົ້ນເຫດເຮັດໃຫ້ທາງຍຸບຍ້ອນຝົນຕົກໜັກແກ່ຍາວຫລາຍວັນນັບແຕ່ວັນທີ30ກັຍຍາຫາວັນທີ່1ຕຸລາຜ່ານມາເຮັດໃຫ້ເສັ້ນທາງບາງຈຸດຕ້ອງໄດ້ມີການຢຸດການສັນຈອນຊົ່ວຄາວ ແລະມີຫລາຍຈຸດມີຄວາມສ່ຽງຕໍ່ການເກີດດີນເຈື່ອນໂດຍສະເພາະແມ່ນແຂດແຄມຫ້ວຍແລະຮ່ອງນ້ຳຈຳນວນໜຶ່ງເຊີ່ງປະຈຸບັນວິຊາການຂອງເມືອງພວມລົງສຳຫຼວດເກັບກຳ

ຂໍ້ມູນລາຍລະອຽດ.

ສິ່ງທີ່ໜ້າເປັນຫ່ວງຄືບັນຫານ້ຳຖ້ວມທີ່ມີກະແສນຳໄຫຼຮຸນແຮງໃນໄລຍະກາງເດືອນກັນຍາທີ່ຜ່ານມາເຮັດໃຫ້ຕາຝັງນຳຄານເຈື່ອນຫຼາຍເຊິ່ງເປັນສິ່ງທີ່ຕ້ອງໄດ້ເລັ່ງສຶກສາ. ຈາກຫາງສຽງສ່ວນໜື່ງຄືການສ້າງເຂື່ອນນ້ຳຄານທີ່ໄດ້ປ່ອຍນ້ຳອອກມາຢ່າງກະທັນຫັນຈຳນວນຫຼາຍໄດ້ສົ່ງຜົນໃຫ້ເກືດນ້ຳນອງກະທັນຫັນ.ດັ່ງນັ້ນ,ຕ້ອງໄດ້ມີການສຶກ

ສາຜົນກະທົບ ຂອງເຂື່ອນເຫຼົ່ານັ້ນຢ່າງຖີ່ຖ້ວນ ກ່ອນທີ່ບັນຫາ ຈະແກ້ບໍ່ໄດ້.

 

 

source: http://www.tholakhong.com/2016/10/blog-post_69.html


  18-01-2021

ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ XI ວາງ​ກະ​ຕ່າ​ດອກ​ໄມ້ ຢຸ່​ຫໍ​ພິ​ພະ​ທະ​ພັນ ໄກ​ສອນ ພົມ​ວິ​ຫານ

​ວັນ​ທີ 16 ມັງ​ກອນ 2021 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ສະ​ໄໝ​ທີ XI ນຳ​ໂດຍ​ສະ​ຫາຍ ປອ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດ​​ ພ້ອມ​ດ້ວຍ​ຄະ​ນະ ໄດ້​ເຂົ້າ​ວາງ​ກະ​ຕ່າ​ດອກ​ໄມ້ ຢູ່​ຫໍ​ພິ​ພິ​ທະ​ພັນ​ ໄກ​ສອນ ພົມ​ວິ​ຫານ ເນື່ອງ​ໃນ​ໂອ​ກາດ​ຊົມ​ເຊີຍ​ຜົນ​​ສຳ​ເລັດ​ກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ ທົ່ວ​ປະ​ເທດ​ຄັ້ງ​ທີ XI ຂອງ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ.

  12-03-2020

LVI ຈ່າຍຄ່າສ້ອມແປງລົດໃຫ້ລູກຄ້າ

ວັນທີ 08/03/2020 ເກີດອຸປະຕິເຫດລົດຄູ່ກໍລະນີມາຕຳທ້າຍແວ່ນແຍງຂ້າງຢູ່ ບ້ານ ດົງປາລານ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ.

  20-02-2020

ຕຳທ້າຍລົດຄູ່ກໍລະນີ

ອຸ​ປະ​ຕິ​ເຫດ​ລົດ​ລູກ​ຄ້າ​ຕຳ​ທ້າຍ​ລົດ​ຄູ່​ກໍ​ລະ​ນີ

  17-02-2020

ປ້ອງກັນສຸຂະພາບຂອງຕົນຈາກ ພະຍາດ CORONA

ປ້ອງກັນສຸຂະພາບຂອງຕົນຈາກ ພະຍາດ CORONA

  06-09-2019

​​ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.

LVI ​​ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.

  27-08-2019

ຂັບລົດຜ່ານເຂດນໍ້າຖ້ວມ

ຂັບລົດຜ່ານເຂດນໍ້າຖ້ວມ ຄິດວ່າມັນງ່າຍດັ່ງທີ່ຫຼາຍຄົນຄິດ. ໃຫ້ທ່ານປະຕິບັດຕາມ 7  ຂັ້ນຕອນຂ້າງລຸ່ມນີ້ເພື່ອຫຼີກລ້ຽງຄວາມສ່ຽງອາດເກີດຂຶ້ນ.