ບິກໄບ້ເສຍຫຼັກລົ້ມເອງເຈັບສອງຄົນ ໜ້າຮ້ານຊີ້ນດາດໂປ້ຍຊຽນ

  ເບິ່ງແລ້ວ : 3247


ນະຄອນຫຼວງວຽງຈັນ: ລາຍງານຈາກໜ່ວຍກູ້ໄພມູນນິທິຈີນ 1628 ໃຫ້ຮູ້ວ່າ ເວລາປະມານ 03:20 ວັນທີ 3 ຕຸລາ 2016 ເກີດອຸບັດຕິເຫດ ລົດຈັກບິກໄບ້ ເສຍຫຼັກລົ້ມ ທີ່ເຂດບ້ານໜອງສະໂນຄຳ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ (ຕໍ່ໜ້າຮ້ານຊີ້ນດາດໂປ້ຍຊຽນ)ທີ່ເກີດເຫດພົບເຫັນຜູ້ບາດເຈັບເປັນຊາຍ ທັງສອງຄົນ. ອາການໜັກສົມຄວນ, ຜູ້ທີ 1 ມີບາດແຜຢູ່ໜ້າ ແລະ ຂາຫັກເບື້ອງຂວາ 1 ຄົນ ແລະ ອີກຄົນກໍ່ຂາຫັກເບື້ອງຂວາ ແລະ ບາດແຜຕາມຕົນຕົວ.
ລົດທທີເກີດເຫດ ເປັນລົດບິກໄບ້ ທີ່ມີຄວາມແຮງ, ຄາດວ່າອຸບັດຕິເຫດ ເກີດຈາກການໃຊ້ຄວາມໄວເກີນກຳນົດ.
ທາງໜ່ວຍກູ້ໄພ ໄດ້ປະຖົມພະຍາບານ ແລະ ນຳສົ່ງໂຮງໝໍ 150 ຕຽງ.

 

ເກງຕຳກັບລົດຈັກເຈັບສອງ ທີ່ ນາເລົາ

ໃນຄຳຄືນດຽວກັນ ເວລາປະມານ 23:50 ວັນທີ 2 ຕຸລາ 2016 ກໍເກີດເຫດ ລົດເກັງ ຕຳລົດຈັກ ເຂດບ້ານນາເລົາ, ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ມີຄົນເຈັບ ສອງຄົນ.
 

ຂີ່ລົດຈັກລົ້ມເອງ ເຈັບ 1 ຄົນ ຢູ່ ໜອງດ້ວງ

ນອກນີ້, ຕອນເວລາ 22:20 ວັນທີ 2 ຕຸລາ 2016 ກໍ່ເກີດອຸບັດຕິເຫດ ລົດຈັກຂີ່ລົ້ມເອງ ເຂດບ້ານໜອງດ້ວງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ. ມີຄົນເຈັບ ເພດຊາຍ 1 ຄົນ. ອາການບໍສາຫັດປານໃດ. ອຸບັດຕິເຫດເກີດຂຶ້ນໄດ້ທຸກເວລາ ທຸກຄົນຕ້ອງລະມັດລະວັງ.

 

source: http://www.tholakhong.com/2016/10/blog-post_89.html#more


  29-01-2021

ລົດລູກຄ້າ LVI ເກີດອຸປະຕິເຫດ

ວັນທີ 20/01/2021 ລົດລູກຄ້າບໍລິສັດ ຮ່ວມທຸລະກິດປະກັນໄພ ລາວ-ຫວຽດ ຈຳກັດ (LVI) ເກີດອຸປະຕິເຫດ​​ຕຳ​ທ້າຍ​ລົດ​ຄູ່​ກໍ​ລະ​ນີຢູ່ ແຂວງຫຼວງ​ພະ​ບາງ.

  15-01-2021

ເກີດອຸປະຕິເຫດລົດ​ລູກ​ຄ້າ​​ຕຳ​ທ້າຍ​ລົດ​ຄູ່​ກໍ​ລະ​ນີ

ວັນທີ 09/01/2021 ລົດລູກຄ້າບໍລິສັດ ຮ່ວມທຸລະກິດປະກັນໄພ ລາວ-ຫວຽດ ຈຳກັດ (LVI) ເກີດອຸປະຕິເຫດ​​ຕຳ​ທ້າຍ​ລົດ​ຄູ່​ກໍ​ລະ​ນີຢູ່ ທ່າ​ພ​ະ​ບາດ, ແຂວງ​ບໍ​ລິ​ຄຳ​ໄຊ.

  26-11-2020

ລົດລູກຄ້າ LVI ເກີດອຸປະຕິເຫດ​

ວັນທີ 04/11/2020 ລົດລູກຄ້າບໍລິສັດ ຮ່ວມທຸລະກິດປະກັນໄພ ລາວ-ຫວຽດ ຈຳກັດ (LVI) ເກີດອຸປະຕິເຫດຢູ່ ບ້ານ ພະຂາວ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ.

  06-10-2020

ລົດ​ຄູ່​ກໍ່​ລະ​ນີມາ​ຕຳ​ເອົາ​ແວນ​ທາງ​ເບື້ອງ​ຊ້າຍ​ລົດ​ລູກ​ຄ້າ

ເວລາ 16 ໂມງ 50 ນາທີ, ວັນທີ 20/05/2020 ເກີດອຸປະຕິເຫດລົດ​ຄູ່​ກໍ​ລະ​ນີມາ​ຕຳ​ເອົາ​ແວນ​​ທາງເບື່ອງ​ຊ້າຍ​ລົດ​ລູກ​ຄ້າຢູ່ ​ໄຟ​ແດງ​ທາດ​ຫລວງ.

  02-03-2020

 ລົດຕຳທ້າຍລົດຄູ່ກໍລະນີ ແລະ LVI ຍິນ​ດີ​ຈ່າຍ​ຄ່າ​ສ້ອມ​ແປງ 

ລົດຕຳທ້າຍລົດຄູ່ກໍລະນີ ແລະ LVI ຍິນ​ດີ​ຈ່າຍ​ຄ່າ​ສ້ອມ​ແປງ