ເຊີນທ່ຽວຊົມຮູບພາບເສັ້ນທາງ ຕຳນານມະຫັດສະຈັນແຫ່ງໄຊຊະນະ

  ເບິ່ງແລ້ວ : 3539


 

   ເສັ້ນທາງ​ໂຮ່​ຈີ​ມິງ (ເສັ້ນທາງສາຍພູ​ຫຼວງ) ໄດ້​ເລີ່ມ​ກໍ່ສ້າງ​ໃນກາງ​ເດືອນ​ພຶດສະພາ 1955 ປະກອບ​ມີ 3 ເສັ້ນຄື: ເສັ້ນທາງ​ລຳລຽງ​ຂົນສົ່ງ​ສາຍພູ​ຫຼວງ​ເບື້ອງ​ຕາເວັນ​ອອກ ເສັ້ນທາງ​ຂົນສົ່ງ​ທາງທະເລ ແລະ ເສັ້ນທາງ​ລຳລຽງຂົນສົ່ງ​ສາຍພູ​ຫຼວງ​ເບື້ອງ​ຕາເວັນຕົກ ປັດຈຸບັນ ເສັ້ນທາງ​ດັ່ງກ່າວ ໄດ້​ຮັບ​ການ​ພັດທະນາ ແລະ ເປັນເສັ້ນທາງ​ຕຳນານ​ມະຫັດສະຈັນແຫ່ງ​ໄຊຊະນະ ແລະ ສາຍ​ພົວພັນ​ພິເສດ​ໃຫ້ການ​ຊ່ວຍເຫຼືອ​ເຊິ່ງກັນ ແລະ ກັນ ພ້ອມ​ຍັງ​ເປັນ​ເສັ້ນທາງ​ທີ່​ຮັບ​ໃຊ້​ໃຫ້​ແກ່​ການ​ພັດ​ທະນາ​ເສດຖະກິດ-ສັງຄົມ​ຂອງ​ສອງຊາດ ລາວ-ຫວຽດນາມ.

 

   ວັນ​ທີ 23 ກັນຍາ 2016 ກະຊວງ​ປ້ອງ​ກັນ​ປະເທດ​ຮ່ວມ​ກັບ​ສະຖານ​ທູດ​ຫວຽດນາມ ປະຈຳ​ລາວ ໄດ້​ຈັດ​ພິທີ​ຖະແຫຼງ​ຂ່າວ​ກ່ຽວ​ກັບງານ​ວາງສະແດງ​ຮູບ​ພາບ​ ເສັ້ນທາງ​ໂຮ່​ຈີ​ມິງ ມະຫັດສະຈັນ​ບົນດິນແດນ​ລາວ ສະໄໝ 1961-1975 ຂຶ້ນ​ທີ່​ພິ​ພິ​ທະ​ພັນ​ປະຫວັດສາດ ກອງທັບ​ປະຊາຊົນ​ລາວ ມີ​ທ່ານ ຫງວຽນ ແມັງ​ຮຸ່ງ ເອກອັກ​ຄະ​ລັດ​ຖະ​ທູດ​ຫວຽດນາມ ປະຈຳ​ລາວ ພ້ອມ​ດ້ວຍ​ພາກສ່ວນກ່ຽວຂ້ອງ ແລະ ສື່​ມວນ​ຊົນ​ເຂົ້າຮ່ວມ.

 

   ທ່ານ ​ພັອ. ສາຍສະໝອນ ສະຫຼັບ​ແສງ ຫົວໜ້າ​ກົມ​ໂຄສະນາ​ອົບຮົມ​ກົມ​ໃຫຍ່​ການເມືອງກອງທັບ​ປະຊາຊົນ​ລາວ ກ່າວ​ວ່າ: ງານ​ວາງສະແດງ​ດັ່ງກ່າວ ​ຈະ​ໄດ້ຈັດ​ຂຶ້ນ​ລະຫວ່າງ​ວັນ​ທີ 26 ກັນຍາ-ວັນ​ທີ 6 ຕຸລາ 2016 ທີ່​ພິພິ​ທະ​ພັນ​ປະຫວັດສາດ​ກອງທັບປະຊາຊົນ​ລາວ ໂດຍ​ຈະ​ນຳ​ເອົາຮູບ​ພາບ​ມາ​ວາງສະແດງ​ຫຼາຍກວ່າ 80 ຮູບ​ພາບ ເພື່ອ​ເປັນ​ການລະນຶກ​ຫວນ​ຄືນ​ມູນເຊື້ອ​ວັນ​ເປີດການ​ກໍ່ສ້າງ ແລະ ນຳ​ໃຊ້​ເສັ້ນທາງ​ໂຮ່​ຈີ​ມິງ (ສາຍພູ​ຫຼວງ) ເບື້ອງ​ຕາເວັນຕົກ​ດິນແດນ​ລາວ ຄົບຮອບ 55 ປີ (1961-2016) ພ້ອມ​ທັງ​ເປັນ​ການ​ຢັ້ງຢືນ​ຕີ​ລາຄາ ຄຸນຄ່າ​ທາງ​ປະຫວັດສາດ ການປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຂອງເສັ້ນທາງ​ໂຮ່​ຈີ​ມິງ-ສາຍພູ​ຫຼວງ ຕາເວັນຕົກ​ບົນ​ດິນແດນ​ລາວ​ຕໍ່ພາລະກິດ​ປະຫວັດສາດ ​ຕໍ່ສູ້​ປົດປ່ອຍປະ​ເທດ​ຊາດ​ຂອງ 3 ຊາດ ອິນດູຈີນ ໂດຍ​ສະເພາະ ຕໍ່​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ ທ້ອນໂຮມປະເທດ​ຊາດ​ເປັນ​ເອກະ​ພາບ ອັນໜຶ່ງ​ອັນ​ດຽວ​ກັນ​ຂອງ​ຊາດຫວຽດນາມ ພ້ອມ​ນັ້ນ ເພື່ອ​ຈົດ​ຈຳ​ລ້ຳລຶກ​ເຖິງ​ຜົນງານ​ມູນເຊື້ອໄຊ​ຊະນະແຫ່ງ​ການ​ປະກອບສ່ວນ​ອັນລ້ຳ​ຄ່າ ການ​ຊ່ວຍເຫຼືອ​ອັນ​ໃຫຍ່ຫຼວງ​ຂອງພັກ-ລັດ ກອງທັບ ແລະ ປະຊາຊົນ​ລາວ​ບັນດາເຜົ່າ ຕໍ່​ພາລະກິດ​ຕໍ່ສູ້​ປະຕິວັດ​ປົດ​ປ່ອຍຊາດ ແລະ ກໍ່ສ້າງນຳ​ໃຊ້​ປົກ​ປັກຮັກສາ​ເສັ້ນທາງ​ດັ່ງກ່າວ ແນໃສ່ສຶກ​ສາ​ອົບຮົມ​ໃຫ້​ພະນັກງານ ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ ຮັບ​ຮູ້ເຂົ້າໃຈ​ຕື່ມ ກ່ຽວ​ກັບ​ມູນເຊື້ອ​ຄວາມ​ໝາຍ​ສຳຄັນ ແລະ ມູນເຊື້ອ​ຄວາມ​ສາ​ມັກຄີ​ຮ່ວມ​ມື​ແບບ​ພິເສດ ການ​ຮ່ວມ​ມືຮອບດ້ານ​ຂອງສອງ​ພັກ-ສອງລັດ ສອງ​ກອງທັບ ແລະ ປະຊາຊົນ​ສອງ​ຊາດ​ລາວ-ຫວຽດນາມ ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ພັດທະນາ​ປະເທດ​ຊາດ​ໃນ​ປັດ​ຈຸບັນ​ ໃຫ້​ມີ​ຄວາມ​ຍືນ​ຍົງ ແລະ ຍາວ​ນານ​ຕື່ມ​ອີກ.

 

source: http://www.vientianemai.net


  18-01-2021

ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ XI ວາງ​ກະ​ຕ່າ​ດອກ​ໄມ້ ຢຸ່​ຫໍ​ພິ​ພະ​ທະ​ພັນ ໄກ​ສອນ ພົມ​ວິ​ຫານ

​ວັນ​ທີ 16 ມັງ​ກອນ 2021 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ສະ​ໄໝ​ທີ XI ນຳ​ໂດຍ​ສະ​ຫາຍ ປອ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດ​​ ພ້ອມ​ດ້ວຍ​ຄະ​ນະ ໄດ້​ເຂົ້າ​ວາງ​ກະ​ຕ່າ​ດອກ​ໄມ້ ຢູ່​ຫໍ​ພິ​ພິ​ທະ​ພັນ​ ໄກ​ສອນ ພົມ​ວິ​ຫານ ເນື່ອງ​ໃນ​ໂອ​ກາດ​ຊົມ​ເຊີຍ​ຜົນ​​ສຳ​ເລັດ​ກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ ທົ່ວ​ປະ​ເທດ​ຄັ້ງ​ທີ XI ຂອງ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ.

  12-03-2020

LVI ຈ່າຍຄ່າສ້ອມແປງລົດໃຫ້ລູກຄ້າ

ວັນທີ 08/03/2020 ເກີດອຸປະຕິເຫດລົດຄູ່ກໍລະນີມາຕຳທ້າຍແວ່ນແຍງຂ້າງຢູ່ ບ້ານ ດົງປາລານ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ.

  20-02-2020

ຕຳທ້າຍລົດຄູ່ກໍລະນີ

ອຸ​ປະ​ຕິ​ເຫດ​ລົດ​ລູກ​ຄ້າ​ຕຳ​ທ້າຍ​ລົດ​ຄູ່​ກໍ​ລະ​ນີ

  17-02-2020

ປ້ອງກັນສຸຂະພາບຂອງຕົນຈາກ ພະຍາດ CORONA

ປ້ອງກັນສຸຂະພາບຂອງຕົນຈາກ ພະຍາດ CORONA

  06-09-2019

​​ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.

LVI ​​ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.

  27-08-2019

ຂັບລົດຜ່ານເຂດນໍ້າຖ້ວມ

ຂັບລົດຜ່ານເຂດນໍ້າຖ້ວມ ຄິດວ່າມັນງ່າຍດັ່ງທີ່ຫຼາຍຄົນຄິດ. ໃຫ້ທ່ານປະຕິບັດຕາມ 7  ຂັ້ນຕອນຂ້າງລຸ່ມນີ້ເພື່ອຫຼີກລ້ຽງຄວາມສ່ຽງອາດເກີດຂຶ້ນ.