ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ໄຂຂຶ້ນຢ່າງເປັນທາງການ ພະນະທ່ານປະທານປະເທດ ໃຫ້ກຽດກ່າວສູນທອນພົດ

  ເບິ່ງແລ້ວ : 1394


       ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 28 ແລະ 29 ແລະ ບັນດາກອງປະຊຸມສຸດ ຍອດທີ່ກ່ຽວຂ້ອງ ໄດ້ໄຂຂຶ້ນ ຢ່າງເປັນທາງການ ແລະ ສະ ຫງ່າຜ່າເຜີຍ ເມື່ອຕອນບ່າຍ ຂອງວັນທີ 6 ກັນຍານີ້ ທີ່ຫໍປະຊຸມ ແຫ່ງຊາດ ໂດຍການໃຫ້ ກຽດເຂົ້າຮ່ວມຂອງພະນະທ່ານ ບຸນຍັງ ວໍລະຈິດ ປະທານປະ ເທດ, ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາປະມຸກລັດ, ຫົວໜ້າລັດຖະບານຂອງບັນ ດາປະເທດສະມາຊິກອາຊຽນ ແລະ ເລຂາທິການໃຫຍ່ອາ ຊຽນ. ໃນໂອກາດກ່າວມີຄຳ ເຫັນຕ້ອນຮັບປະມຸກລັດ, ຫົວ ໜ້າລັດຖະບານ ແລະ ເລຂາທິ ການໃຫຍ່ອາຊຽນ, ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະ ມົນຕີ ໄດ້ສະແດງຄວາມຍິນດີ ຕ້ອນຮັບທຸກທ່ານທີ່ໃຫ້ກຽດ ເຂົ້າຮ່ວມກອງປະຊຸມສຸດຍອດ ໃນຄັ້ງນີ້ ແລະ ຊີ້ໃຫ້ເຫັນວ່າ: ກອງປະຊຸມນີ້ ຈັດຂຶ້ນບໍ່ສະ ເພາະແຕ່ໃນທ່າມກາງບັນຍາ ກາດທີ່ ອາຊຽນ ພວມສຸມໃສ່ ຈັດຕັ້ງປະຕິບັດວິໄສທັດປະຊາ ຄົມອາຊຽນ 2025 ແລະ ຮັດ ແໜ້ນການຮ່ວມມືກັບພາຍ ນອກເທົ່ານັ້ນ ແຕ່ຍັງຢູ່ໃນທ່າມ ກາງສະພາບການພາກພື້ນ ແລະ ສາກົນ ທີ່ຜັນແປໄປຢ່າງ ໄວວາ ແລະ ສະຫຼັບສັບຊ້ອນ. ສະນັ້ນ, ບັນດາກອງປະຊຸມສຸດ ຍອດຄັ້ງນີ້ ຈຶ່ງເປັນໂອກາດອັນ ດີໃຫ້ແກ່ຜູ້ນຳອາຊຽນພວກເຮົາ ໄດ້ປຶກສາຫາລື ແລະ ໃຫ້ທິດ ຊີ້ນຳໃນການຜັນຂະຫຍາຍວິ ໄສທັດປະ ຊາຄົມອາຊຽນ 2025 ແລະ ພິຈາລະນາຮັບ ຮອງເອົາບັນດາຂອບວຽກ ແລະ ຖະແຫຼງການຕ່າງໆ ກໍຄື ແລກປ່ຽນຄວາມຄິດຄວາມ ເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈ ແລະ ເປັນຫ່ວງຮ່ວມກັນ ແນ ໃສ່ "ຫັນວິໄສທັດໃຫ້ເປັນຮູບ ປະທຳ ເພື່ອຄວາມເຂັ້ມແຂງ ຂອງປະຊາຄົມອາຊຽນ". ທ່ານກ່າວຕື່ມອີກວ່າ: ມື້ ເຊົ້ານີ້ ໄດ້ມີພິທີລົງນາມຮັບ ຮອງເອົາ 3 ປະເທດຄື: ຈີເລ, ເອຢິບ ແລະ ມາຣົກ ເຂົ້າເປັນ ພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມື ໃນອາຊີຕາ ເວັນອອກສ່ຽງໃຕ້. ນອກຈາກ ນີ້ ພວກເຮົາເຫັນວ່າກໍຍັງມີ ຫຼາຍປະເທດອີກທີ່ໄດ້ສະແດງ ຄວາມເຈດຈຳນົງສະເໜີເຂົ້າ ເປັນພາ ຄີຂອງສົນທິສັນຍາດັ່ງ ກ່າວ ເພື່ອຂະຫຍາຍການຮ່ວມ ມືກັບອາຊຽນໃນຮູບແບບຕ່າງໆ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ອາຊຽນ ສືບຕໍ່ມີຄວາມສຳຄັນ ຂອງຂົງເຂດ ຊຶ່ງບັນດາປະເທດ ນອກພາກພື້ນ ຮັບຮູ້, ໃຫ້ຄວາມ ສຳຄັນ ແລະ ໃຫ້ການສະໜັບ ສະໜູນຕະຫຼອດມາ ແລະ ສືບ ຕໍ່ໄປອີກຢ່າງບໍ່ຢຸດຢັ້ງ. ໃນຂະ ນະທີ່ພວກເຮົາ ມີຄວາມພາກ ພູມໃຈຕໍ່ຜົນສຳເລັດທີ່ ອາຊຽນ ຍາດມາໄດ້, ພວກເຮົາ ຈະ ຕ້ອງເພີ່ມ ທະວີຄວາມພະຍາ ຍາມຮ່ວມກັນ ເພື່ອສືບຕໍ່ສ້າງ ປະຊາຄົມອາຊຽນໃຫ້ເຂັ້ມແຂງ, ມີຄວາມສຳຄັນ ແລະ ຈະເລີນ ກ້າວໜ້າ ດ້ວຍການຈັດຕັ້ງຜັນ ຂະຫຍາຍວິໄສທັດປະຊາຄົມ ອາຊຽນ 2025 ກໍຄືແຜນແມ່ ບົດຂອງສາມເສົາຄ້ຳປະຊາ ຄົມອາຊຽນ ແລະ ອື່ນໆ ໃຫ້ ເກີດດອກອອກຜົນປະກອບ ສ່ວນເຂົ້າໃນພາລະກິດລວມ ແຫ່ງການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນ ລະພາບ ແລະ ຄວາມຈະເລີນ ກ້າວໜ້າໃນພາກພື້ນ ແລະ ໃນ ໂລກ. ໜຶ່ງໃນເປົ້າໝາຍທີ່ສຳ ຄັນຂອງອາຊຽນ ນັບແຕ່ໄດ້ຮັບ ການສ້າງຕັ້ງໃນປີ 1967 ແມ່ນ ການປົກປັກຮັກສາ ແລະ ສົ່ງ ເສີມສັນຕິພາບ, ສະຖຽນລະ ພາບ ແລະ ການຮ່ວມມື ເພື່ອ ການພັດທະນາໃນພາກພື້ນອາ ຊີຕາເວັນອອກສ່ຽງໃຕ້ ແລະ ໃນໂລກ. ເພື່ອບັນລຸເປົ້າໝາຍ ດັ່ງກ່າວ, ອາຊຽນ ໄດ້ຮັດແໜ້ນ ການຮ່ວມມືພາຍໃນອາຊຽນ ແລະ ຂະຫຍາຍການພົວພັນ ຮ່ວມ ມືກັບພາຍນອກທີ່ນັບມື້ ກວ້າງຂວາງ ແລະ ມີຄວາມ ຫຼາກຫຼາຍ. ຕະຫຼອດໄລຍະ 5 ທົດສະວັດທີ່ຜ່ານມາ, ອາຊຽນ ໄດ້ຜ່ານການທົດສອບຫຼາຍປະ ການ ແລະ ໄດ້ມີຜົນສຳເລັດ ເປັນກ້າວໆມາ. ອັນພົ້ນເດັ່ນ ແມ່ນອາຊຽນ ເປັນພາກພື້ນທີ່ ມີສັນຕິພາບ ແລະ ສະຖຽນລະ ພາບ ຊຶ່ງເປັນເງື່ອນໄຂພື້ນຖານ ທີ່ເອື້ອອຳນວຍໃຫ້ແກ່ການພັດ ທະນາເສດຖະກິດຂອງພາກ ພື້ນ ໃຫ້ມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ ຈົນກາຍເປັນເສດ ຖະກິດໃຫຍ່ອັນດັບ 6 ຂອງ ໂລກ ໃນປີ 2015. ເຫດການ ສຳຄັນທາງປະຫວັດສາດຂອງ ອາຊຽນ ອີກຄັ້ງໜຶ່ງນັ້ນ ໄດ້ແກ່ ການປະກາດສ້າງຕັ້ງປະຊາ ຄົມອາຊຽນ ໃນວັນທີ 31 ທັນ ວາ 2015. ໃນໄລຍະເຄິ່ງສະ ຕະວັດທີ່ຜ່ານມານັ້ນ, ອາຊຽນ ໄດ້ມີການສ້າງບັນດາຂອບ ການຮ່ວມມືທີ່ອາຊຽນລິເລີ່ມ ຂຶ້ນນັ້ນ ນອກຈາກເປັນກົນໄກ ເພື່ອຮ່ວມມືກັບຄູ່ຮ່ວມມືພາຍ ນອກແລ້ວ, ຍັງເປັນເວ ທີທີ່ສ້າງ ໂອກາດໃຫ້ຄູ່ຮ່ວມມືພາຍນອກ ມີໂອກາດ ໄດ້ປຶກສາຫາລືກັນ ຕໍ່ບັນດາບັນຫາສຳຄັນທີ່ເກີດ ຂຶ້ນໃນພາກພື້ນ ແລະ ໃນໂລກ ເພື່ອຊອກຫາຊ່ອງທາງແກ້ໄຂ ຮ່ວມກັນອີກດ້ວຍ ຊຶ່ງບັນດາ ປະເທດ ນອກພາກພື້ນ ຕ່າງກໍ ຍອມຮັບບົດບາດສຳຄັນຂອງ ຄວາມເປັນແກນກາງຂອງອາ ຊຽນ ໃນໂຄງສ້າງພາກພື້ນທີ່ ພວມຜັນແປໄປ ບົນພື້ນຖານ ກົນໄກການຮ່ວມມືທີ່ອາຊຽນ ລິເລີ່ມຂຶ້ນນັ້ນເປັນຢ່າງດີ. ໃນໂອ ກາດນີ້ ພະນະ ທ່ານ ທອງລຸນ ສີສຸລິດ ກໍໄດ້ ຮຽນເຊີນພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ຂຶ້ນກ່າວສູນທອນ ພົດໄຂກອງປະຊຸມສຸດຍອດ ຢ່າງເປັນທາງການ.

 

 

ຂໍ້ມູນຈາກ: http://www.pasaxon.org.la


  18-01-2021

ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ XI ວາງ​ກະ​ຕ່າ​ດອກ​ໄມ້ ຢຸ່​ຫໍ​ພິ​ພະ​ທະ​ພັນ ໄກ​ສອນ ພົມ​ວິ​ຫານ

​ວັນ​ທີ 16 ມັງ​ກອນ 2021 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ສະ​ໄໝ​ທີ XI ນຳ​ໂດຍ​ສະ​ຫາຍ ປອ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດ​​ ພ້ອມ​ດ້ວຍ​ຄະ​ນະ ໄດ້​ເຂົ້າ​ວາງ​ກະ​ຕ່າ​ດອກ​ໄມ້ ຢູ່​ຫໍ​ພິ​ພິ​ທະ​ພັນ​ ໄກ​ສອນ ພົມ​ວິ​ຫານ ເນື່ອງ​ໃນ​ໂອ​ກາດ​ຊົມ​ເຊີຍ​ຜົນ​​ສຳ​ເລັດ​ກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ ທົ່ວ​ປະ​ເທດ​ຄັ້ງ​ທີ XI ຂອງ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ.

  12-03-2020

LVI ຈ່າຍຄ່າສ້ອມແປງລົດໃຫ້ລູກຄ້າ

ວັນທີ 08/03/2020 ເກີດອຸປະຕິເຫດລົດຄູ່ກໍລະນີມາຕຳທ້າຍແວ່ນແຍງຂ້າງຢູ່ ບ້ານ ດົງປາລານ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ.

  20-02-2020

ຕຳທ້າຍລົດຄູ່ກໍລະນີ

ອຸ​ປະ​ຕິ​ເຫດ​ລົດ​ລູກ​ຄ້າ​ຕຳ​ທ້າຍ​ລົດ​ຄູ່​ກໍ​ລະ​ນີ

  17-02-2020

ປ້ອງກັນສຸຂະພາບຂອງຕົນຈາກ ພະຍາດ CORONA

ປ້ອງກັນສຸຂະພາບຂອງຕົນຈາກ ພະຍາດ CORONA

  06-09-2019

​​ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.

LVI ​​ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.

  27-08-2019

ຂັບລົດຜ່ານເຂດນໍ້າຖ້ວມ

ຂັບລົດຜ່ານເຂດນໍ້າຖ້ວມ ຄິດວ່າມັນງ່າຍດັ່ງທີ່ຫຼາຍຄົນຄິດ. ໃຫ້ທ່ານປະຕິບັດຕາມ 7  ຂັ້ນຕອນຂ້າງລຸ່ມນີ້ເພື່ອຫຼີກລ້ຽງຄວາມສ່ຽງອາດເກີດຂຶ້ນ.