ປະທານາທິບໍດີ ສ ອາເມຣິກາ ຢ້ຽມຢາມລັດຖະກິດ ສປປ ລາວ

  ເບິ່ງແລ້ວ : 4023


ໂດຍ​ຕອບ​ສະໜອງຕາມ​ຄຳ​ເຊີນ​ຂອງ​ທ່ານ ບຸນ​ຍັງ ວໍລະ​ຈິດ ປະທານ​ປະເທດ ແຫ່ງ ​ສປປ ລາວ ທ່ານ ບາ​ຣັກ ໂອ​ບາ​ມາ ປະທານາທິບໍດີ ແຫ່ງ ສະຫະລັດ​ອາ​ເມ​ຣິ​ກາ ໄດ້​ເດີນທາງ​ມາ​ຢ້ຽມຢາມ​ລັດ​ຖະ​ກິດຢູ່ ​ສປປ ລາວ ຢ່າງ​ເປັນ​ທາງ​ການ ພ້ອມ​ທັງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ແລະ ກອງ​ປະຊຸມ​ສຸດ​ຍອດ​ອື່ນໆ​ທີ່​ກ່ຽວຂ້ອງ​ ຢູ່​ນະຄອນຫຼວງ​ວຽງ​ຈັນ ສປປ ລາວ ໃນ​ລະຫວ່າງວັນ​ທີ 5-7 ກັນຍາ 2016.

ໃນ​ໂອກາດ​ຢ້ຽມຢາມ ​ສປປ ລາວ ຄະນະ​ຜູ້​ແທນສະຫະລັດ​ອາ​ເມ​ຣິ​ກາ ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ແລະ ສົມ​ກຽດ​ຈາກ​ຝ່າຍ​ລາວ ເຊິ່ງ​ໃນ​ວັນ​ທີ 6 ກັນຍາ 2016 ທ່ານ ບາ​ຣັກ ໂອ​ບາ​ມາ ພ້ອມ​ດ້ວຍ​ຄະນະ ໄດ້​ດຳເນີນ​ການ​ພົບ​ປະ​ສອງ​ຝ່າຍ​ຮ່ວມ​ກັບທ່ານ ບຸນ​ຍັງ ວໍລະ​ຈິດ ທີ່​ທຳ​ນຽບ​ປະທານ​ປະເທດ ໃນ​ນັ້ນ ທັງ​ສອງ​ຝ່າຍ​ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ຢ້ຽມຢາມ​ຄັ້ງ​ທຳ​ອິດ ແລະ ເປັນ​ຄັ້ງ​ປະຫວັດສາດ​ຂອງ​ປະທານາທິບໍດີ​ສະຫະລັດ​ອາ​ເມ​ຣິ​ກາຢູ່ ​ສປປ ລາວ ເຊິ່ງ​ເປັນ​ນິມິດ​ໝາຍ​ອັນ​ດີ​ ໃຫ້​ແກ່​ການ​ເສີມ​ຂະຫຍາຍການ​ພົວພັນ​ຮ່ວມ​ມືລະຫວ່າງສອງ​ປະເທດ ພາຍຫຼັງ​ທີ່​ໄດ້​ມີ​ການ​ສະເຫຼີມສະຫຼອງ​ການ​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ ຄົບຮອບ 60 ປີ ໃນ​ປີຜ່ານ​ມາ ນອກຈາກ​ນັ້ນ ທັງ​ສອງ​ຜູ້ນຳ​ຍັງ​ໄດ້​ທົບ​ທວນ​ຕີ​ລາຄາ​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ ລາວ-ອາ​ເມ​ຣິ​ກາ ທີ່​ໄດ້​ຮັບ​ການ​ປັບປຸງ​ເທື່ອ​ລະ​ກ້າວ ພ້ອມ​ທັງ​ໄດ້​ສະເໜີ​ທິດ​ທາງ​ສຳລັບ​ການ​ພົວພັນ​ຮ່ວມ​ມື​ໃນຕໍ່ໜ້າ ລະຫວ່າງ​ສອງ​ປະເທດ ເປັນຕົ້ນແມ່ນ​ການ​ເກັບ​ກູ້​ລະເບີດ​ບໍ່​ທັນ​ແຕກ ການ​ຊອກ​ຄົ້ນ​ຫາ​ສິ່ງ​ເສດ​ເຫຼືອ​ຂອງ​ທະຫານ​ທີ່​ຫາຍ​ສາບ​ສູນ​ໃນ​ປາງ​ສົງຄາມ​ ຢູ່ ​ສປປ ລາວ ການ​ປາບ​ປາມ​ຢາ​ເສບ​ຕິດ ການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ທະຫານ ການ​ຄ້າ ແລະ ການ​ລົງທຶນ ການ​ສຶກ​ສາ ສາທາລະນະ​ສຸກ ວັດທະນະທຳ-ສັງຄົມ ແລະ ອື່ນໆ ລວມ​ທັງ​ການ​ຮ່ວມ​ມື​ໃນ​ຂອບ​ຫຼາຍ​ຝ່າຍ ເຊັ່ນ: ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະເທດ​ໃນ​ເຂດ​ລຸ່ມ​ແມ່ນ້ຳ​ຂອງ ການ​ພົບ​ປະ​ຫາລື​ສອງ​ຝ່າຍ​ໃນ​ຄັ້ງ​ນີ້ ທັງ​ສອງ​ຜູ້ນຳຍັງ​ໄດ້​ແລກປ່ຽນ​ຄຳ​ເຫັນ ​ກ່ຽວ​ກັບ​ສະພາບ​ການ​ໃນ​ພາກ​ພື້ນ ແລະ ສາກົນ​ທີ່​ທັງ​ສອງ​ຝ່າຍ ມີ​ຄວາມ​ສົນໃຈ​ນຳ​ກັນ.

ຫຼັງ​ຈາກ​ນັ້ນ ຄະນະ​ຜູ້​ແທນ​ສະຫະລັດ​ອາ​ເມ​ຣິ​ກາ ໄດ້​ມີ​ການເຄື່ອນໄຫວ​ຢູ່​ນະຄອນຫຼວງ​ວຽງ​ຈັນ ເຊັ່ນ: ໄດ້​ກ່າວ​ປາ​ໄສ​ຢູ່​ຫໍ​ວັດທະນະທຳ​ແຫ່ງ​ຊາດ ໃນ​ຫົວຂໍ້​ນະໂຍບາຍ​ຕ່າງປະເທດ​ຂອງ​ສະຫະລັດ​ອາ​ເມ​ຣິ​ກາ ໃນ​ປັດຈຸ​ບັນ​ ກ່ຽວ​ກັບ​ວິໄສ​ທັດສຳລັບ​ການ​ຮ່ວມ​ມືລະຫວ່າງສະຫະລັດ​ອາ​ເມ​ຣິ​ກາ ແລະ ອາຊີ​ໃນຕໍ່ໜ້າ ຢ້ຽມຢາມ​ສູນ​ຟື້ນ​ຟູ​ອົງຄະ​ທຽມ (COPE) ເດີນທາງ​ໄປ​ແຂວງ​ຫຼວງ​ພະ​ບາງ ເພື່ອ​ຢ້ຽມຢາມ​ສະຖານທີ່​ວັດທະນະທຳ ແລະ ພົບ​ປະ​ກັບ​ນັກ​ສຶກ​ສາ​ທີ່​ເຄີຍ​ເຂົ້າ​ຮ່ວມ​ໂຄງການ​ດ້ານ​ການ​ສຶກ​ສາ​ຂອງ​ ສະຫະລັດ​ອາ​ເມ​ຣິ​ກາ (YSEALI) ຢູ່​ທີ່​ມະຫາ​ວິທະຍາໄລ​ສຸ​ພານຸ​ວົງ.

ໃນ​ໂອກາດ​ການ​ຢ້ຽມຢາມຄັ້ງ​ປະຫວັດສາດຢູ່ ​ສປປ ລາວ ຂອງ​ປະທານາທິບໍດີ ບາ​ຣັກ ໂອ​ບາ​ມາ ທັງ​ສອງ​ຝ່າຍ​ໄດ້​ມີ​ການ​ອອກ​ຖະແຫຼງການ​ຮ່ວມ​ ກ່ຽວ​ກັບ​ການ​ເປັນ​ຄູ່​ຮ່ວມ​ມື​ແບບ​ກວມ​ລວມ ລະຫວ່າງ ​ສປປ ລາວ ແລະ ສະຫະລັດ​ອາ​ເມ​ຣິ​ກາ ເພື່ອ​ແນໃສ່​ການ​ເປີດ​ສັງກາດ​ໃໝ່ ​ໃນ​ການ​ພົວພັນ​ສອງ​ຝ່າຍ ບົນ​ພື້ນຖານ​ຂອງ​ການ​ເຄົາລົບ​ນັບຖື​ເຊິ່ງ​ກັນ ແລະ ກັນ ຜົນ​ປະໂຫຍດ​ຮ່ວມ​ກັນ ແລະ ການ​ສ້າງ​ພື້ນຖານ​ສຳລັບ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ອະນາຄົດ​ດ້ານ​ຕ່າງໆ ເຊັ່ນ: ການ​ພົວພັນ​ທາງ​ດ້ານ​ການເມືອງ ແລະ ການ​ທູດ ດ້ານ​ເສດຖະກິດ-ການ​ຄ້າ ການ​ສຶກ​ສາ ແລະ ເຝິກອົບຮົມສາທາລະນະ​ສຸກ ການ​ຮັກສາ​ສະພາບ​ແວດ​ລ້ອມ ການ​ປາບ​ປາມ​ຢາ​ເສບ​ຕິດ ການ​ແກ້​ໄຂ​ບັນຫາ​ທີ່​ຕົກ​ຄ້າງ​ມາ​ຈາກ​ສົງຄາມ (ການ​ເກັບ​ກູ້​ລະເບີດ​ບໍ່​ທັນ​ແຕກ ການ​ຂຸດ​ຄົ້ນ​ສິ່ງ​ເສດ​ເຫຼືອ​ທະຫານ​ທີ່​ຕາຍ​ໃນ​ປາງ​ສົງຄາມ...) ຄວາມ​ໝັ້ນຄົງ ການ​ປົກ​ປ້ອງ ແລະ ສົ່ງເສີມ​ສິດທິ​ມະນຸດ ວັດທະນະທຳ ກີລາ ແລະ ການທ່ອງທ່ຽວ.

ຖະແຫຼງການ​ຮ່ວມ​ດັ່ງກ່າວ ນອກຈາກ​ເປັນ​ການ​ວາງ​ຂອບ​ໃຫ້​ແກ່​ການ​ເສີມ​ຂະຫຍາຍ​ການ​ພົວພັນລະຫວ່າງ​ສອງ​ ປະເທດ​ແລ້ວ ຍັງ​ໄດ້​ກຳນົດ​ດ້ານ​ຫຼັກການ​ທີ່​ກວມ​ເອົາ​ການ​ເຄົາລົບ​ນັບຖື ລະບອບ​ການເມືອງ ເອກະລາດ ອະທິປະ​ໄຕ ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ກັນ ແລະ ກັນ ແລະ ການ​ເຄົາລົບ​ຕໍ່​ກົດ​ບັດ​ສະຫະ​ປະຊາ​ຊາດ ກໍ່​ຄື​ກົດໝາຍລະຫວ່າງ​ຊາດ ນັບ​ທັງ​ການ​ປະກອບສ່ວນ​ເພື່ອ​ເສີມ​ສ້າງ​ສັນຕິພາບ ສະຖຽນ​ລະ​ພາບ ການ​ຮ່ວມ​ມື ແລະ ຄວາມ​ວັດທະນາ​ຖາວອນຢູ່​ໃນ​ປະເທດ​ທັງ​ສອງ ກໍ່​ຄືຢູ່​ໃນ​ພາກ​ພື້ນ ແລະ ໃນ​ໂລກ.

ໃນ​ໂອກາດ​ການເຄື່ອນໄຫວຢ້ຽມຢາມ​ລັດ​ຖະ​ກິດ​ຢູ່ ​ສປປ ລາວ​ ຂອງປະທານາທິບໍດີ ບາ​ຣັກ ໂອ​ບາ​ມາ ໃນ​ຄັ້ງ​ນີ້ ສະຫະລັດ​ອາ​ເມ​ຣິ​ກາ ໄດ້​ປະກາດ​ເພີ່ມ​ການ​ຊ່ວຍເຫຼືອ​ສຳລັບ​ວຽກ​ງານ​ການ​ເກັບ​ກູ້​ລະເບີດ​ບໍ່​ທັນ​ ແຕກ​ຢູ່ ​ສປປ ລາວ ໃນ​ມູນ​ຄ່າ 90 ລ້ານ​ໂດ​ລາ​ສະຫະລັດ ໃນ​ໄລຍະ 3 ປີ ໂຄງການ​ອາຫານ​ຢູ່​ໂຮງຮຽນ​ໃນ​ມູນ​ຄ່າ 27 ລ້ານ​ໂດ​ລາ​ສະຫະລັດ ສຳລັບ​ໄລຍະ 5 ປີ ແລະ ໂຄງການ​ອະນາໄມ​ຊຸມ​ຊົນ ແລະ ອາຫານ​ສຳລັບ​ແມ່ ແລະ ເດັກ ໃນ​ມູນ​ຄ່າ 6 ລ້ານ​ໂດ​ລາ​ສະຫະລັດ ໃນ​ໄລຍະ 3 ປີ.

 


  18-01-2021

ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ XI ວາງ​ກະ​ຕ່າ​ດອກ​ໄມ້ ຢຸ່​ຫໍ​ພິ​ພະ​ທະ​ພັນ ໄກ​ສອນ ພົມ​ວິ​ຫານ

​ວັນ​ທີ 16 ມັງ​ກອນ 2021 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ສະ​ໄໝ​ທີ XI ນຳ​ໂດຍ​ສະ​ຫາຍ ປອ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດ​​ ພ້ອມ​ດ້ວຍ​ຄະ​ນະ ໄດ້​ເຂົ້າ​ວາງ​ກະ​ຕ່າ​ດອກ​ໄມ້ ຢູ່​ຫໍ​ພິ​ພິ​ທະ​ພັນ​ ໄກ​ສອນ ພົມ​ວິ​ຫານ ເນື່ອງ​ໃນ​ໂອ​ກາດ​ຊົມ​ເຊີຍ​ຜົນ​​ສຳ​ເລັດ​ກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ ທົ່ວ​ປະ​ເທດ​ຄັ້ງ​ທີ XI ຂອງ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ.

  12-03-2020

LVI ຈ່າຍຄ່າສ້ອມແປງລົດໃຫ້ລູກຄ້າ

ວັນທີ 08/03/2020 ເກີດອຸປະຕິເຫດລົດຄູ່ກໍລະນີມາຕຳທ້າຍແວ່ນແຍງຂ້າງຢູ່ ບ້ານ ດົງປາລານ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ.

  20-02-2020

ຕຳທ້າຍລົດຄູ່ກໍລະນີ

ອຸ​ປະ​ຕິ​ເຫດ​ລົດ​ລູກ​ຄ້າ​ຕຳ​ທ້າຍ​ລົດ​ຄູ່​ກໍ​ລະ​ນີ

  17-02-2020

ປ້ອງກັນສຸຂະພາບຂອງຕົນຈາກ ພະຍາດ CORONA

ປ້ອງກັນສຸຂະພາບຂອງຕົນຈາກ ພະຍາດ CORONA

  06-09-2019

​​ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.

LVI ​​ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.

  27-08-2019

ຂັບລົດຜ່ານເຂດນໍ້າຖ້ວມ

ຂັບລົດຜ່ານເຂດນໍ້າຖ້ວມ ຄິດວ່າມັນງ່າຍດັ່ງທີ່ຫຼາຍຄົນຄິດ. ໃຫ້ທ່ານປະຕິບັດຕາມ 7  ຂັ້ນຕອນຂ້າງລຸ່ມນີ້ເພື່ອຫຼີກລ້ຽງຄວາມສ່ຽງອາດເກີດຂຶ້ນ.