LVI ສາຂາ ນະຄອນຫຼວງເລີ່ມເຄື່ອນໄຫວຢ່າງເປັນທາງການໃນວັນທີ 08/08/2016

  ເບິ່ງແລ້ວ : 2989


ພາຍຫຼັງ 02 ເດືອນໃນ​ການ​ກະ​ກຽມ, ໃນວັນ​ທີ 08/08/2016 ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ​ປະ​ກັນ​ໄພ ລາວ - ຫວຽດ ຈຳ​ກັດ (LVI) ໄດ້​ເປີດ​​ເຄື່ອນ​ໄຫວ LVI ສາ​ຂາ​ນະ​ຄອນຫຼວງ​ຢ່າງເປັນ​ທາງ​ການ​ ຢູ່​ເຂດ​ພັດ​ທະ​ນາ​ໃໝ່​ BIDV ຢູ່​ບ້ານ ໜອງ​ທາ, ເມືອງ​ຈັນ​ທະ​ບູ​ລີ, ນະ​ຄອນຫຼວງວຽງ​ຈັນ, ສ​ປ​ປ ລາວ.

LVI ສາ​ຂານະ​ຄອນຫຼວງ​ໄດ້​ສ້າງ​ຕັ້ງ​ຕາມ​ຂັ້ນ​ການຕົກ​ລົງ​ຂອງ​ສະ​ພາ​ບໍ​ລິ​ຫານ ​ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ​ປະ​ກັນ​ໄພ​ ລາວ - ຫວຽດ ເລກ​ທີ: 016/QĐ-HĐQT ວັນ​ທີ 30/05/2016 ແລະ ໃບ​ອະ​ນຸ​ຍາດດຳ​ເນີນ​ທຸ​ລະ​ກິດ​ເລກ​ທີ 0456/ĐKKD ​ລົງວັນ​ທີ 29/07/2016 ຂອງ​ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ ນະ​ຄອນຫຼວງວຽງ​ຈັນ.

ການ​ສ້າງ​ຕັ້ງ LVI ​ສາ​ຂານະ​ຄອນຫຼວງ​ພາຍຫຼັງ​ການ​ສະ​ເຫຼີມ​ສະຫຼອງ ວັນສ້າງ​ຕັ້ງບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ​ປະ​ກັນ​ໄພ​ລາວ - ຫວຽດ ຄົບ​ຮອບ 8 ປີ​ໄດ້ສືບ​ຕໍ່​ຢັ້ງ​ຢືນ​ການ​ຂະ​ຫຍາຍ​ຕົວ​ຂອງ LVI ໃນ​ຕະຫຼາດ​ປະ​ກັນ​ໄພ​ລາວ ​ກໍ່​ຄື ​ການ​ໃຫ້ຄຳ​ໝັ້ນ​ສັນ​ຍາ​ຂອງ LVI ໃນ​ການ​ເຮັດ​ໃຫ້​ລູກ​ຄ້າ​ມີ​ຄວາມ​ເພີ່ງ​ພໍ​ໃຈຫຼາຍ​ສຸດ​ໃນ​​ຕໍ່​ໜ້າ.

​​      LVI ສາ​ຂານະ​ຄອນຫຼວງ​ມີ​ໜ້າ​ທີ່​ສຳ​ຄັນ​ແມ່ນສືບ​ຕໍ່​ເປີດ​ກ້​ວາງ​ເຄືອ​​ຂ່າຍ​ການ​ຂາຍ​ຍ່ອຍ​ໃນ​ທ້ອງ​ຖິ່ນ​ນະ​ຄອນຫຼວງວຽງ​ຈັນ ແລະ 04 ແຂວງ​ທີ່​ໃກ້​ຄຽງ​ຄື: ຄຳ​ມ່ວນ, ບໍ​ລິ​ຄຳ​ໄຊ, ໄຊ​ສົມ​ບູນ ແລະ ວຽງ​ຈັນ.

ບາງ​ຮູບ​ພາບ​ກ່ຽວ​ກັບ LVI ສາ​ຂານ​ະ​ຄອນຫຼວງ:

 


  10-05-2022

76767767

7iu

  30-04-2021

ຊື້ປະ​ກັນ​ໄພ​ສຸ​ຂະ​ພາບຜ່ານແອັບ BCEL One, LVB DigiBank, U-Money ໄດ້​ຮັບ​ການ​ຄ້ຳ​ປະ​ກັນ​ໂຄວິດ-19

ບໍລິສັດ ຮ່ວມທຸລະກິດປະກັນໄພລາວ - ຫວຽດ (LVI) ໄດ້ຮ່ວມມືກັບທະນາຄານການຄ້າຕ່າງປະເທດລາວ (BCEL), ທະນາຄານຮ່ວມທຸລະກິດລາວ - ຫວຽດ(LaoVietBank), ແລະ ບໍລິສັດ StarFintech ຂອງ Unitel ເພື່ອເປີດ​ຊ່ອງ​ທາງ​ໃຫມ່​ໃນ​ການ​ຂາຍຜະລິດຕະພັນປະກັນໄພສຸຂະພາບ, ​ໃນ​ນັ້ນ​ມີ​ການຈ່າຍຄ່າໃຊ້ຈ່າຍໃນການກວດ ແລະ ປິ່ນປົວພະຍາດໂຄວິດ -19.

  22-04-2021

LVI ແມ່ນ ໜຶ່ງໃນ 52 ຫົວໜ່ວຍທຸລະກິດ ທີ່ມີຜົນງານດີ່ເດັ່ນ ປະເພດ I ໃນການປະຕິບັດພັນທະສວຍສາອາກອນ ເຂົ້າງົບປະມານແຫ່ງລັດ ປະຈຳປີ 2020.

ໃນວັນທີ 19 ເມສາ 2021 ທີ່ຜ່ານມາ, ທີ່ຫ້ອງປະຊຸມ ກົມສ່ວຍສາອາກອນ ກະຊວງການເງິນແຫ່ງ ສປປ ລາວ ໄດ້ຈັດພິທີມອບໃບຍ້ອງຍໍທີ່ລະນຶກ ປະເພດ I, ປະເພດ II ໃຫ້ແກ່ບັນດາ ຫົວໜ່ວຍທຸລະກິດທີ່ມີຜົນງນ ໃນການປະຕິບັດມອບພັນທະສວຍສາອາກອນ ປະຈຳປີ 2020. ເປັນກຽດເຂົ້າຮ່ວມ ພິທີດັ່ງກ່າວແມ່ນ ທ່ານ ບຸນໂຈມ ອຸບົນປະເສີດ - ລັດຖະມົນຕີກະຊວງການເງິນ ແລະ ທ່ານ ປອ ພູທະນູເພັດ ໄຊສົມບັດ - ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ...

  21-04-2021

ກອງ​ປະ​ຂຸມ ຊຸກ​ຍູ້​ການ​ຮ່ວມ​ມື ລະ​ຫວ່າງ ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ ຫວຽດ (LaoVietBank) ແລະ ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ​ປະ​ກັນ​ໄພ​ລາວ ຫວຽດ ຈຳ​ກັດ (LVI)

ກອງ​ປະ​ຂຸມ ຊຸກ​ຍູ້​ການ​ຮ່ວມ​ມື ລະ​ຫວ່າງ ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ ຫວຽດ (LaoVietBank) ແລະ ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ​ປະ​ກັນ​ໄພ​ລາວ ຫວຽດ ຈຳ​ກັດ (LVI) LaoVietBank ແມ່ນ​ທະ​ນາ​ຄານ​ໜຶ່ງ​ທີ່​ໃຫ່​ຍ​ໃນ​ລາວ, ກວມ​ອັດ​ຕາ​ສ່ວນ​ທາງ​ດ້ານ​ສິນ​ເຊື່ອ​ຢູ່​ອັນ​ດັບ​ສອງ, ທາງ​ດ້ານ​ຊັບ​ສິນ-ແຫຼ່ງ​ທຶນ ຢູ່​ອັນ​ດັບ​ສາມ, ສາ​ມາດ​ຮັກ​ສາ​ໃຫ້​ຢູ່​ໃນ​ກຸ່ມ 5 ທະ​ນາ​ຄານ​ທຸ​ລະ​ກິດ​ທີ່​ໃຫຍ່​ໃນ​ລາວ​​ຢູ່ເລື້ອຍໆ ທີ່​ມີ​ເຄືອ​ຄ່າຍ 9/18 ແຂວງ​ໃນ​ລາວ.

  22-12-2020

LVI ມອບສິນທົດແທນໃຫ້ລູກຄ້າ

ບໍລິສັດ ປະກັນໄພລາວ-ຫວຽດ ຂໍສະແດງຄວາມເສຍໃຈນຳຄອບຄົວລູກຄ້າທີ່ໄດ້ສູນເສຍລູກສາວໄປ.

  08-10-2020

LVI ໄດ້ເປີດໃຫ້ບໍລິການຊື້ປະກັນໄພຜ່ານແອັບ LVB DigiBank

ທະນາຄານຮ່ວມທຸລະກິດລາວຫວຽດ (LaoVietBank) ແລະ ບໍລິສັດຮ່ວມທຸລະກິດປະກັນໄພລາວຫວຽດ ຈຳກັດ. ໄດ້ລົງນາມເຊັນສັນຍາຮ່ວມມື ເພື່ອເປີດໃຫ້ບໍລິການປະກັນໄພ ແລະ ນຳໃຊ້ໃບຢັ້ງຢືນປະກັນໄພເອເລັກໂທຣນິກຜ່ານແອັບ LVB DigiBank.