ຊົມເຊີຍນາຍົກ ເອົາໃຈໃສ່ຊົດເຊີຍ ທີ່ດິນປະຊາຊົນ ທີ່ຖືກໂຄງການ

  ເບິ່ງແລ້ວ : 3344


ໃນວັນເສົາທີ14 ພຶດສະພາ ຜ່ານມາ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ຄະນະ ໄດ້ລົງຢ້ຽມຢາມ ແລະ ຊີ້ນຳວຽກງານ ຢູ່ເຂດພັດທະນາກວມລວມໄຊເສດຖາ ໂດຍການໃຫ້ກຽດຕ້ອນຮັບຂອງທ່ານ ນາງ ບົວທາ ຂັດທິຍະ ຮອງລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ຫົວຫນ້າກອງລາຂາ ຄຂພສ ພ້ອມດ້ວຍຄະນະ.

 

ໃນການລົງຢ້ຽມຢາມ ຄັ້ງນີ້ ທ່ານນາຍົກໄດ້ເນັ້ນວ່າ: ໃຫ້ຜູ້ພັດທະນາ ສືບຕໍ່ຮ່ວມປຶກສາລືກັບ ພາກສ່ວນກ່ຽວຂ້ອງ ເລັ່ງແກ້ໄຂບັນຫາຊົດເຊີຍເນື້ອທີ່ດິນ ແລະ ສິ່ງປຸກສ້າງຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງສ້າງ ແລະ ພັດທະນາ ຈາກເຂດພັດທະນາກວມລວມໄຊເສດຖາ ທີ່ຍັງມີບາງຈຳນວນຍັງບໍ່ທັນໄດ້ຮັບການແກ້ໄຂ ເນື່ອງຈາກລັດຖະບານບໍ່ທັນມີງົບຊົດເຊີຍເທື່ອ, ພ້ອມໃຫ້ຈັດສັນທີ່ຢູ່ອາໄສ ແລະ ບ່ອນທຳມາຫາກິນຖາວອນໃຫ້ປະຊາຊົນໃຫ້ດີກວ່າເກົ່າ. ທ່ານທ່ານ ທອງລຸນ ສີສຸລິດ ຍັງເນັ້ນຕື່ມວ່າ: ການພັດທະນາເຂດດັ່ງກ່າວນີ້ຕ້ອງຄຳນຶງເຖິງສະພາບແວດລ້ອມເປັນຈຸດສຳຄັນບໍ່ໃຫ້ແຕະຕ້ອງເຖິງສະພາບແວດລ້ອມ, ການສ້າງໂຮງການຕ້ອງຄິດໄລ່ໃຫ້ດີທີ່ສຸດເພາະວ່າຖ້າກະທົບຕໍ່ສະພາບແວດລ້ອມແລ້ວ, ມັນກໍ່ຈະຄັດກັບນະໂຍບາຍພັດທະນາສີຂຽວ ແລະ ຍືນຍົງຂອງລັດຖະບານ.


  18-01-2021

ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ XI ວາງ​ກະ​ຕ່າ​ດອກ​ໄມ້ ຢຸ່​ຫໍ​ພິ​ພະ​ທະ​ພັນ ໄກ​ສອນ ພົມ​ວິ​ຫານ

​ວັນ​ທີ 16 ມັງ​ກອນ 2021 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ສະ​ໄໝ​ທີ XI ນຳ​ໂດຍ​ສະ​ຫາຍ ປອ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດ​​ ພ້ອມ​ດ້ວຍ​ຄະ​ນະ ໄດ້​ເຂົ້າ​ວາງ​ກະ​ຕ່າ​ດອກ​ໄມ້ ຢູ່​ຫໍ​ພິ​ພິ​ທະ​ພັນ​ ໄກ​ສອນ ພົມ​ວິ​ຫານ ເນື່ອງ​ໃນ​ໂອ​ກາດ​ຊົມ​ເຊີຍ​ຜົນ​​ສຳ​ເລັດ​ກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ ທົ່ວ​ປະ​ເທດ​ຄັ້ງ​ທີ XI ຂອງ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ.

  12-03-2020

LVI ຈ່າຍຄ່າສ້ອມແປງລົດໃຫ້ລູກຄ້າ

ວັນທີ 08/03/2020 ເກີດອຸປະຕິເຫດລົດຄູ່ກໍລະນີມາຕຳທ້າຍແວ່ນແຍງຂ້າງຢູ່ ບ້ານ ດົງປາລານ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ.

  20-02-2020

ຕຳທ້າຍລົດຄູ່ກໍລະນີ

ອຸ​ປະ​ຕິ​ເຫດ​ລົດ​ລູກ​ຄ້າ​ຕຳ​ທ້າຍ​ລົດ​ຄູ່​ກໍ​ລະ​ນີ

  17-02-2020

ປ້ອງກັນສຸຂະພາບຂອງຕົນຈາກ ພະຍາດ CORONA

ປ້ອງກັນສຸຂະພາບຂອງຕົນຈາກ ພະຍາດ CORONA

  06-09-2019

​​ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.

LVI ​​ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.

  27-08-2019

ຂັບລົດຜ່ານເຂດນໍ້າຖ້ວມ

ຂັບລົດຜ່ານເຂດນໍ້າຖ້ວມ ຄິດວ່າມັນງ່າຍດັ່ງທີ່ຫຼາຍຄົນຄິດ. ໃຫ້ທ່ານປະຕິບັດຕາມ 7  ຂັ້ນຕອນຂ້າງລຸ່ມນີ້ເພື່ອຫຼີກລ້ຽງຄວາມສ່ຽງອາດເກີດຂຶ້ນ.