ສະຫາຍ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ສຳເລັດ ການຢ້ຽມຢາມ ສັນທະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ

  ເບິ່ງແລ້ວ : 2454


ຂປລ. ໂດຍຕອບສະໜອງ ຕາມຄຳເຊີນຂອງ ສະຫາຍ ຫງວຽນ​ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວພ້ອມພັນລະຍາ ແລະ ຄະນະຜູ້ແທນ ຂັ້ນສູງຂອງລາວ ໄ​ດ້ຢ້ຽມຢາມ ​ສັນ​ຖະ​ວະ​ໄມ​ຕີ ສສ ຫວຽດນາມ ຢ່າງ​ເປັນ​ທາງ​ການ ແຕ່ວັນທີ 15-17 ພຶດສະພາ 2016.

ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວພ້ອມພັນລະຍາແລະ ຄະນະຜູ້ແທນ ຂັ້ນສູງຂອງລາວ ​​ໄດ້ຮັບການຕ້ອນຮັບ ຢ່າງອົບອຸ່ນແລະ ສົມກຽດຈາກ ສະຫາຍ ຫງວຽນ ​ຊວັນ ຟຸກ, ​ນາຍົກລັດຖະມົນຕີ ​ແຫ່ງ​ ສສ ຫວຽດນາມ, ພ້ອມດ້ວຍຄະນະ ທັງຢູ່ນະຄອນຫລວງ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈິມິງ.

ໃນໄລຍະ ການຢ້ຽມຢາມ, ສະຫາຍ ​ທອງລຸນ ສີສຸລິດ ໄດ້ພົບປະ​ເຈ​ລະ​ຈາ​​ ກັບ ສະຫາຍ ຫງວຽນ ​ຊວັນ ຟຸກ ນາຍົກລັດຖະມົນຕີ ສສ ຫວຽດນາມ ແລະ ໄດ້ຕີລາຄາສູງ ຕໍ່ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ຮັບການເລືອກຕັ້ງ ໃຫ້ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຊິ່ງເປັນການສະແດງ ໃຫ້ເຫັນເຖິງຄວາມເຊື່ອໜັ້ນ ຂອງການນຳ ພັກ-ລັດ ກໍຄືປະຊາຊົນລາວ ບັນດາເຜົ່າ. ສະຫາຍທອງລຸນ ສີສຸລິດ ກໍໄດ້ສະແດງຂອບໃຈ ຢ່າງຈິງໃຈ ແລະ ສະແດງຄວາມ ປີຕິຊົມຊຶ່ນເປັນຢ່າງຍີ່ງ ແລະ ຮູ້ສຶກເປັນກຽດ ທີ່ໄດ້ນຳພາຄະນະຜູ້ແທນ ຂັ້ນສູງຂອງລັດຖະບານລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ເຊິ່ງເປັນການເຄື່ອນໄຫວ ວຽກງານການຕ່າງປະເທດ ຄັ້ງທຳອິດ ພາຍຫລັງໄດ້ຮັບ ການເລືອກຕັ້ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອເປັນການ ປະກອບສ່ວນສຳຄັນ ເຂົ້າໃນການເພີ່ມທະວີ ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມູນເຊື້ອອັນດີງາມນັ້ນ ໃຫ້ນັບມື້ນັບມີ ຄວາມແໜ້ນແຟ້ນ, ຈະເລີນງອກງາມ ແລະ ແຕກດອກອອກຜົນ ຍີ່ງໆຂຶ້ນ.

ພາຍຫລັງສຳເລັດ ການພົບປະສອງຝ່າຍ ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ຫງວຽນ ຊວັນ ຟຸກ ເຂົ້າຮ່ວມເປັນສັກຂີພິຍານ ພິທີເຊັນສັນຍາ 3 ສະບັບ ຄື: ສັນຍາວ່າດ້ວຍ ການຮ່ວມມືລະຫວ່າງ ກະຊວງແຜນການ ແລະ ການລົງທຶນລາວ-ຫວຽດນາມ, ສັນຍາລະຫວ່າງ ກະຊວງກະສິກຳ ແລະ ປ່າໄມ້ ຂອງລາວ ແລະ ກະຊວງກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ຂອງຫວຽດນາມ ກ່ຽວກັບການປະຕິບັດ ໂຄງການຈັດສັນ ເຂດກະສິກຳຢູ່ ແຂວງ ຊຽງຂວາງ ແລະ ແຂວງ ຫົວພັນ ແລະ ສັນຍາຕົກລົງ ລະຫວ່າງ ແຂວງ ຜົ້ງສາລີ ແລະ ແຂວງດຽນບຽນ ກ່ຽວກັບໂຄງການ ກໍ່ສ້າງໂຮງຮຽນປະຖົມ ຢູ່ເມືອງ ບຸນເໜືອແຂວງ ຜົ້ງສາລີ ໂດຍການຊ່ວຍເຫລືອ ຈາກລັດຖະບານຫວຽດນາມ.

ໃນໄລຍະຢູ່ຢ້ຽມຢາມ ສສ ຫວຽດນາມ ສະຫາຍ ທອງລຸນ ສີສຸລິດ ກໍໄດ້​​ຢ້ຽມ​ຂໍ່ານັບ ສະຫາຍ ຫງວຽນ ຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດຫວຽດນາມ, ຢ້ຽມຂໍ່ານັບ ສະຫາຍ ເຈີນ​ດ້າຍ​ກວາງ ປະທານ​ປະ​ເທດ ​ແຫ່ງ ​ສສ ຫວຽດນາມ, ​ໄດ້ຢ້ຽມ​ຢາມ​ພົບ​ປະ​ ສະ​ຫາຍ ນາງ ຫງວຽນ ​ ທິ​ກິມ​ເງິນ ປະ​ທານ​ສະ​ພາແຫ່ງ​ຊາດ ຫວຽດ​ນາມ; ຮັບ​ການ​ເຂົ້າ​ຢ້ຽມ​ ຂ່ຳ​ນັບ​ຂອງຄະ​ນະ ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ-ຫວຽດ​ນາມ ແລະ ອະດີ​ດ​ທະ​ຫານ​ ອາ​ສາ​ສະ​ໝັກ ແລະ ຊ່ຽວ​ຊານ​ ທະ​ຫານຫວຽດ​ນາມ ແລະ ໄດ້ພົບປະກັບ ບັນດາສະຫາຍອະດີດ ການນຳຂອງ ສສ ຫວຽດນາມ ເຊັ່ນ: ສະຫາຍເຈືອງເຕິນຊາງ, ອະດີດປະທານປະເທດ, ສະຫາຍ ຫງວຽນເຕິນຢຸ້ງ, ອະດີດນາຍົກລັດຖະມົນຕີ ແລະ ສະຫາຍ ເລແທັງຫາຍ ອະດີີດ ເລຂາພັກນະຄອນ ໂຮ່ຈີມິງ. ໃນການ​ພົບ​ປະ​​ດັ່ງ​ກ່າວ​, ໄດ້​ດຳ​ເນີນ​ໄປດ້ວຍ ​ບັນ​ຍາ​ກາດ​ ແຫ່ງໄມຕີຈິດ ມິດຕະພາບ ຖານ​ສະຫາຍ ອ້າຍ​ນ້ອງ ອັນ​ສະ​ໜິດ​ສະ​ໜົມ, ສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການ ທີ່ພົ້ນເດັ່ນຂອງ​​​ ແຕ່ລະປະເທດ, ໂດຍສະເພາະ ແມ່ນບັນດາຜົນສຳເລັດ ຂອງແຕ່ລະປະເທດ ໃນການສ້າງສາ ພັດທະນາປະເທດ ໃນໄລຍະທີ່ຜ່ານມາ.

ການນຳຂັ້ນສູງ ຂອງສອງພັກ, ສອງລັດ ໄດ້ຕີລາຄາສູງ ແລະ ມີຄວາມພາກພູມໃຈ ທີ່ເຫັນວ່າ ເຖິງສະພາບການ ໃນພາກພື້ນ ແລະ ສາກົນ ມີການຜັນແປ ຢ່າງຊັບຊ້ອນ, ແຕ່ການຮ່ວມມື ສາຍພົວພັນພິເສດ ລາວ-ຫວຽດນາມ ຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍ ທັງລວງກວ້າງ ແລະ ລວງເລິກ, ການພົວພັນ ດ້ານການເມືອງ ສືບຕໍ່ໄດ້ມີ ຄວາມເລິກເຊິ່ງ, ມີການແລກປ່ຽນຢ້ຽມຢາມ ຂັ້ນສູງນຳກັນ ເປັນປົກກະຕິ, ການພົວພັນເສດຖະກິດ, ການຄ້າ, ລົງທຶນ, ສຶກສາ, ບຳລຸງສ້າງ, ວັດທະນາທຳ ແລະ ວິທະຍາສາດ ເຕັກໂນໂລຊີ ໄດ້ຮັບການເປີດກວ້າງ, ພວມນຳປະສິດທິຜົນ ມາສູ່ສອງປະເທດ.

ການນໍາຂັ້ນສູງ ຂອງສອງພັກ, ສອງລັດ ລາວ-ຫວຽດນາມ ໄດ້ຢືນຢັນຄືນ ກ່ຽວກັບການຈະຮ່ວມມື ສືບຕໍ່ເສີມຂະ ຫຍາຍ ສາຍພົວພັນພິເສດ ທີ່ປະທານ ໂຮ່ຈິມິງ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກ ໄດ້ສ້າງ ແລະ ຖະນຸຖະໜອມມານັ້ນ ໃຫ້ນັບມື້ແຕກດອກອອກຜົນ ແລະ ມີປະສິດທິຜົນຍິ່ງໆຂື້ນ, ສືບຕໍ່ສຶກສາອົບຮົມ ປະຊາຊົນ ສອງຊາດ, ພິເສດ ແມ່ນຄົນຮຸ່ນໜຸ່ມ ໃຫ້ຮູ້ກ່ຽວກັບມູນເຊື້ອ ຄວາມສາມັກຄີ ລາວ-ຫວຽດນາມ ຖືເປັນຄວາມ ຮັບຜິດ ຊອບຂອງກັນ ໃນການປົກປັກຮັກສາ ຕໍ່ຜົນປະໂຫຍດຂອງຊາດ ກໍຄືເພື່ອສັນຕິພາບ ມິດຕະພາບ ແລະ ການຮ່ວມມື ໃນພາກພື້ນ ແລະ ໃນໂລກ.

ພາຍຫລັງສຳເລັດ ການຢ້ຽມຢາມ ສັນທະວໄມຕີ ສສ ຫວຽດນາມ ຢ່າງເປັນທາງການ ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະຜູ້ແທນ ຂັ້ນສູງຂອງລາວ ເດີນທາງເຖິງ ນະຄອນຫລວງວຽງຈັນ ໃນຕອນແລງ ຂອງວັນທີ 17 ພຶດສະພາ 2016 ດ້ວຍຄວາມສະຫວັດດີພາບ./.


  18-01-2021

ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ XI ວາງ​ກະ​ຕ່າ​ດອກ​ໄມ້ ຢຸ່​ຫໍ​ພິ​ພະ​ທະ​ພັນ ໄກ​ສອນ ພົມ​ວິ​ຫານ

​ວັນ​ທີ 16 ມັງ​ກອນ 2021 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ສະ​ໄໝ​ທີ XI ນຳ​ໂດຍ​ສະ​ຫາຍ ປອ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດ​​ ພ້ອມ​ດ້ວຍ​ຄະ​ນະ ໄດ້​ເຂົ້າ​ວາງ​ກະ​ຕ່າ​ດອກ​ໄມ້ ຢູ່​ຫໍ​ພິ​ພິ​ທະ​ພັນ​ ໄກ​ສອນ ພົມ​ວິ​ຫານ ເນື່ອງ​ໃນ​ໂອ​ກາດ​ຊົມ​ເຊີຍ​ຜົນ​​ສຳ​ເລັດ​ກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ ທົ່ວ​ປະ​ເທດ​ຄັ້ງ​ທີ XI ຂອງ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ.

  12-03-2020

LVI ຈ່າຍຄ່າສ້ອມແປງລົດໃຫ້ລູກຄ້າ

ວັນທີ 08/03/2020 ເກີດອຸປະຕິເຫດລົດຄູ່ກໍລະນີມາຕຳທ້າຍແວ່ນແຍງຂ້າງຢູ່ ບ້ານ ດົງປາລານ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ.

  20-02-2020

ຕຳທ້າຍລົດຄູ່ກໍລະນີ

ອຸ​ປະ​ຕິ​ເຫດ​ລົດ​ລູກ​ຄ້າ​ຕຳ​ທ້າຍ​ລົດ​ຄູ່​ກໍ​ລະ​ນີ

  17-02-2020

ປ້ອງກັນສຸຂະພາບຂອງຕົນຈາກ ພະຍາດ CORONA

ປ້ອງກັນສຸຂະພາບຂອງຕົນຈາກ ພະຍາດ CORONA

  06-09-2019

​​ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.

LVI ​​ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.

  27-08-2019

ຂັບລົດຜ່ານເຂດນໍ້າຖ້ວມ

ຂັບລົດຜ່ານເຂດນໍ້າຖ້ວມ ຄິດວ່າມັນງ່າຍດັ່ງທີ່ຫຼາຍຄົນຄິດ. ໃຫ້ທ່ານປະຕິບັດຕາມ 7  ຂັ້ນຕອນຂ້າງລຸ່ມນີ້ເພື່ອຫຼີກລ້ຽງຄວາມສ່ຽງອາດເກີດຂຶ້ນ.