ອາຍຸຄວາມໃນການຮ້ອງຟ້ອງ ເອົາມູນມໍລະດົກ

  18-05-2016


 

ການ​ຮຽກ­ຮ້ອງ ຫຼື ທວງເອົາ​ມູນ​ມໍ­ລະ­ດົກ​ກໍ​ຕ້ອງ​ມີ​ໄລ­ຍະ​ເວລາ ຫຼື ທີ່​ເອີ້ນ​ກັນ​ໃນ​ທາງ​ກົດ­ໝາຍກໍ​ຄື​ອາ­ຍຸ​ຄວາມ​ໃນ​ການ​ຮ້ອງ​ຟ້ອງ ເອົາ​ມູນ​ມໍ­ລະ­ດົກ

​ຫຼາຍໆ​ຄົນ​ກໍ​ຄົງຈະ​ຍັງ​ບໍ່​ຮູ້ ຫຼື ບໍ່​ເຂົ້າ­ໃຈ​ເຖິງ​ເລື່ອງດັ່ງ­ກ່າວ​ນີ້​ເທື່ອ​ຈິ່ງ​ເຮັດ​ໃຫ້​ເກີດ​ຂໍ້​ ຂັດແຍ່ງ​ກ່ຽວ​ກັບ​ບັນ­ຫາ​ນີ້​ຂຶ້ນ​ຫຼາຍ​ພໍສົມ­ຄວນ​ໃນ​ສັງ­ຄົມ, ອີງ​ຕາມ​ມາດຕາ 40 ຂອງ​ກົດ­ໝາຍ​ວ່າ​ດ້ວຍການ​ສືບ​ທອດ​ມູນ​ມໍ­ລະ­ດົກ​ຄື​ອາ­ຍຸ ຄວາມ​ໃນ​ການ​ຮ້ອງ​ຟ້ອງ​ເອົາ​ມູນມໍ­ລະ­ດົກ​ໄດ້​ລະ­ບຸ​ວ່າ­ການ​ຮ້ອງຟ້ອງ​ເອົາ​ ມູນ​ມໍ­ລະ­ດົກ​ສາ­ມາດ​ເຮັດຂຶ້ນ​ໄດ້​ພາຍ​ໃນ​ກຳ­ນົດ​ເວ­ລາ​ສາມປີ​ນັບ​ແຕ່​ວັນ​ ທີ​ເຈົ້າ​ມູນ​ມໍ­ລະ­ດົກ​ໄດ້ເສຍ​ຊີ­ວິດ​ເປັນ­ຕົ້ນ​ໄປ, ຖ້າ​ຫາກກາຍ​ກຳ­ນົດ​ດັ່ງ­ກ່າວ​ສິດ​ໃນ​ການ ຮ້ອງ​ຟ້ອງ​ຈະ​ຕົກ​ໄປ​ເວັ້ນ​ເສຍ​ແຕ່ ໃນ​ກໍ­ລະ­ນີ​ທີ່​ຜູ້​ສືບ​ທອດ​ມູນ​ມໍ​ລະດົກ​ນັ້ນ​ອາ­ຍຸ​ບໍ່​ເຖິງ 18 ປີ ພາຍ­ຫຼັງ ເຈົ້າ​ມູນ​ມໍ­ລະ­ດົກ​ເສຍ​ຊີ­ວິດ ຫຼື ມີ ເຫດ­ຜົນ​ອື່ນ​ທີ່​ພຽງ­ພໍ.

ຍົກ​ຕົວ­ຢ່າງ ທ້າວ ອັງ­ຄານ ມີ​ລູກ​ຊາຍ​ສອງ​ຄົນ, ຜູ້​ທຳ​ອິດ​ແມ່ນ ມີ​ອາ­ຍຸ 22 ປີ ແລະ​ຜູ້​ທີ​ສອງ​ແມ່ນມີ​ອາ­ຍຸ 20 ປີ ຊຶ່ງ​ທ້າວ ອັງ­ຄານ ແມ່ນ​ມີ​ຊັບ​ສິນ​ທັງ​ໝົດ​ຄື​ເຮືອນ ແລະ​ດິນ​ໜຶ່ງ​ຕອນ ແລະ​ລົດ​ອີກ​ໜຶ່ງຄັນ, ກ່ອນ​ທີ່​ຈະ​ເສຍ​ຊີ­ວິດ​ລາວ​ບໍ່ ໄດ້​ເຮັດ​ພິ​ໄນ​ກຳ​ມອບ​ຊັບ ຫຼື ຍົກຊັບ​ໃຫ້​ແກ່​ໃຜ ດັ່ງ­ນັ້ນ​ໃນ​ກໍ­ລະ­ນີ​ນີ້​ີ ຈິ່ງ​ຕົກ​ຢູ່​ໃນ​ກໍ­ລະ­ນີ​ການ​ສືບ​ທອດມູນ​ມໍ­ລະ­ດົກ​ຕາມ​ກົດ­ໝາຍ ຊຶ່ງພາຍ­ຫຼັງ​ທີ່ທ້າວ ອັງ­ຄານ ໄດ້​ເສຍຊີ­ວິດ​ໄປ​ແລ້ວ​ຜູ້​ທີ່​ເປັນ​ລູກ​ຊາຍ​ກົກ ກໍ​ໄດ້​ແຕ່ງ­ດອງ ແລະ​ຍ້າຍ​ຄອບ­ຄົວອອກ​ໄປ​ຢູ່​ເຮືອນ​ຕ່າງ­ຫາກ ໂດຍປ່ອຍ​ໃຫ້​ນ້ອງ​ຊາຍ​ເປັນ​ຜູ້​ຄຸ້ມ​ຄອງເຮືອນ ແລະ​ລົດ​ທີ່​ເປັນ​ມູນ​ມໍ​ລະດົກ​ຂອງ​ພໍ່​ໄວ້ໂດຍ​ບໍ່​ມີ​ການ​ທວ ທາວ​ໃດໆ.

ຫຼັງ​ຈາກ​ນັ້ນ 5 ປີ​ຕໍ່​ມາຜູ້​ທີ່​ເປັນອ້າຍ​ກົກ​ກໍ​ມາ​ທວງ​ທາວ​ເອົາ​ນຳນ້ອງ​ຊາຍ​ຄື ຢາກ​ໃຫ້​ທາງ​ນ້ອງ ຊາຍ​ແບ່ງ​ຊັບ​ສິນ​ທີ່​ເປັນ​ມູນ​ຂອງ​ພໍ່ ນັ້ນ​ໃຫ້​ຕົນ​ເຄິ່ງ​ໜຶ່ງ, ແຕ່​ນ້ອງ​ຊາຍຊ້ຳ­ພັດ​ປະ­ຕິ­ເສດ​ບໍ່​ແບ່ງ­ປັນ​ເຮືອນ ແລະ​ລົດ​ຄັນ​ດັ່ງ­ກ່າວ​ນັ້ນ​ໃຫ້​ແກ່ອ້າຍ ໂດຍ​ອ້າງ​ວ່າ​ອ້າຍ​ໝົດ​ສິດ ໃນ​ການ​ຮ້ອງ​ຟ້ອງ ຫຼື ທວງ​ທາວ ເອົາ​ຊັບ​ສິນ​ທີ່​ເປັນ​ມູນ​ຂອງ​ພໍ່​ນັ້ນແລ້ວ ຊຶ່ງ​ອີງ­ໃສ່​ມາດ­ຕາ 40 ຂອງ​ກົດ­ໝາຍ​ວ່າ​ດ້ວຍ​ການ​ສືບ ທອດ​ມູນ​ມໍ­ລະ­ດົກ, ໃນ​ກໍ­ລະ­ນີ​ນີ້​ຖື​ວ່າ ຜູ້​ເປັນ​ອ້າຍ​ກົກ​ນັ້ນ​ໝົດ​ສິດ​ໃນ​ການທວງ​ທາວ ຫຼື ຮຽກ­ຮ້ອງ​ເອົາ​ມູນ​ມໍ ລະ​ດົກ​ນັ້ນ­ແລ້ວ​ຕາມ​ກົດ­ໝາຍ, ເນື່ອງ​ຈາ​ກວ່າ​ໃນ​ກົດ­ໝາຍ​ເອງ​ກໍ່ ລະ­ບຸ​ອາ­ຍຸ​ຄວາມ​ໃນ​ການ​ຮ້ອງຟ້ອງ​ພຽງ​ແຕ່ 3 ປີ​ເທົ່າ​ນັ້ນ, ເວັ້ນ ເສຍ​ແຕ່​ຜູ້​ທີ່​ເປັນ​ນ້ອງ​ຊາຍ​ນັ້ນ​ຈະ ສະ­ໝັກ​ໃຈ​ແບ່ງ­ປັນ​ຊັບ​ສິນ​ທີ່​ເປັນ ມູນ​ມໍ­ລະ­ດົກ​ຂອງ​ພໍ່​ໃຫ້​ແກ່​ອ້າຍ.

ແຕ່​ໃນ​ທາງ​ທີ່​ກົງ­ກັນ­ຂ້າມ, ຫາກ ຫຼັງ​ຈາກ​ທີ່​ພໍ່​ໄດ້​ເສຍ​ຊີ­ວິດ​ແລ້ວ, ຜູ້​ເປັນ​ອ້າຍ​ກໍ​ໄດ້​ລົ້ມ​ປ່ວຍ​ກະ­ທັນຫັນ​ເຮັດ​ໃຫ້​ບໍ່​ສາ­ມາດ​ທີ່​ຈະ​ ຮູ້­ສຶກ ຕົວ ຫຼື ເຄື່ອນ​ໄຫວ​ໄປ​ມາ​ໄດ້, ຕ້ອງ ໄດ້​ຮັບ​ການ​ຮັກ­ສາ​ຢູ່​ໃນ​ໂຮງ­ໝໍ ຫຼື ຕ້ອງ​ໄດ້​ຮັບ​ການ​ເບິ່ງ​ແຍ່ງ​ດູ​ແລຈາກ​ບຸກ­ຄົນ​ອື່ນ​ຕະ­ຫຼອດ​ເວ­ລາ ໃນກໍ­ລະ­ນີ​ນີ້ ຜູ້​ທີ່​ເປັນ​ອ້າຍ​ໜ້າ​ຈະ​ມີ ເຫດ­ຜົນ​ພຽງ­ພໍ​ໃນ​ການ​ທວງ​ທາວ ຫຼື ຮ້ອງ​ຟ້ອງ​ທວງ​ເອົາ​ມູນ​ມໍ​ລະດົກ​ສ່ວນ​ທີ່​ເປັນ​ຂອງ​ຕົນ, ເຖິງ ແມ່ນ​ວ່າ​ອາ­ຍຸ​ຄວາມ 3 ປີ​ຜ່ານ​ໄປ ແລ້ວ​ກໍ​ຕາມ ແຕ່​ເຖິງ​ຢ່າງ­ໃດ​ກໍ​ຕາມໃນ​ມາດ­ຕາ 40 ຂອງ​ກົດ­ໝາຍການ​ສືບ​ທອດ​ມໍ­ລະ­ດົກ​ທີ່​ໄດ້​ເວົ້າ ເຖິງ​ເລື່ອງ​ການ​ມີ​ເຫດ­ຜົນ​ທີ່​ພຽງ­ພໍ ຂອງ​ຜູ້​ທວງ​ທາວ​ນັ້ນ, ໃນ​ກົດ­ໝາຍເອງ​ກໍ​ບໍ່​ໄດ້​ອະ­ທິ­ບາຍ​ກ່ຽວ​ກັບ​ບັນ ຫາ​ດັ່ງ­ກ່າວ​ນີ້​ໄວ້​ຢ່າງ​ລະ­ອຽດ​ແຕ່ ຢ່າງ­ໃດ ດັ່ງ­ນັ້ນ​ຜູ້​ຂຽນ​ມີ​ຄຳ​ເຫັນ ວ່າ​ໜ້າ​ຈະ​ແມ່ນ​ດຸນ​ພິ­ນິດ​ຂອງ​ຜູ້​ພິພາກ​ສາ​ວ່າ​ປະ­ເດັນ​ໃດ ຫຼື ບັນ­ຫາ ທີ່​ໃດ​ຈິ່ງ​ເປັນ​ປະ­ເດັນ ຫຼື ບັນ­ຫາ​ທີ່​ຖື ໄດ້​ວ່າ​ຜູ້​ຮ້ອງ​ຟ້ອງ​ເພື່ອ​ທວງ​ເອົາ ມູນ​ມໍ­ລະ­ດົກ​ໃນ​ໄລ­ຍະ​ທີ່​ກາຍ​ອາ­ຍຸຄວາມ 3 ປີ​ນັ້ນ​ມີ​ເຫດ­ຜົນ​ພຽງ­ພໍ.

ດັ່ງ­ນັ້ນ, ທຸກ​ຄົນ​ຄວນ​ຮຽນ​ຮູ້ເຖິງ​ເລື່ອງ​ຂອງ​ກົດ­ໝາຍ, ບັນ­ຫາກົດ­ໝາຍ​ຕ່າງໆ​ໄວ້​ເພື່ອ​ຈະ​ເປັນແນວ­ທາງ ຫຼື ປ້ອງ​ກັນ​ບໍ່​ໃຫ້​ຂໍ້​ຂັດ ແຍ່ງ​ຕ່າງໆ​ນັ້ນ​ເກີດ​ຂຶ້ນ​ໄດ້, ເພາະຖື​ວ່າ​ທຸກໆ​ຄົນ​ໃນ​ສັງ­ຄົມ​ນັ້ນ​ຮູ້­ຈັກກົດ­ໝາຍ​ກັນ​ໝົດ​ແລ້ວ ແລະ​ຈະ​ບໍ່ ມີ​ບຸກ­ຄົນ​ໃດ​ທີ່​ຈະ​ສາ­ມາດ​ມາ​ອ້າງ ວ່າ​ຕົນ​ບໍ່​ຮູ້​ກົດ­ໝາຍເພື່ອ​ມາ​ປະ­ຕິ ເສດ ຫຼື ແກ້​ຕົວ​ຈາກ​ສິ່ງ​ທີ່​ຜິດ­ພາດໄດ້.