EU ຢ້ານວ່າ ຈະ​ເກີດ ສົງຄາມການຄ້າ ລະຫວ່າງ ຢູໂຣບກັບຈີນ (ວີດິໂອ)

  ເບິ່ງແລ້ວ : 2730


ມີຄວາມຢ້ານກົວກັນວ່າ ຈະ​ເກີດສົງຄາມການຄ້າລະຫວ່າງ ຢູໂຣບ ແລະຈີນ ລຸນຫລັງທີ່ກຳມາ​ທິການຢູໂຣບ ​ໄດ້ນໍາສະ ເໜີອັດຕາພາສີຂາເຂົ້າທີ່ຖີບຕົວສູງ ຂຶ້ນຢ່າງຫຼວງຫລາຍຕໍ່ ແຜ່ນເກັບແສງຕາເວັນທີ່ຜະລິດຈາກຈີນ. ຜູ້ຜະລິດສິນຄ້າ ໃນຢູໂຣບອ້າງວ່າ ຜູ້ຜະລິດແຜ່ນເກັບແສງຕາເວັນຈີນຂາຍ ສິນຄ້າຕໍ່າກວ່າຕົ້ນທຶນ​ໃນ​ການຜະລິດ. ແຕ່ບາງປະເທດ​ໃນ ຢູໂຣບຢ້ານວ່າຈະມີການແກ້ແຄ້ນຄືນຈາກຈີນ. Mil Arcega ຜູ້ສື່ຂ່າວວີໂອເອມີລາຍລະອຽດກ່ຽວກັບເລື້ອງນີ້ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.

 

ການຄາດຄະເນໃໝ່ສະແດງໃຫ້ເຫັນວ່າແຜ່ນເກັບແສງຕາເວັນ ທີ່ຜະລິດຢູ່ຈີນ ແມ່ນກວມເອົາ 80 ເປີເຊັນຂອງຕະຫລາດໂລກ. ແຕ່ບັນດາຜູ້ຜະລິດສິນຄ້າໃນຢູໂຣບອ້າງວ່າ ເນື່ອງຈາກຜູ້ຜະລິດສິນຄ້າຈີນບໍ່ເຮັດການ ຄ້າແບບຖືກຕ້ອງ​ແລະເປັນ​ທຳ ໂດຍຂາຍສິນຄ້າຂອງຕົນ ຕໍ່າກວ່າຕົ້ນທຶນໃຊ້ຈ່າຍໃນ ການຜະລິດ ຊຶ່ງຜັກດັນໃຫ້ຄູ່ແຂ່ງຕ້ອງຫລຸບທຶນ ​ແລະ​ຖອນ​ຕົວ​ຈາກ​ທຸລະ​ກິດ ນີ້​ໄປ.
 
ທ່ານ Laurent Quittre ຫົວໜ້າບໍລິສັດຜະລິດແຜ່ນເກັບ​ແສງຕາເວັນ ISSOL ຂອງ Belgium ເວົ້າວ່າ ການເຮັດການຄ້າທີ່ບໍ່ຍຸດຕິທໍາແມ່ນສາເຫດທີ່ຄວນຖືກຕ້ອງຕິສໍາ ລັບການເສຍວຽກ​ເ​ຮັດງານທໍາຂອງຄົນຈໍານວນຫລວງຫລາຍ ໃນບໍລິສັດຂອງທ່ານ.
 
ທ່ານ Laurent Quittre ເວົ້າວ່າ: “ພວກເຮົາ ປັດຈຸບັນນີ້ມີ 55 ຄົນ ແຕ່ຖ້າຫາກ ພວກເຮົາກັບມາປະຕິບັດລະບຽບໃນການເຮັດການຄ້າທີ່ມີຄວາມຍຸດຕິທໍາ​ແລ້ວ ຂ້າພະເຈົ້າຄິດວ່າພວກເຮົາສາມາດເພີ້ມພະນັກງານຂຶ້ນເຖິງ 200 ຄົນ ຄືນອີກ. ເປັນທີ່ຈະແຈ້ງວ່າ ຕ້ອງການມີກົດລະບຽບທີ່ດີກວ່ານີ້ເພື່ອວ່າທຸກ ຄົນ, ທັງຈີນ ແລະຢູໂຣບ ຈະສາມາດເຮັດທຸລະກິດແບບຍຸດຕິທໍາໄດ້.”

 


  18-01-2021

ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ XI ວາງ​ກະ​ຕ່າ​ດອກ​ໄມ້ ຢຸ່​ຫໍ​ພິ​ພະ​ທະ​ພັນ ໄກ​ສອນ ພົມ​ວິ​ຫານ

​ວັນ​ທີ 16 ມັງ​ກອນ 2021 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ສະ​ໄໝ​ທີ XI ນຳ​ໂດຍ​ສະ​ຫາຍ ປອ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດ​​ ພ້ອມ​ດ້ວຍ​ຄະ​ນະ ໄດ້​ເຂົ້າ​ວາງ​ກະ​ຕ່າ​ດອກ​ໄມ້ ຢູ່​ຫໍ​ພິ​ພິ​ທະ​ພັນ​ ໄກ​ສອນ ພົມ​ວິ​ຫານ ເນື່ອງ​ໃນ​ໂອ​ກາດ​ຊົມ​ເຊີຍ​ຜົນ​​ສຳ​ເລັດ​ກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ ທົ່ວ​ປະ​ເທດ​ຄັ້ງ​ທີ XI ຂອງ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ.

  12-03-2020

LVI ຈ່າຍຄ່າສ້ອມແປງລົດໃຫ້ລູກຄ້າ

ວັນທີ 08/03/2020 ເກີດອຸປະຕິເຫດລົດຄູ່ກໍລະນີມາຕຳທ້າຍແວ່ນແຍງຂ້າງຢູ່ ບ້ານ ດົງປາລານ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ.

  20-02-2020

ຕຳທ້າຍລົດຄູ່ກໍລະນີ

ອຸ​ປະ​ຕິ​ເຫດ​ລົດ​ລູກ​ຄ້າ​ຕຳ​ທ້າຍ​ລົດ​ຄູ່​ກໍ​ລະ​ນີ

  17-02-2020

ປ້ອງກັນສຸຂະພາບຂອງຕົນຈາກ ພະຍາດ CORONA

ປ້ອງກັນສຸຂະພາບຂອງຕົນຈາກ ພະຍາດ CORONA

  06-09-2019

​​ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.

LVI ​​ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.

  27-08-2019

ຂັບລົດຜ່ານເຂດນໍ້າຖ້ວມ

ຂັບລົດຜ່ານເຂດນໍ້າຖ້ວມ ຄິດວ່າມັນງ່າຍດັ່ງທີ່ຫຼາຍຄົນຄິດ. ໃຫ້ທ່ານປະຕິບັດຕາມ 7  ຂັ້ນຕອນຂ້າງລຸ່ມນີ້ເພື່ອຫຼີກລ້ຽງຄວາມສ່ຽງອາດເກີດຂຶ້ນ.