ນາຍົກລັດຖະມົນຕີຫວຽດນາມ ເດີນທາງຢ້ຽມຢາມຣັດເຊຍ ເປັນປະເທດທຳອິດ ຫລັງເຂົ້າຮັບຕຳແໜ່ງ

  ເບິ່ງແລ້ວ : 1323


ສຳນັກຂ່າວ vovworld ຂອງຫວຽດນາມ ໄດ້ລາຍງານວ່າ ໃນວັນທີ 16 ພຶດສະພາຜ່ານມານີ້ ທ່ານ ຫງວຽ​ນຊວນ​ຟຸກ ​ນາຍົກລັດຖະມົນຕີ ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງຂອງຫວຽດນາມ ໄດ້ເດີນທາງເຖິງນະຄອນຫລວງມົດສະກູ ເພື່ອຢ້ຽມຢາມສະຫະພັນຣັດເຊຍ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ ທ່ານ​ ວະລາດີເມຍ ປູຕິນ ປະທາ​ນາ​ທິບໍດີ ແລະ ທ່ານ ດິມິທຣີ ເວດເວເດບ ​ນາຍົກລັດຖະມົນຕີຣັດເຊຍ ແລ​ະ ມີກຳນົດການ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ຣັດເຊຍ-ອາ​ຊຽນ ຢູ່​ນະຄອນໂຊຊິ ອີກດ້ວຍ.

 

​ການ​ ຢ້ຽມຢາມສະຫະພັນຣັດເຊຍໃນເທື່ອນີ້ ແມ່ນເປັນການເດີນທາງ ຢ້ຽມຢາມ​ຕ່າງປະ​ເທດ​ຢ່າງ​ເປັນ​ທາງ​ການ ​ຄັ້ງ​ທຳ​ອິດ​ຂອງ ​ທ່ານ​ ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຂອງຫວຽດນາມ ຊຶ່ງມີ​ຄວາມ​ໝາຍ​ໃຫຍ່​ຫລວງ​ ໃນ​ການ​ຮັດ​ແໜ້ນ​ສາຍ​ພົວພັນ​ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ ລະ​ຫວ່າງ ຫວຽດນາມ ​ແລະ ສະຫະພັນລັດ​ເຊຍ ໃຫ້ເລິກເຊິ່ງກ່ວາ​ອີກ.

Source: laopost.com


  18-01-2021

ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ XI ວາງ​ກະ​ຕ່າ​ດອກ​ໄມ້ ຢຸ່​ຫໍ​ພິ​ພະ​ທະ​ພັນ ໄກ​ສອນ ພົມ​ວິ​ຫານ

​ວັນ​ທີ 16 ມັງ​ກອນ 2021 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ສະ​ໄໝ​ທີ XI ນຳ​ໂດຍ​ສະ​ຫາຍ ປອ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດ​​ ພ້ອມ​ດ້ວຍ​ຄະ​ນະ ໄດ້​ເຂົ້າ​ວາງ​ກະ​ຕ່າ​ດອກ​ໄມ້ ຢູ່​ຫໍ​ພິ​ພິ​ທະ​ພັນ​ ໄກ​ສອນ ພົມ​ວິ​ຫານ ເນື່ອງ​ໃນ​ໂອ​ກາດ​ຊົມ​ເຊີຍ​ຜົນ​​ສຳ​ເລັດ​ກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ ທົ່ວ​ປະ​ເທດ​ຄັ້ງ​ທີ XI ຂອງ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ.

  12-03-2020

LVI ຈ່າຍຄ່າສ້ອມແປງລົດໃຫ້ລູກຄ້າ

ວັນທີ 08/03/2020 ເກີດອຸປະຕິເຫດລົດຄູ່ກໍລະນີມາຕຳທ້າຍແວ່ນແຍງຂ້າງຢູ່ ບ້ານ ດົງປາລານ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ.

  20-02-2020

ຕຳທ້າຍລົດຄູ່ກໍລະນີ

ອຸ​ປະ​ຕິ​ເຫດ​ລົດ​ລູກ​ຄ້າ​ຕຳ​ທ້າຍ​ລົດ​ຄູ່​ກໍ​ລະ​ນີ

  17-02-2020

ປ້ອງກັນສຸຂະພາບຂອງຕົນຈາກ ພະຍາດ CORONA

ປ້ອງກັນສຸຂະພາບຂອງຕົນຈາກ ພະຍາດ CORONA

  06-09-2019

​​ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.

LVI ​​ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.

  27-08-2019

ຂັບລົດຜ່ານເຂດນໍ້າຖ້ວມ

ຂັບລົດຜ່ານເຂດນໍ້າຖ້ວມ ຄິດວ່າມັນງ່າຍດັ່ງທີ່ຫຼາຍຄົນຄິດ. ໃຫ້ທ່ານປະຕິບັດຕາມ 7  ຂັ້ນຕອນຂ້າງລຸ່ມນີ້ເພື່ອຫຼີກລ້ຽງຄວາມສ່ຽງອາດເກີດຂຶ້ນ.