ໄຟໄໝ້ຕະຫຼາດດາວເຮືອງ

  ເບິ່ງແລ້ວ : 4161


ໃນເວລາ 00:00 ໂມງ ຂອງວັນທີ 17/05/2016 ໄດ້ເກີດເຫດອັກຄີໄພໄຟໄໝ້ຕະຫຼາດດາວເຮືອງ ທີ່ເມືອງ ປາກເຊ, ແຂວງ ຈຳປາສັກ. ຕາມການປະເມີນຄວາມເສຍຫາຍເບື້ອງຕົ້ນແມ່ນເຫັນວ່າຂ້ອນຂ້າງຫຼາຍສົມຄວນ, ສ່ວນຫຼາຍຈຸດທີ່ໄໝ້ແມ່ນບໍລິເວນຮ້ານຂາຍເສື້ອຜ້າ ແລະ ເຄື່ອງອຸປະໂພກບໍລິໂພກ. ປັດຈຸບັນພາກສ່ວນດັບເພີງໄດ້ສະກັດກັ້ນໄຟດັບບໍ່ໃຫ້ລຸກລາມເປັນທີ່ຮຽບຮ້ອຍແລ້ວ, ທາງແມ່ຄ້າຊາວຂາຍກຳລັງມ້ຽນມັດເຄື່ອງຂອງ ທີ່ຖືກເສຍຫາຍຈາກອັກໄພໄຟໃໝ້.

 

ອາຄານຫຼາຍກ່ວາ 10 ຫ້ອງ ແລະ ໜ່ວຍບໍລິການຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ທີ່ຕິດກັບຕະຫຼາດດາວເຮືອງໄດ້ເຂົ້າຮ່ວມຊື້ ປະກັນໄພທຸລະກິດຂະໜາດນ້ອຍ ຂອງ LVI. ທັນທີຫຼັງຈາກທີ່ເຫດການໄຟໄໝ້ໄດ້ເກີດຂື້ນ, LVI ໄດ້ມີໜ້າຢູ່ທີ່ສະຖານທີ່ເກີດເຫດເພື່ອດຳເນີນການປະເມີນຜົນຄວາມເສຍຫາຍ ແລະ ດຳເນີນການຊ່ວຍເຫຼືອລູກຄ້າທີ່ເຂົ້າຮ່ວມຊື້ປະກັນໄພກັບ LVI.

 

 


 

 


  18-05-2016

ໄຟໄໝ້ຕະຫຼາດດາວເຮືອງ

ໄຟໄໝ້ຕະຫຼາດດາວເຮືອງ