ຢູເຄຣນ ເລີ້ມດຳເນີນງານ ເພື່ອຈັດຕັ້ງລັດຖະບານ ສາມັກຄີຊາດຂຶ້ນ (ສະໄລດ໌/ວີດີໂອ)

  ເບິ່ງແລ້ວ : 2468


 ບໍ່​ເປັນ​ທີ່​ຮູ້​ຈັກວ່າ ປະທານາທິບໍດີ Viktor Yanukovych ຢູ່​ແຫ່ງ​ຫົນ​ໃດ​ ​ໃນ​ວັນ​ອາທິດ​ມື້​ນີ້ ຫຼັງຈາກ​ທີ່​ທ່ານອອກ​ຈາກ​ ນະຄອນຫຼວງ Kyiv ​ໄປ​ ​ໃນ​ວັນ​ເສົາ​ວານ​ນີ້ ແລະ​ ຜູ້ນຳ​ຝ່າຍ ຄ້ານ​ແລະອະດີດ​ນາຍົກລັດຖະມົນຕີ Yulia Tymoshenko ​ໄດ້​ຖືກປ່ອຍ​ອອກ​ຈາກ​ຄຸກ.

ໜ່ວຍ​ຍາມ​ຊາຍ​ແດນ​ເວົ້າ​ວ່າ ​ເຮືອບິນ​ລຳນຶ່ງທີ່​ຈະ​ພາ​ທ່ານ Yanukovych ​ເດີນທາງ​ອອກ​ນອກ​ປະ​ເທດ ​ໃນ​ມື້ວານ​ນີ້ ​ ໄດ້​ຖືກ​ຂັດຂວາງ​ບໍ່​ໃຫ້​ຂຶ້ນ​ຈາກ​ເດີ່ນ.

ຜູ້​ນຳຝ່າຍຄ້ານ ທ່ານ Vitali Klitschko ກ່າວ​ໃນ​ມື້​ນີ້​ວ່າ ອະດີດ​ ຜູ້​ນຳທີ່​ຖືກ​ໂຄ່ນ​ລົ້ມ ຄວນ​ຈະ​ເປັນ​ຜູ້​ຮັບຜິດ​ຊອ​ບ​ໂດຍ​ເຕັມ ສຳລັບ ຄວາມ​ຮຸນ​ແຮງເຖິງຕາຍ​ ທີ່​ເກີດ​ຂຶ້ນ​ເມື່ອ   2-3 ມື້​ມາ​ນີ້. ທ່ານໄດ້​ມີ​ຄວາມ​ເຫັນ ຕໍ່​ຊາວ​ຢູ​ເຄຣນຈຳນວນຫຼວງຫຼາຍ ທີ່​ຍັງຢູ່​ທີ່​ບໍລິ​ເວນ ນຶ່ງ​ຂອງ​ເມືອງ​ຫຼວງ ທີ່​ໄດ້​ເປັນ​ຈຸດ​ສູນ​ກາງ​ຂອງ​ການ​ປະ​ທ້ວງ​ທີ່​ພາ​ໃຫ້​ມີ ຄົນ​ເສຍ​ຊີວິດ​ນັ້ນ.

ປາກົດ​ວ່າ ພວກ​ປະຊາຊົນ​ເຫຼົ່ານັ້ນ ກຳລັງ​ຖ້າ​ຟັງ​ເບິ່ງ​ວ່າ ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ຕໍ່​ໄປ.

ຂະນະ​ດຽວ​ກັນ ສະພາ​ແຫ່ງ​ຊາດ​ຂອງ​ຢູ​ເຄຣນ​ໄດ້​ປະຊຸມ​ພິ​ເສດ​ກັນ ​ໃນ​ວັນ​ອາທິດ​ມື້​ນີ້ ​ໃນ​ ຄວາມ​ພະຍາຍາມ​ເພື່ອ​ປະກອບ​ລັດຖະບານ ສາມັກຄີຊາດ​ຂຶ້ນ.​ ໃນວັນ​ເສົາ​ວານ​ນີ້ ສະພາ​ແຫ່ງ​ຊາດຢູ​ເຄຣນ ​ໄດ້​ລົງມະຕິ​ປົດ​ປະທານາທິບໍດີ Yanukovych ອອກ​ຈາກ​ຕຳ​ແໜ່​ງ  ແລະ​ຈັດ​ໃຫ້​ມີ​ການ​ເລືອກ​ຕັ້ງ​ຂຶ້ນ​ກ່ອນ​ກຳນົດ ​ໃນ​ວັນ​ທີ 25 ພຶດສະພາ​ປີ​ນີ້.

ນອກ​ນີ້ ສະພາ​ຍັງ​ໄດ້ເລືອກ​ຕັ້ງ​ເອົາ​ປະທານ​ສະພາ​ຄົນ​ໃໝ່ ທ່ານ Oleksandr Turchynov ຊຶ່ງ​ເປັນພັນທະ​ມິດ​ຂອງ​ທ່ານ​ນາງ Tymoshenko ມາ​ຕັ້ງ​ແຕ່​ດົນ​ນານ. ອະດີດປະທານສະ ພາແລະ​ຜູ້​ສະໜັບສະໜຸນ​ລັດຖະບານ ທ່ານ Voloymyr Rybak ​ ໄດ້​ລາ​ອອກຈາກ ຕຳແໜ່​ງ


  18-01-2021

ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ XI ວາງ​ກະ​ຕ່າ​ດອກ​ໄມ້ ຢຸ່​ຫໍ​ພິ​ພະ​ທະ​ພັນ ໄກ​ສອນ ພົມ​ວິ​ຫານ

​ວັນ​ທີ 16 ມັງ​ກອນ 2021 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ສະ​ໄໝ​ທີ XI ນຳ​ໂດຍ​ສະ​ຫາຍ ປອ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດ​​ ພ້ອມ​ດ້ວຍ​ຄະ​ນະ ໄດ້​ເຂົ້າ​ວາງ​ກະ​ຕ່າ​ດອກ​ໄມ້ ຢູ່​ຫໍ​ພິ​ພິ​ທະ​ພັນ​ ໄກ​ສອນ ພົມ​ວິ​ຫານ ເນື່ອງ​ໃນ​ໂອ​ກາດ​ຊົມ​ເຊີຍ​ຜົນ​​ສຳ​ເລັດ​ກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ ທົ່ວ​ປະ​ເທດ​ຄັ້ງ​ທີ XI ຂອງ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ.

  12-03-2020

LVI ຈ່າຍຄ່າສ້ອມແປງລົດໃຫ້ລູກຄ້າ

ວັນທີ 08/03/2020 ເກີດອຸປະຕິເຫດລົດຄູ່ກໍລະນີມາຕຳທ້າຍແວ່ນແຍງຂ້າງຢູ່ ບ້ານ ດົງປາລານ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ.

  20-02-2020

ຕຳທ້າຍລົດຄູ່ກໍລະນີ

ອຸ​ປະ​ຕິ​ເຫດ​ລົດ​ລູກ​ຄ້າ​ຕຳ​ທ້າຍ​ລົດ​ຄູ່​ກໍ​ລະ​ນີ

  17-02-2020

ປ້ອງກັນສຸຂະພາບຂອງຕົນຈາກ ພະຍາດ CORONA

ປ້ອງກັນສຸຂະພາບຂອງຕົນຈາກ ພະຍາດ CORONA

  06-09-2019

​​ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.

LVI ​​ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.

  27-08-2019

ຂັບລົດຜ່ານເຂດນໍ້າຖ້ວມ

ຂັບລົດຜ່ານເຂດນໍ້າຖ້ວມ ຄິດວ່າມັນງ່າຍດັ່ງທີ່ຫຼາຍຄົນຄິດ. ໃຫ້ທ່ານປະຕິບັດຕາມ 7  ຂັ້ນຕອນຂ້າງລຸ່ມນີ້ເພື່ອຫຼີກລ້ຽງຄວາມສ່ຽງອາດເກີດຂຶ້ນ.