ຊາວຝຣັ່ງກໍາລັງເຫີ່ກັນ ຮຽນພາສາຈີນກາງ ເພື່ອດຶງດູດເອົາລູກຄ້າ ຊາວຈີນ

  ເບິ່ງແລ້ວ : 2822


ພຽງ​ເມື່ອ​ບໍ່​ດົນ​ມາ​ນີ້ ຊາວ​ອາ​ເມຣິກັນ​ແລະ​ຍີ່ປຸ່ນ ແມ່ນ​ເປັນ​ກຸ່ມ​ ນັກ​ທ່ອງ​ທ່ຽວ ​ທີ່ໃຊ້​ຈ່າຍ​ເງິນ​ຢ່າງ​ບໍ່​ອັ້ນ​ຢູ່​ໃນ​ປະ​ເທດ​ຝຣັ່ງ. ​ແຕ່  ເລື່ອງ​ນີ້​ກໍາລັງ​ປ່ຽນ​ແປງ​ໄປ  ຄື​ໃນໄລຍະ​ຫຼາຍ​ເດືອນຂອງ​ຊ່ວງ​ ລະດູ​ຮ້ອນ​ປີ​ນີ້ ວົງ​ການ​ອຸດສາຫະກໍາ​ທ່ອງ​ທ່ຽວຂອງຝຣັ່ງ ປາ ກົດ​ວ່າ ກໍາລັງ​ພະຍາ ຍາມ​ດຶງ​ດູດ​ເອົາ​ລູກ​ຄ້າຕ່າງ​ຊາດໜ້າ​ໃໝ່ ທີ່ກະ​ເປົາ​ເງິນ​ໜັກ ​ມີ​ອໍານາດ​ຊື້​ຢ່າງ​ຫລວງຫລາຍ​ອີກລາຍ​ນຶ່ງ ນັ້ນກໍ​ຄື​ນັກ​ທ່ອງ​ທ່ຽວ ຊາວ​ຈີນ. ດຽວ​ນີ້​ຊາວ​ຝຣັ່ງກໍາລັງພາກັນ ກັບ​ຄືນ​ເຂົ້າຫ້ອງ​ຮຽນ​ອີກ ​ເພື່ອຕັ້ງໜ້າຮຽນພາສາ​ຈີນກັນ.
 

ຄູ​ສອນ Meifen Chen ສາບານ​ວ່າ ​ພາສາ​ຈີນ​ກາງ ແມນ​ດາ​ຣິນ ຊຶ່ງ​ເປັນ​ພາສາທາງ​ການ​ຂອງ​ຈີນນັ້ນ ຮຽນງ່າຍຫຼາຍ. ບາງ​ເທື່ອ ຄູ Chen ອາດ​ຈະເວົ້າ​ຖືກ ​ແຕ່​ການ​ເຂົ້າ​ໄປ​ຢ້ຽມຢາມ​ຫ້ອງ​ຮຽນ​ ຂອງ​ລາວ ກໍ​ພາ​ໃຫ້​ຮູ້ສຶກ​ຫວາດ​ຫວັ່ນ​ຢູ່.

ນັກຮຽນ​ຂອງ​ລາວ​ຄົນ​ນຶ່ງ​ເປັນ​ນັກ​ຂ່າວ ອີກ​ຜູ້​ນຶ່ງ​ແມ່ນ​ພຽງ​ແຕ່ສົນ​ໃຈຢາກ​ຮຽນຮູ້ ກ່ຽວກັບຈີນ​.

ສ່ວນ​ນັກຮຽນ​ຄົນ​ທີ່​ສາມ Julie Antonello ​ເປັນ​ເຈົ້າຂອງ​ທຸລະ​ກິດ ທີ່ມັກ​ເດີນທາງ​ໄປ​ຈີນ ເປັນ​ປະ​ຈໍາ. ນາງ ຈູ​ລີ ກ່າວ​ວ່າ ລາວ​ກໍາລັງ​ຮຽນ​ພາສາ​ຈີນ​ກາງ ​ເພື່ອ​ຮັບປະກັນ​ວ່າ ຕົນ​ຈະ​ບໍ່​ເສຍ​ປຽບ​ໃນ​ການ​ດໍາ​ເນີນ​ທຸລະ​ກິດ.

​“ແຕ່​ນອກຈາກ​ເລື້ອງ​ນີ້​ແລ້ວ ຂ້ອຍ​ພຽງ​ແຕ່​ຢາກ​ຮຽນ​ຮູ້​ປະ​ເພນີ​ຈີນ​ ​ເພາະ​ວ່າ​ຂ້ອຍທຽວ ໄປ​ຈີນເລື້ອຍໆ ​ເພາະສະ ນັ້ນ​ ຂ້ອຍ​ກໍ​ຢາກ​ເຂົ້າ​ໃຈພາສາ​ຈີນ ​ເພື່ອ​ພະຍາຍາມ​ຊ່ວຍ​ ເຫຼືອຕົນເອງ​ໄດ້ ເວລາ​ຈະ​ຂີ່​ລົດ​ແທ໊ກຊີ້ ຫຼື​ໄປ​ນັ່ງ​ດື່ມ​ກາ​ເຟຕາມ​ຮ້ານ ​ເປັນ​ຕົ້ນ.”

ປັດຈຸບັນ​ນີ້ ບໍ່​ແມ່ນ​ແຕ່ຊາວ​ຝຣັ່ງໄປ​ປະກອບ​ທຸລະ​ກິດ​ໃນ​ຈີນ​ ​ແຕ່ທຸລະ​ກິດ​ຈີນ​ກໍ​ກໍາລັງຫຼັ່ງ​ໄຫຼ​ເຂົ້າມາ​ໃນ​ຝຣັ່ງ​ເຊັ່ນ​ກັນ. ປັດ​ຈຸ​ບັນ​ນີ້ ມີ ຊາວ​ຈີນ​ເຂົ້າ​ໄປ​ທ່ອງ​ທ່ຽວ​ໃນ​ຝຣັ່ງ ປະມານ​ເຄິ່ງລ້ານ​ ຄົນ​ທຸກໆ​ປີ. ຜູ້​ຈັດລາຍການ​ທ່ອງ​ທ່ຽວທັງຫຼາຍ​ທໍາ​ນາຍ​ວ່າ​ ຈໍານວນ​ນັ້ນ​ຈະ​ຖີບຕົວ​ສູງ​ຂຶ້ນ ​ເປັນ​ ສອງ​ລ້ານ​ຄົນ​ພາຍ​ໃນປີ 2020.

ພ້ອມ​ກັບ​ລາຍ​ໄດ້ທີ່​ຖີບ​ຕົວສູງຂຶ້ນ​ໃນ​ຈີນນັ້ນ ຊາວ​ຈີນ​ຖານະ​ປານ​ກາງ ​ເຊັ່ນ ກຸ່ມ​ຄູ​ສອນ​ພາສາ​ກຸ່ມ​ນີ້ ມີ​ເງິນ​ພໍ​ທີ່​ຈະ​ໄປ​ທ່ຽວ​ຕ່າງປະ ເທດ​ໄດ້. ຄູ​ສອນ​ພາສາ​ອັງກິດ Chester ຄື​ຊື່ແບບ​ຕາ​ເວັນ​ຕົກ​ຂອງ​ລາວ ກໍາລັງ​ເພີດ​ເພີນກັບ​ການ ທ່ອງ​ທ່ຽວປາຣີ ​ເພາະ​ມີພາສາ​ທີ່​ ລາວ​ເຂົ້າ​ໃຈ.


  18-01-2021

ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ XI ວາງ​ກະ​ຕ່າ​ດອກ​ໄມ້ ຢຸ່​ຫໍ​ພິ​ພະ​ທະ​ພັນ ໄກ​ສອນ ພົມ​ວິ​ຫານ

​ວັນ​ທີ 16 ມັງ​ກອນ 2021 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ສະ​ໄໝ​ທີ XI ນຳ​ໂດຍ​ສະ​ຫາຍ ປອ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດ​​ ພ້ອມ​ດ້ວຍ​ຄະ​ນະ ໄດ້​ເຂົ້າ​ວາງ​ກະ​ຕ່າ​ດອກ​ໄມ້ ຢູ່​ຫໍ​ພິ​ພິ​ທະ​ພັນ​ ໄກ​ສອນ ພົມ​ວິ​ຫານ ເນື່ອງ​ໃນ​ໂອ​ກາດ​ຊົມ​ເຊີຍ​ຜົນ​​ສຳ​ເລັດ​ກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ ທົ່ວ​ປະ​ເທດ​ຄັ້ງ​ທີ XI ຂອງ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ.

  12-03-2020

LVI ຈ່າຍຄ່າສ້ອມແປງລົດໃຫ້ລູກຄ້າ

ວັນທີ 08/03/2020 ເກີດອຸປະຕິເຫດລົດຄູ່ກໍລະນີມາຕຳທ້າຍແວ່ນແຍງຂ້າງຢູ່ ບ້ານ ດົງປາລານ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ.

  20-02-2020

ຕຳທ້າຍລົດຄູ່ກໍລະນີ

ອຸ​ປະ​ຕິ​ເຫດ​ລົດ​ລູກ​ຄ້າ​ຕຳ​ທ້າຍ​ລົດ​ຄູ່​ກໍ​ລະ​ນີ

  17-02-2020

ປ້ອງກັນສຸຂະພາບຂອງຕົນຈາກ ພະຍາດ CORONA

ປ້ອງກັນສຸຂະພາບຂອງຕົນຈາກ ພະຍາດ CORONA

  06-09-2019

​​ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.

LVI ​​ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.

  27-08-2019

ຂັບລົດຜ່ານເຂດນໍ້າຖ້ວມ

ຂັບລົດຜ່ານເຂດນໍ້າຖ້ວມ ຄິດວ່າມັນງ່າຍດັ່ງທີ່ຫຼາຍຄົນຄິດ. ໃຫ້ທ່ານປະຕິບັດຕາມ 7  ຂັ້ນຕອນຂ້າງລຸ່ມນີ້ເພື່ອຫຼີກລ້ຽງຄວາມສ່ຽງອາດເກີດຂຶ້ນ.