Nokia ກັບ Microsoft ເປີດໂຕ ມືຖື smartphones ລຸ້ນໃໝ່ລ່າສຸດຂອງຕົນ (ວີດີໂອລາວ/ອັງກິດ)
ການແຂ່ງຂັນກັນດ້ານຄອມພິວເຕີເຄື່ອນທີ່ ກໍາລັງດຸເດືອດຂຶ້ນຢູ່ໃນໂລກ ພ້ອມກັບການປະກາດເປີດໂຕຜະລິດຕະພັນຕ່າງກັນ ເມື່ອວັນພຸດອາທິດແລ້ວນີ້ ໂດຍສອງບໍລິສັດທີ່ເປັນພາຄີກັນ ຄື Nokia ກັບ Microsoft ແລະໂດຍບໍລິສັດ Motorola ທີ່ເປັນເຄືອຂ່າຍຂອງ Google ນັ້ນ. ຜູ້ສື່ຂ່າວວີໂອເອ Mike O’Sullivan ລາຍງານວ່າ ຈະມີການເປີດໂຕ ຄອມພິວເຕີແບບເປັນແຜ່ນແປໆ ທີ່ເອີ້ນວ່າ tablet ຫລືແບບ ໄອແພດຂອງບໍລິສັດແອບເປິ້ນ ແລະໂທລະສັບເຄື່ອນທີ່ຫລືມືຖື ລຸ້ນໃໝ່ໆອອກມາອີກ ໃນບໍ່ເທົ່າໃດອາທິດຕໍ່ໜ້ານີ້ ຊຶ່ງຈະເປັນການເພີ່ມທາງເລືອກຕື່ມອີກໃຫ້ແກ່ພວກອຸບ ປະໂພກຫລືຜູ້ຊົມໃຊ້ທັງຫລາຍ. ທອງປານມີລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.
LOS ANGELES — ບໍລິສັດ ໂນເກຍ ແລະ ໄມໂຄຣຊອຟ ໄດ້ເປີດໂຕໂທລະສັບສະຫຼາດ ຫຼື smartphones ລຸ້ນໃໝ່ສອງລຸ້ນ ຄື ລຸ້ນ Lumia 820 ແລະ 920 ໃນ ການປະກາດຮ່ວມກັນ ທີ່ນີວຢ໊ອກ ເມື່ອວັນທີ 5 ກັນຍາຜ່ານມານີ້. ໂທລະສັບມືຖືລຸ້ນໃໝ່ດັ່ງກ່າວນີ້ ອວດອ້າງລະບົບສາກແບດເຕີຣີ່ແບບໄຮ້ສາຍ ລະບົບກ້ອງຖ່າຍຮູບທີ່ປັບປຸງໃຫ້ດີຂຶ້ນ ແລະຈະປະຕິບັດການດ້ວຍລະບົບ Window 8 ລຸ້ນໃໝ່ຂອງໄມໂຄຣຊອຟ ຊຶ່ງທ່ານ Stephen Elop ຫົວໜ້າບໍລິຫານບໍລິສັດໂນເກຍ ກ່າວວ່າ ການເປັນພາຄີຮ່ວມງານກັນຂອງສອງບໍລິສັດໃນດ້ານນີ້ ແມ່ນສໍາຄັນຫຼາຍ.
ທ່ານ Stephen Elop ເວົ້າວ່າ:“ເພື່ອຈະນໍາເອົາປະສົບການໃໝ່ໆທີ່ແຂ່ງຂັນກັບບໍລິສັດອື່ນໆໄດ້ ມາໃຫ້ບັນດາຜູ້ຊົມໃຊ້ນັ້ນ ໂນເກຍຈໍາເປັນຕ້ອງໄດ້ ເປັນພາກສ່ວນນຶ່ງຂອງລະບົບນິເວດວິທະຍາ.”
ລະບົບນິເວດວິທະຍາສໍາລັບເຄື່ອງຄອມພິວເຕີ ຄືການຜະສົມຜະສານເອົາ ຊອບແວ ຮາດແວ ແລະເຄືອຄ່າຍດິຈິເຕິລ ມາໃຊ້ນໍາກັນ. ພວກບໍລິສັດຕ່າງໆເຊັ່ນ Apple ແລະບໍລິສັດ Google ທີ່ຫາກໍເຂົ້າມາຮ່ວມໃນວົງການນີ້ ພ້ອມດ້ວຍລະບົບປະຕິບັດການ Android ນັ້ນ ຕ່າງກໍໄດ້ສ້າງລະບົບນິເວດວິທະຍາຂຶ້ນມາ ທີ່ຖືກນໍາໃຊ້ຢູ່ໃນໂທລະສັບ smartphone ແລະຄອມພິວເຕີແບບ tablet ຫລື ແບບໄອແພດນັ້ນ. Elizabeth Fife ຊຶ່ງສຶກສາເລຶ່ອງອຸດສາຫະກໍາຄອມພິວເຕີເຄຶ່ອນທີ່ ທີ່ມະຫາວິທະຍາໄລ Southern California ກ່າວວ່າ Microsoft ກໍກໍາລັງຫວັງວ່າ ຈະໄດ້ສ່ວນແບ່ງກໍາໄລ ຈາກລະບົບນິເວດວິທະຍາທີ່ຕົນສ້າງຂຶ້ນມາ ໃຫ້ມືຖື smartphone ຂອງໂນເກຍນັ້ນເຊ່ນກັນ.
ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ວາງກະຕ່າດອກໄມ້ ຢຸ່ຫໍພິພະທະພັນ ໄກສອນ ພົມວິຫານ
ວັນທີ 16 ມັງກອນ 2021 ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XI ນຳໂດຍສະຫາຍ ປອ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ເນື່ອງໃນໂອກາດຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດຄັ້ງທີ XI ຂອງປະຊາຊົນ ປະຕິວັດລາວ.
LVI ຈ່າຍຄ່າສ້ອມແປງລົດໃຫ້ລູກຄ້າ
ວັນທີ 08/03/2020 ເກີດອຸປະຕິເຫດລົດຄູ່ກໍລະນີມາຕຳທ້າຍແວ່ນແຍງຂ້າງຢູ່ ບ້ານ ດົງປາລານ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ.
ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.
LVI ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.
ຂັບລົດຜ່ານເຂດນໍ້າຖ້ວມ
ຂັບລົດຜ່ານເຂດນໍ້າຖ້ວມ ຄິດວ່າມັນງ່າຍດັ່ງທີ່ຫຼາຍຄົນຄິດ. ໃຫ້ທ່ານປະຕິບັດຕາມ 7 ຂັ້ນຕອນຂ້າງລຸ່ມນີ້ເພື່ອຫຼີກລ້ຽງຄວາມສ່ຽງອາດເກີດຂຶ້ນ.
-
76767767
-
ຊື້ປະກັນໄພສຸຂະພາບຜ່ານແອັບ BCEL One, LVB DigiBank, U-Money ໄດ້ຮັບການຄ້ຳປະກັນໂຄວິດ-19
-
LVI ແມ່ນ ໜຶ່ງໃນ 52 ຫົວໜ່ວຍທຸລະກິດ ທີ່ມີຜົນງານດີ່ເດັ່ນ ປະເພດ I ໃນການປະຕິບັດພັນທະສວຍສາອາກອນ ເຂົ້າງົບປະມານແຫ່ງລັດ ປະຈຳປີ 2020.
-
ກອງປະຂຸມ ຊຸກຍູ້ການຮ່ວມມື ລະຫວ່າງ ທະນາຄານຮ່ວມທຸລະກິດລາວ ຫວຽດ (LaoVietBank) ແລະ ບໍລິສັດຮ່ວມທຸລະກິດປະກັນໄພລາວ ຫວຽດ ຈຳກັດ (LVI)
-
ລົດລູກຄ້າ LVI ເກີດອຸປະຕິເຫດ